ສະພາກາແດງ ນະຄອນຮ່າໂນ້ຍ ຈັດກິດຈະກຳ ນຳ້ໃຈມະນຸດສະທຳ ຢູ່ ນະຄອນຫຼວງວຽງຈັນ.

15:38 | 27/08/2018

ຍສໝ - ໃນລະຫ່າງ ວັນທີ 20 ຫາ 27 ສິງຫາ ນີ້ ຄະນະຮັບຜິດຊອບ ໂດຍສະຫາຍ ຫງວ໋ຽນສີ໋ ເຈື່ອງ ປະທານ ສະພາກາແດງ ນະຄອນ ຮ່າໂນ້ຍ ເປັນຫົວໜ້ານຳພາຄະນະ ໄດ້ຈັດໂຄງການ ການເຄື່ອນໄຫວ ນຳ້ໃຈມະນຸດສະທຳ ແລະ ແບ່ງປັນ ແລກປ່ຽນບົດຮຽນ ໃນວຽກງານສະມາຄົມ ແລະ ຂະບວນການ ກາແດງ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ.

ສະພາກາແດງ ນະຄອນຮ່າໂນ້ຍ ຈັດກິດຈະກຳ ນຳ້ໃຈມະນຸດສະທຳ ຢູ່ ນະຄອນຫຼວງວຽງຈັນ.

ສະພາກາແດງ ນະຄອນຫຼວງຮ່າໂນ້ຍ ມອບເງິນຊ່ວຍເຫຼືອປະຊາຊົນແຂວງ ອັດຕະປື.

ນີ້ແມ່ນການເຄື່ອນໄຫວ ເນື່ອງໃນໂອກາດ ຄົບຮອບ 56 ປີ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງຫວຽນາ-ລາວ(1962 - 2018); ສືບຕໍ່ເສີມຂະຫຍາຍ ຜົນສຳເລັດອັນດີງາມ ວຽກງານການຮ່ວມມື ດ້ານມະນຸດສະທຳ ລະຫວ່າງ ສະພາ ກາແດງ ຫວຽດນາມ , ສະພາ ກາແດງລາວ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວຽກງານການທູດປະຊາຊົນ ນຳພາມູນເຊື້ອ ສາຍພົວພັນສາມັກຄື ມິດຕະພາບ ລະຫວ່າງ ຫວຽດນາມ-ລາວ ນັບມື້ນັບເລິກເຊິ່ງ ແທ້ຈິງ ແລະ ມີປະສິດທິຜົນ ໃນທຸກຂົງເຂດພິເສດແມ່ນຂົງເຂດ ມະນຸດສະທຳ. ໂດຍຜ່ານການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ ຊຸກຍູ້ ແລະ ຍົກສູງຂື້ນຕື່ມ ມູນເຊື້ອສາຍພົວພັນມິດຕະພາບ ນຳ້ໃຈສາມັກຄື ແລະ ການຮ່ວມມືອັນເລິກເຊິ່ງ ແລະ ມີປະສິດທິຜົນ ລະຫວ່າງ ສະພາກາແດງ ນະຄອນຫຼວງ ຮ່າໂນ້ຍ -ວຽງຈັນ ໃນວຽກງານດ້ານມະນຸດສະທຳ ແລະ ພັດທະນາ ຂະບວນການ ສະພາກາແດງ ແລະ ພະຈັນສ້ຽວ ສາກົນ.

ສະພາກາແດງ ນະຄອນຮ່າໂນ້ຍ ຈັດກິດຈະກຳ ນຳ້ໃຈມະນຸດສະທຳ ຢູ່ ນະຄອນຫຼວງວຽງຈັນ.

ສະພາກາແດງ ນະຄອນຫຼວງຮ່າໂນ້ຍມອບຂອງຂັວນໃຫ້ແກ່ຄອບຄົວທຸກຍາກ.

ໃນການເຄື່ອນໄຫວນີ້ ສະພາກາແດງ ນະຄອນຈະມອບ ອາຄານສະພາກາແດງ ມູນຄ່າ 88 ລ້ານດົ່ງ; ມອບ ງົວ ຈຳນວນ 5 ໂຕ ມູນຄ່າ 75 ລ້ານດົ່ງ; ມອບທືນການສຶກສາຈຳນວນ 100 ທຶນ ມູນຄ່າ 100 ລ້ານດົ່ງ(ເງິນສົດ); ມອບເງິນຊ່ວຍເຫຼືອ 50 ລ້ານດົ່ງ ໃຫ້ແກ່ປະຊາຊົນ ແຂວງອັດຕະປື ເພື່ອແກ້ໄຂຜົນກະທົບຈາກເຫດການ ຄູກັ້ນນຳ້ເຂື່ອນໄຟຟ້າ ແຕກ . ມູນຄ່າທັງໝົດ ລວມ 313 ລ້ານດົ່ງ.

