ການເຊື່ອມໂຍງໄດ້ນຳເອົາກາລະໂອກາດຫຼາຍຢ່າງມາໃຫ້ບັນດາວິສາຫະກິດຫວຽດນາມ ເປີດກວ້າງການສໍາຜັດກັບຕະຫຼາດ, ເຊື່ອມຕໍ່ ແລະເຂົ້າຮ່ວມເຄືອຂ່າຍການຜະລິດທົ່ວໂລກຢ່າງເລິກເຊິ

16:48 | 13/01/2020

ຍສໝ - ນັບແຕ່ເມື່ອເຂົ້າຮ່ວມ WTO ມາຮອດປະຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມການເຈລະຈາ ແລະລົງນາມ 17 FTA (ມີ 14 FTA ໄດ້ລົງນາມ), ນໍາ ຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເປີດປະຕູທີ່ສຸດດ້ວຍການພົວພັນດ້ານການຄ້າກັບຕະຫຼາດທົ່ວໂລກຫຼາຍກວ່າ 230 ແຫ່ງ, ພິເສດມີ 15 FTA ກັບບັນດາປະເທດສັງກັດ G20.

ການເຊື່ອມໂຍງໄດ້ນຳເອົາກາລະໂອກາດຫຼາຍຢ່າງມາໃຫ້ບັນດາວິສາຫະກິດຫວຽດນາມ ເປີດກວ້າງການສໍາຜັດກັບຕະຫຼາດ, ເຊື່ອມຕໍ່ ແລະເຂົ້າຮ່ວມເຄືອຂ່າຍການຜະລິດທົ່ວໂລກຢ່າງເລິກເຊິ

ພາບປະກອບ

ໃນສະພາບການສືບຕໍ່ປະຕິບັດບັນດາຄໍາໝັ້ນສັນຍາເຊື່ອມໂຍງເຂົ້າກັບສາກົນ, ໂດຍສະເພາະແມ່ນການຜັນຂະຫຍາຍການປະຕິບັດຄໍາໝັ້ນສັນຍາເຊື່ອມໂຍງຢູ່ບັນດາ FTA ແບບໃໝ່ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າປາຊີຟິກ (CPTPP) ແລະສັນຍາການຄ້າເສລີຫວຽດນາມ-ອີຢູ່ (EVFTA), ບັນດາຊ່ຽວຊານໃຫ້ຂໍ້ສັງກັດວ່າຄວນສືບຕໍ່ມີບັນດາມາດຕະການໜູນຊ່ວຍຢ່າງມີປະສິດທິຜົນ, ສອດຄ່ອງ, ກ່ອນອື່ນໝົດແມ່ນກໍ່ສ້າງ ແລະຈັດຕັ້ງການຜັນຂະຫຍາຍການປະຕິບັດແຜນການກະທໍາໃນການປະຕິບັດບັນດາ FTA ໃຫ້ມີປະສິດທິຜົນ, ເພື່ອແນໃສ່ໜູນຊ່ວຍຈົນສຸດຄວາມສາມາດໃຫ້ແກ່ບັນດາວິສາຫະກິດໃນການສໍາຜັດກັບຕະຫຼາດ.

ບັນດາວິສາຫະກິດຂອງຫວຽດນາມ ໄດ້ເປີດກວ້າງເທື່ອລະກ້າວ, ສໍາຜັດກັບຕະຫຼາດທົ່ວໂລກ ຍ້ອນວ່າບັນດາຮົ້ວຂີດຂວາງສ່ວນຫຼາຍໃນການຄ້າສາກົນໄດ້ຄ່ອຍໆຮື້ມ້າງອອກ, ບັນດາຮົ້ວຂີດຂວາງກ່ຽວກັບລະບຽບການນິຕິກໍາກໍ່ໄດ້ຫຼຸດລົງຢູ່ໃນລະດັບຕໍ່າສຸດ ແລະມີຄວາມງ່າຍດາຍທີ່ສຸດ. ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກໍາ ແລະການຄ້າ ຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຕະຫຼາດໃຫ້ປະຊາຄົມວິສາຫະກິດ, ສະມາຄົມຂະແໜງສິນຄ້າປະເພດຕ່າງໆພາຍໃຕ້ຫຼາຍຮູບການທີ່ແຕກຕ່າງກັນຢ່າງຄົບຊຸດ ແລະມີປະສິດທິຜົນ. ເນື້ອໃນຂໍ້ມູນໂຄສະນາຈະເລິກເຊິ່ງກວ້າງຂວາງ ແລະແທດຈິງກວ່າ, ບໍ່ພຽງແຕ່ສຸມໃສ່ບັນດາຄໍາໝັ້ນສັນຍາໃນຂົງເຂດທີ່ເປັນມູນເຊື້ອຄືຫຼຸດພາສີອາກອນ, ຫຼັກການກໍານົດແຫຼ່ງທີ່ມາຂອງສິນຄ້າ, ການບໍລິການ ແລະການລົງທຶນ.

ບັນຫາທີ່ໄດ້ວາງອອກຢ່າງຮີບດ່ວນແມ່ນຕ້ອງຍົກສູງຄວາມສາມາດແກ່ງແຍ້ງຂອງວິສາຫະກິດ, ວິສາຫະກິດຫວຽດນາມ ຕ້ອງປ່ຽນຈິນຕະນາການເພື່ອປັບຕົວໃຫ້ເຂົ້າກັບສະພາບການໃໝ່, ຕັ້ງໜ້າຊອກຮູ້, ກໍາແໜ້ນຂໍ້ມູນ ແລະມີຄວາມໄຫວພິບໃນການສໍາຜັດ, ໝູນໃຊ້ກາລະໂອກາດ, ກະກຽມຈິດໃຈເພື່ອກຽມພ້ອມແກ່ງແຍ້ງໃນພາກພື້ນ ແລະສາກົນ, ມີຫົວຄິດປະດິດສ້າງ ແລະມີຄວາມໄຫວພິບໃນການດໍາເນີນທຸລະກິດ; ມີແຜນການກໍ່ສ້າງກຳລັງຄວາມສາມາດ, ໂດຍສະເພາະແມ່ນເຄື່ອງໝາຍການຄ້າ. ໄປຄຽງຄູ່ກັນນັ້ນ, ການລົງທຶນກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງກໍ່ສໍາຄັນທີ່ສຸດ ແລະແມ່ນປັດໄຈທີ່ບໍ່ອາດຂາດໄດ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.