ສຸມໃສ່ແຫຼ່ງກຳລັງ ເພື່ອຮັບປະກັນຜົນສຳເລັດຂອງປີອາຊຽນ ຫວຽດນາມ 2020

16:56 | 31/01/2020

ຍສໝ - ທ່ານ ດ່າວຫງ໋ອກຢູ໋ງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າປີ 2019 ແມ່ນປີທີ່ປະສົບຜົນສຳເລັດຫຼາຍຢ່າງ ສຳລັບກະຊວງແຮງ, ແລະ ໄດ້ວາງແຜນການຈັດຕັ້ງປະຕິບັດໃນປີ 2020, ໃນນັ້ນ, ເນັ້ນໜັກ ເຖິງບົດບາດຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຈະເປັນປະທານປະຊາຄົມວັດທະນະທຳ - ສັງຄົມອາຊຽນ.

ນີ້ແມ່ນການຕັດສິນໃຈທີ່ສະຫຼາດສ່ອງໃສ, ມີວິໄສທັດຍາວນານ ແລະ ເປັນຍຸດທະສາດຂອງພັກ ແລະ ລັດ. ໂດຍສະເພາະ, ໃນປະມວນກົດໝາຍ, ມີບັນຫາໃໝ່ໆ ເຊັ່ນ: ການຂະຫຍາຍຂອບເຂດຂອງຫົວຂໍ້ຕ່າງໆ ເພື່ອດັດປັບເງິນເດືອນແຮງງານຂັ້ນຕ່ຳສຸດ; ພັດທະນາອົງການຕົວແທນແຮງງານ, ຄຽງຂ້າງກັບການຈັດຕັ້ງອົງການກຳມະບານໃນວິສາຫະກິດ; ປັບປ່ຽນເກນອາຍຸບຳນານ ເພື່ອຮັບມືກັບສິ່ງທ້າທາຍຂອງການແກ້ໄຂບັນຫາສູງອາຍຸ.

ສຸມໃສ່ແຫຼ່ງກຳລັງ ເພື່ອຮັບປະກັນຜົນສຳເລັດຂອງປີອາຊຽນ ຫວຽດນາມ 2020

ທ່ານ ດ່າວຫງ໋ອກຢູ໋ງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ. (ພາບ: toquoc.vn)

ກ່ຽວກັບການສົ່ງອອກແຮງງານ, ທ່ານລັດຖະມົນຕີ ດ່າວຫງ໋ອກຢູ໋ງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຄວນໃຫ້ບຸລິມະສິດໃນການເລືອກເອົາບັນດາຂົງເຂດທີ່ມີທ່າແຮງ, ເພື່ອຮັບປະກັນຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ. ພ້ອມກັນນັ້ນ, ຄົນງານ ຫວຽດນາມ ຕ້ອງຮັບປະກັນທັກສະ ແລະ ຍົກສູງທັກສະດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ. ພວກເຮົາພຽງແຕ່ເລືອກເອົາເຂດທີ່ມີທ່າອ່ຽງທີ່ດີ, ໂດຍໄດ້ໃຫ້ບຸລິມະສິດແກ່ເອີຣົບ, ຍີ່ປຸ່ນ, ເຢຍລະມັນ, ໂຣມາເນຍ, ເຊັກ ແລະ ຮົງກາລີ; ຈຳເປັນຮັບປະກັນວ່າ ຄົນງານທີ່ໄປເຮັດວຽກຢູ່ຕ່າງປະເທດມີລະບອບ ແລະ ນະໂຍບາຍທີ່ເໝາະສົມ. ສະນັ້ນເມື່ອພວກເຂົາກັບຄືນບ້ານ, ພວກເຂົາຈະຮັບໃຊ້ປະເທດດ້ວຍຈິດໃຈ, ທັກສະດ້ານແຮງງານ, ມີສະຕິລະບຽບວິໄນທີ່ດີ ແລະ ມີແຫຼ່ງທຶນທີ່ແນ່ນອນເພື່ອເລີ່ມຕົ້ນເຮັດທຸລະກິດ.

ປີ 2020, ໃນຖານະເປັນປະທານປະຊາຄົມ, ຫວຽດນາມ ໄດ້ສະເໜີ 2 ຂໍ້ລິເລີ່ມ: “ຖະແຫຼງການລະດັບສູງອາຊຽນ ກ່ຽວກັບການພັດທະນາຊັບພະຍາກອນມະນຸດໃນໂລກທີ່ມີການປ່ຽນແປງ” ແລະ “ຖະແຫຼງການລະດັບສູງຂອງອາຊຽນ ກ່ຽວກັບການພັດທະນາອາຊີບວຽກງານສັງຄົມ”. ຂໍ້ລິເລີ່ມທັງສອງຢ່າງນີ້ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.