ຫາລືການຮ່ວມມືກໍ່ສ້າງສູນເສັ້ນເລືອດສະໝອງ-ຫົວໃຈ ຢູ່ໂຮງໝໍແຂວງສະຫວັນນະເຂດ

14:38 | 08/08/2019

ອາດເປັນໄປໄດ້ທີ່ໂຮງໝໍແຂວງສະຫວັນນະເຂດ ຈະກາຍເປັນສູນເສັ້ນເລືອດສະ ໝອງ-ຫົວໃຈ ທີ່ນຳໃຊ້ເຕັກໂນ ໂລຊີ ແລະອຸປະກອນການແພດ ທີ່ທັນສະໄໝເຂົ້າໃນການປິ່ນ ປົວ ແລະເບິ່ງແຍງສຸຂະພາບ ຂອງພໍ່ແມ່ປະຊາຊົນບັນດາ ເຜົ່າພາຍໃນແຂວງສະຫວັນ ນະເຂດ.

ຫາລືການຮ່ວມມືກໍ່ສ້າງສູນເສັ້ນເລືອດສະໝອງ-ຫົວໃຈ ຢູ່ໂຮງໝໍແຂວງສະຫວັນນະເຂດ

ພິທີເຊັນບົດບັນທຶກການເຮັດວຽກຂອງຄະນະປະຕິບັດງານທັງສອງຝ່າຍ.(ພາບ:ສະຫວັນພັດທະນາຂ່າວ)

ໃນວັນທີ 2 ສິງຫາ 2019 ຄະນະຜູ້ແທນໂຮງໝໍ ສາກົນຫົວໃຈ-ເສັ້ນເລືອດ ເກີ່ນເທີ ສສ ຫວຽດນາມ ນຳ ໂດຍທ່ານ ປອ ເຈີນ ຈີ ເກືອງ ຜູ້ອຳນວຍການໂຮງໝໍສາກົນ ຫົວໃຈ-ເສັ້ນເລືອດເກີ່ນເທີ ໂດຍການນຳພາທາງຂອງ ທ່ານ ດຣ ຈັນເພັງ ສຸດທິວົງ ຫົວ ໜ້າຫ້ອງການສູນກາງແນວ ລາວສ້າງຊາດ ໄດ້ເດີນທາງມາ ຮ່ວມເຮັດວຽກກັບຄະນະຜູ້ ແທນຂອງໂຮງໝໍແຂວງສະ ຫວັນນະເຂດ ເພື່ອປຶກສາຫາລື ແລະຊອກທິດທາງການຮ່ວມ ມື ພ້ອມທັງເບິ່ງທ່າແຮງຄວາມ ອາດສາມາດຂອງໂຮງໝໍ ແຂວງສະຫວັນນະເຂດ ເພື່ອ ສ້າງຕັ້ງເປັນສູນເສັ້ນເລືອດ ໃນສະໝອງ-ຫົວໃຈ ເຊິ່ງພິທີ ພົບປະຂອງຄະນະຜູ້ແທນ ລາວ-ຫວຽດນາມ ໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມໂຮງໝໍແຂວງ ສະຫວັນນະເຂດ, ໃຫ້ກຽດຕ້ອນ ຮັບຄະນະຜູ້ແທນດັ່ງກ່າວນຳ ໂດຍທ່ານ ນາງ ດຣ ຈັນດອນ ມະນີພູໄສ ຮອງຫົວໜ້າພະ ແນກສາທາລະນະສຸກແຂວງ, ທ່ານ ດຣ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງ ພ້ອມດ້ວຍ ພະນັກງານແພດໝໍ ແລະການຈັດຕັ້ງກ່ຽວຂ້ອງເຂົ້າຮ່ວມນຳ.

ຫາລືການຮ່ວມມືກໍ່ສ້າງສູນເສັ້ນເລືອດສະໝອງ-ຫົວໃຈ ຢູ່ໂຮງໝໍແຂວງສະຫວັນນະເຂດ

ຄະນະຜູ້ແທນຫວຽດນາມໄດ້ລົງເກັບກຳຂໍ້ມູນສະຖານທີ່ຂອງໂຮງໝໍແຂວງສະຫວັນນະເຂດ.(ພາບ:ສະຫວັນພັດທະນາຂ່າວ)


