ກອງບັນຊາການທະຫານແຂວງ ຫົວພັນ ໄປອວຍພອນປີໃຫ້ຫວຽດ ໃຫ້ແກ່ ກອງບັນຊາການທະຫານແທັງຫວ໋າ

00:54 | 13/05/2019

ຍສໝ - ໂອກາດກະກຽມບຸນປະເພນີປີໃໝ່ຂອງປະຊາຊົນບັນດາເຜົ່າຂອງຫວຽດນາມ, ຕອນເຊົ້າຂອງວັນທີ 23 ມັງກອນ, ຄະນະພະນັກງານ ກອງບັນຊາການທະຫານແຂວງຫົວພັນ ນຳໂດຍ ພົນຈັດຕະວາສຸລິນພອນ ຄຳພະຈັນ, ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງ ຫົວພັນ ພ້ອມຄະນະໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດ ໃຫ້ແກ່ພະນັກງານ, ນັກຮົບຂອງກອງບັນຊາການທະຫານແຂວງແທັງຫວ໋າ.

ກອງບັນຊາການທະຫານແຂວງ ຫົວພັນ ໄປອວຍພອນປີໃຫ້ຫວຽດ ໃຫ້ແກ່ ກອງບັນຊາການທະຫານແທັງຫວ໋າ

ຄະນະພະນັກງານທະຫານແຂວງຫົວພັນມອບຂອງຂວັນ ແລະ ອວຍພອນປີໃໝ່ ໃຫ້ແກ່ພະນັກງານນັກຮົບ ຂອງກອງບັນຊາການທະຫານແຂວງແທັງຫວ໋າ.

ທີ່ການຕ້ອນຮັບການນຳຂອງກອງບັນຊາການທະຫານ ຂອງສອງແຂວງໄດ້ລາຍງານໃຫ້ກັນຮູ້ກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທຳສັງຄົມ, ວຽກງານປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບຂອງສອງປະເທດເວົ້າລວມ, ສອງແຂວງແທັງຫວ໋າ ແລະ ແຂວງຫົວພັນເວົ້າສະເພາະ, ພ້ອມກັນນັ້ນຕີລາຄາຄືນໝາກຜົນຂອງການຮ່ວມມືປະສານສົມທົບກັນປະຕິບັດໜ້າທີ່ກໍ່ຄືພາລະກິດ ດ້ານການທະຫານ-ປ້ອງກັນປະເທດ ໃນໄລຍະທີ່ຜ່ານມາ, ເຫັນດີເປັນເອກກະພາບນຳກັນໃນເນື້ອໃນໂຄງການປະສານງານໃນຕໍ່ໜ້າ. ເບື້ອງຕົ້ນ ກອງບັນຊາການທະຫານແຂວງ ທັງສອງ ເປັນດີເປັນເອກກະພາບສູງສຸດໃນພາລະກິດກຽມພ້ອມສູ້ຮົບ, ເພີ່ມທະວີການລາດຕະເວນ, ກວດກາບັນດາອົງການ, ບຸກຄົນ ທີ່ເຂົ້າອອກປະເທດເພື່ອໄປຢ້ຽມຢາມຍາດຕິພີ່ນ້ອງເນື່ອງໃນວັນບຸນປີໃໝ່ຫວຽດນີ້; ພ້ອມກັນນັ້ນກໍ່ກຳແໜ້ນສະພາບການ ແລະ ທັນເວລາ, ລາຍງານໃຫ້ແກ່ກັນຊາ ບກ່ຽວກັບບັນຫາທີ່ອາດກໍ່ໃຫ້ເກີດຄວາມວຸ້ນວາຍ, ບໍ່ມີສະຖຽນລະພາບດ້ານ ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໃນສັງຄົມ, ເພື່ອໃຫ້ມີມາດຕະການສະກັດກັ້ນ ແລະ ແກ້ໄຂຢ່າງມີປະສິດທິຜົນ ສິ່ງທີ່ເກີດຂື້ນຕາມແນວຊາຍແດນຂອງສອງປະເທດ.

ໂອກາດທີ່ກຳລັງກະກຽມຕ້ອນຮັບປີໃໝ່ ປີກຸນ 2019 ນີ້, ພົນຈັດຕະວາ ສຸລິນພອນ ຄຳພະຈັນ ພ້ອມຄະນະ ກອງບັນຊາການທະຫານແຂວງຫົວພັນ ອວຍພອນໃຫ້ ພະນັກງານ, ນັກຮົບຂອງກອງບັນຊາການທະຫານແຂວງແທັງຫວ໋າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ສົບຜົນສຳເລັດໃນໜ້າທີ່ວຽກງານດ້ານການເມືອງ ຕະຫຼອດປີ 2019.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.