ພ້ອມກັນນັ້ນທັງສອງຝ່າຍກໍ່ຈະແລກປ່ຽນຂໍ້ມູນຂ່າວສານ ນະໂຍບາຍ ແນວທາງ ໃນຂົງເຂດມະນຸດສະທຳ ແລະ ແບ່ງປັນ ແລກປ່ຽນບົດຮຽນ ໃນວຽກງານ ສະພາກາແດງ ແລະ ຂະບວກການຕ່າງໆ.

ໃນໂຄງການນິ້ ທາງສະພາກາແດງ ນະຄອນຫຼວງຮ່າໂນ້ຍ ກໍ່ຈັດການຝຶກອົບຮົມ ຄວາມສາມາດໃນການຊ່ວຍເຫຼືອເບື້ອງຕົນ, ເຜີຍແຜ່ບັນດາ ຄວາມຮູ້ກ່ຽວກັບການສະກັດກັ້ນ ອຸບັດຕິເຫດຕາມທ້ອງຖະໜົນ ໃຫ້ແກ່ ຄູອາຈານໂຮງຮຽນອະນຸບານ ນະຄອນຫຼວງວຽງຈັນຈຳນວນ 50 ຄົນ.

ສະພາກາແດງ ນະຄອນຮ່າໂນ້ຍ ຈັດກິດຈະກຳ ນຳ້ໃຈມະນຸດສະທຳ ຢູ່ ນະຄອນຫຼວງວຽງຈັນ.

ສະພາກາແດງມອບງົວໃຫ້ແກ່ປະຊາຊົນ 5 ຄອບຄົວ.

ປະທານ ສະພາກາແດງ ນະຄອນຫຼວງຮ່ໂນ້ຍ ຫງວ໋ຽນສີ໋ ເຈື່ອງ ໄດ້ໃຫ້ຮູ້ວ່າ: ຄົນຫວຽດນາມມີຄວາມພາກພູມໃຈ ຕໍ່ກັບນຳ້ໃຈມິດຕະພາບ ສື່ສັດບໍລິສຸດ ລະຫວ່າງ ສອງປະເທດ ຫວຽດນາມ - ລາວ. ສືບສານ ມູນເຊື້ອອັນລຳ້ຄ່າ ດັ່ງກ່າວນັ້ນ ໃນໄລຍະຜ່ານມາ ລະຫວ່າງ ສອງນະຄອນຫຼວງ ຮ່າໂນ້ຍ ແລະ ວຽງຈັນ ໄດ້ມີການພົບພັນອັນເລິກເຊິ່ງ ແລະ ກ້ວາງຂວາງ, ຮອບດ້ານໃນທຸກໆຂົງເຂດ. ຜ່ານໂຄງການນີ້ ສະພາກາແດງນະຄອນຫຼວງຮ່າໂນ້ຍ ຫວັງເປັນຢ່າງຍິ່ງຮ່ວມກັບກັນສ້າງປະກາຍແຫ່ງສາຍພົວພັນພິເສດ ຫວຽດ-ລາວ ເວົ້າລວມ ກໍ່ຄືທັງສອງນະຄອນຫຼວງ ຮ່າໂນ້ຍ-ວຽງຈັນ ເວົ້າສະເພາະ.

ທ່ານປະທານ ສະພາກາແດງ ໄດ້ແບ່ງປັນວ່າ: “ພວກເຮົາຮູ້ວ່າ: ໃນອາດີດ ບັນພະບູລຸດຂອງພວກເຮົາ ຮ່ວມຄຽງບ່າຄຽງໄລ່ ຊ່ວຍເຫຼືອເຊິ່ງກັນແລະກັນ ປົກປັກຮັກສາ ສ້າງສາ ສອງຊາດ, ເຖິງປະຈຸບັນ ກໍ່ຄືອານາຄົນ ຖ້າພວກເຮົາພົບກັບຄວາມຫຍຸ້ງຍາກລຳບາກ ກໍ່ຈະຮ່ວມກັນຜ່ານຜ່າ ແລະ ຊ່ວຍເຫຼືອຍູ້ໜູນກັນແລະກັນ. ສິ່ງຂອງທີ່ຄະນະມອບໃຫ້ຜູ້ທີ່ທຸກຍາກລຳບາກ ມື້ນີ້ອາດຈະໜ້ອຍດ້ານມູນຄ່າ ແຕ່ມັນເປັນນຳ້ໃຈ ຂອງພະນັກງານ ສະມາຊິກສະພາກາແດງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ຫວັງທີ່ຢາກຈະແບ່ງປັນ ກໍ່ຄືບັນເທົາ ຄວາມຫຍຸ້ງຍາກ ຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ ”.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.