ຄຳສັ່ງສະບັບໃໝ່ຂອງຄະນະເລຂາທິການກ່ຽວກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ

14:31 | 05/12/2019

ຍສໝ - ການນຳຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (ສະຫະພັນ) ໃຫ້ຮູ້ວ່າ: ຫນ້າທີ່ປົກຄຸມ ແລະ ຈຸດສຸມຂອງ ສະຫະພັນໃນຕໍ່ໜ້າຈະແມ່ນການຈັດຕັ້ງປະຕິບັດບັນດາເນື້ອໃນຕ່າງໆຕາມຈິດໃຈການຊີ້ນຳຂອງຄະນະເລຂາທິການສຸນກາງພັກຕາມຄຳສັ່ງສະບັບເລກທີ 38-CT/TW "ວ່າດ້ວຍສືບຕໍ່ການປ່ຽນແປງໃໝ່, ເສີມຂະຫຍາຍ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃນສະພາບການໃໝ່” ລົງວັນທີ 19/9/2019.

ຄຳສັ່ງສະບັບໃໝ່ຂອງຄະນະເລຂາທິການກ່ຽວກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ

ທ່ານ ເຈີ່ນ ກວກ ເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແກ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ

ໜັງສືພິມຍຸກສະໄໝ ຂໍຄັດເອົາບາງເນື້ອໃນຕົ້ນຕໍຂອງຄຳສັ່ງສະບັບນີ້ມາສະເໜີໃຫ້ທ່ານຜູ້ອ່ານຊາບ.

1.ສືບຕໍ່ຢືນຢັນສະຫະພັນແມ່ນອົງການຈັດຕັ້ງດ້ານການເມືອງ - ສັງຄົມຮັບຜິດຊອບກ່ຽວກັບດ້ານການພົວພັນຕ່າງປະເທດປະຊາຊົນໃນຂົງເຂດສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ຮ່ວມມືປະຊາຊົນ, ເປັນສະມາຊິກຂອງແນວໂຮມແຫ່ງຊາດຫວຽດນາມ; ມີບົດບາດເປັນແກນນຳໃນການເຄື່ອນໄຫວດ້ານການພົວພັນຕ່າງປະເທດປະຊາຊົນ ແລະ ວຽກງານປຸກລະດົມອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ເປັນອົງການຈັດຕັ້ງປະຕິບັດວຽກງານການເມືອງຕ່າງປະເທດ ແລະ ເປັນສ່ວນປະກອບໜຶ່ງຂອງກຳລັງຮັບຜິດຊອບການພົວພັນຕ່າງປະເທດຂອງປະເທດເຮົາ. ສະຫະພັນໄດ້ຈັດຕັ້ງອັນແໜ້ນແຟ້ນຮັດກຸມ, ໄດ້ຮັບປະກັນການບັນຈຸກຳລັງ, ບັນດານະໂຍບາຍຕໍ່ຖັນແຖວພະນັກງານ, ຄ່າໃຊ້ຈ່າຍ ແລະ ເງື່ອນໄຂການເຮັດວຽກ.

2.ສືບຕໍ່ປ່ຽນແປງໃໝ່, ຍົກສຸງຄຸນນະພາບ, ປະສິດທິພາບການເຄື່ອນໄຫວຂອງສະຫະພັນຕາມຄຳຂວັນ "ເປັນເຈົ້າການ, ໄຫວພິບ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ" ໂດຍມີບັນດາໜ້າທີ່, ວິທີການແກ້ໄຂຕົ້ນຕໍຄືດັ່ງລຸ່ມນີ້:

-ເສີມຂະຫຍາຍເປັນຢ່າງດີບົດບາດ ແລະ ຫນ້າທີ່ຮັບຜິດຊອບຂອງຄະນະພັກສະຫະພັນໃນການຊີ້ນຳ- ນຳພາການຈັດຕັ້ງ ແລະ ເຄື່ອນໄຫວຂອງສະຫະພັນ, ໂດຍສະເພາະແມ່ນໃນການກໍ່ສ້າງ ແລະ ຍົກສູງຄຸນນະພາບຂອງຖັນແຖວພະນັກງານ, ປະກອບສ່ວນຮັບປະກັນການນຳພາ, ຊີ້ນຳເປັນເອກະພາບຂອງພັກ, ການຄຸ້ມຄອງຢ່າງລວມສູນຂອງລັດ, ປະສານງານຢ່າງແໜ້ນແຟ້ນລະຫວ່າງການພົວພັນຕ່າງປະເທດປະຊາຊົນກັບການຕ່າງປະເທດຂອງພັກ ແລະ ການຕ່າງປະເທດຂອງລັດ, ສ້າງເປັນກຳລັງແຮງສັງລວມຂອງສະໜາມຮົບການຕ່າງປະເທດ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