ເຊິ່ງພາຍຫຼັງການພົບປະ ຫາລື ແລະລົງເບິ່ງສະພາບຕົວຈິງພາຍໃນໂຮງໝໍແຂວງ ເພື່ອ ຊອກເບິ່ງທ່າແຮງຄວາມເປັນໄປໄດ້ໃນການຮ່ວມມືກັນດ້ານວິຊາການ ກໍ່ຄືການສ້າງສູນ ເສັ້ນເລືອດສະໝອງ-ຫົວໃຈ ຢູ່ທີ່ໂຮງໝໍແຂວງສະຫວັນ ນະເຂດ. ຈາກນັ້ນ, ທາງຄະນະຜູ້ ແທນທັງສອງຝ່າຍກໍ່ໄດ້ເຂົ້າ ຢ້ຽມຂ່ຳນັບທ່ານສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນ ນະເຂດ ທີ່ຫ້ອງວ່າການປົກ ຄອງແຂວງ ເພື່ອລາຍງານຈຸດ ປະສົງຂອງການເດີນທາງມາ ຢ້ຽມຢາມ ແລະເຮັດວຽກທີ່ ແຂວງສະຫວັນນະເຂດ ພ້ອມ ທັງລາຍງານຜົນຂອງການປຶກ ສາຫາລືກັນຂອງທັງສອງ ຝ່າຍ ຈາກນັ້ນ, ກໍ່ໄດ້ມີພິທີເຊັນ ບົດບັນທຶກຊ່ວຍຈຳຮ່ວມກັນ ລະຫວ່າງໂຮງໝໍສາກົນສສ ຫວຽດ​ນາມຫົວໃຈ-ເສັ້ນເລືອດ ເກີ່ນເທີ, ໂຮງໝໍແຂວງສະ ຫວັນນະເຂດ, ກຸ່ມບໍລິສັດພົງ ສະຫວັນຈຳກັດ ແລະຫ້ອງ ວ່າການປົກຄອງແຂວງ ໂດຍ ການເປັນກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ຊຶ່ງບົດບັນທຶກຊ່ວຍຈຳສະ ບັບນີ້ໄດ້ລະບຸວ່າ: ສ້າງເງື່ອນ ໄຂອຳນວຍຄວາມສະດວກ ໃນການກໍ່ສ້າງສູນເສັ້ນເລືອດ ໃນສະໝອງ-ຫົວໃຈໃຫ້ແກ່ ລາວ ເພື່ອຊ່ວຍພັດທະນາການ ປິ່ນປົວສຸກເສີນພະຍາດເສັ້ນ ເລືອດໃນສະໜອງ-ຫົວໃຈ ຢູ່ໂຮງໝໍແຂວງສະຫວັນນະ ເຂດ, ໃຫ້ຄຳປຶກສາແກ່ບັນດາໂຮງໝໍຢູ່ລາວໃນການຍົກລະ ດັບ, ກໍ່ສ້າງພື້ນຖານໂຄງລ່າງ, ປະກອບວັດສະດຸ, ອຸປະກອນ ການແພດໃນການຮັບໃຊ້ບົ່ງ ມະຕິປິ່ນປົວ, ນຳໃຊ້ເຕັກນິກ ສູງຮັບໃຊ້ການເບິ່ງແຍງສຸຂະ ພາບຂອງປະຊາຊົນ, ສະໜັບ ສະໜູນຊ່ວຍເຫຼືອລົງທຶນ, ຮ່ວມ ມືໃນການພັດທະນາດ້ານສາທາລະນະສຸກຢູ່ໂຮງໝໍແຂວງສະຫວັນນະເຂດ ສປປ ລາວ, ດ້ານການແບ່ງຄວາມຮັບຜິດ ຊອບແມ່ນທາງໂຮງໝໍແຂວງ ສະໜອງສະຖານທີ່ບໍລິການ ແລະພະນັກງານ, ກຸ່ມບໍລິສັດພົງ ສະຫວັນຈຳກັດ ຮັບຜິດຊອບ ດ້ານງົບປະມານໃນການລົງ ທຶນຊື້ອຸປະກອນການແພດ ແລະພື້ນຖານໂຄງລ່າງ, ໂຮງ ໝໍສາກົນເສັ້ນເລືອດໃນສະ ໝອງ-ຫົວໃຈເກີ່ນເທີຈັດຕັ້ງ ວຽກງານຝຶກອົບຮົມຕ່າງໆ, ຊ່ວຍເຫຼືອດ້ານຊ່ຽວຊານທາງ ການແພດ, ການຈັດຕັ້ງບຳລຸງ ພະນັກງານການແພດ ແລະ ການສົ່ງມອບເຕັກໂນໂລຊີທີ່ ທັນສະໄໝ.

(ຫັດ​ທະ​ບູນ)

ເຫດການ