-ກໍ່ສ້າງກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານຮັບຜິດຊອບຂອງສະຫະພັນເຂັ້ມແຂງ, ກະທັດຮັດ, ເຄື່ອນໄຫວມີປະສິດທິພາບ. ສົ່ງເສີມປຸກລະດົມແຫຼ່ງກຳລັງຈາກສັງຄົມໃຫ້ແກ່ການເຄື່ອນໄຫວຂອງສະຫະພັນ, ພ້ອມທັງຮັບປະກັນການຄຸ້ມຄອງຢ່າງແໜ້ນແຟ້ນຕາມກຳນົດ.

-ສືບຕໍ່ເປີດກວ້າງ, ຫັນເປັນການພົວຜັນຫຼາຍຝ່າຍ, ຫັນເປັນຫຼາຍທິດທາງການພົວພັນຄູ່ຮ່ວມມື, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຫວຽດນາມກັບປະຊາຊົນບັນດາປະເທດຕ່າງໆ; ສວຍໃຊ້ການເຫັນດີ, ສະໜັບສະໜຸນຢ່າງກວ້າງຂວາງຂອງປະຊາຊົນໂລກຕໍ່ພາລະກິດການສ້າງສາ ແລະ ພັດທະນາປະເທດຊາດຂອງປະຊາຊົນພວກເຮົາ…

-ເອົາໃຈໃສ່ຕໍ່ເນື້ອໃນການເມືອງໃນການເຄື່ອນໄຫວດ້ານການຕ່າງປະເທດຂອງສະຫະພັນເພື່ອສວຍໃຊ້ຄວາມເຫັນດີ, ສະໜັບສະໜຸນ, ຄວາມສາມັກຄີຢ່າງກວ້າງຂວາງຂອງປະຊາຊົນໂລກຕໍ່ຫວຽດນາມ; ປົກປັກຮັກສາສິດຜົນປະໂຫຍດຂອງຊາດ - ຊົນເຜົ່າ, ປາລະມີ ແລະ ພາບພົດຕໍ່ສາກົນຂອງປະເທດເຮົາ, ປະກອບສ່ວນຢ່າງຕັ້ງໜ້າໃນຂະບວນການຕໍ່ສູ້ຂອງປະຊາຊົນໂລກເພື່ອສັນຕິພາບ, ເອກະລາດຂອງຊົນເຜົ່າ, ປະຊາທິປະໄຕ, ຄວາມກ້າວໜ້າ ແລະ ພັດທະນາຂອງສັງຄົມ.

-ຕັ້ງໜ້າເຂົ້າຮ່ວມວຽກງານຂົນຂວາຍຄົນຫວຽດນາມຢູ່ຕ່າງປະເທດກັບຄືນປະເທດ, ປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ, ພັດທະນາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະເທດເຮົາກັບປະເທດຕ່າງໆ.

-ຍົກສຸງປະສິດທິພາບການຮ່ວມມືກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ. ເອົາໃຈໃສ່ຍົກສູງຄຸນນະພາບ, ປະສິດທິຜົນວຽກງານປຸກລະດົມການຊ່ວຍເຫຼືອບໍ່ຂື້ນກັບລັດຖະບານຕ່່າງປເທດ.

-ເພິ່ມທະວີວຽກງານຄົ້ນຄວ້າ, ຄາດຄະເນ, ເປັນເສນາທິການ ແລະ ຂໍ້ມູນການຕ່າງປະເທດຂອງສະຫະພັນ.

3.ອີງຕາມບົດບາດ, ໜ້າທີ່ຂອງຕົນ, ບັນດາຄະນະພັກແຂວງ, ຄະນະພັກນະຄອນ, ໜ່ວຍພັກ, ຄະນະນຳໜ່ວຍພັກ, ຄະນະພັກຮາກຖານ ແລະ ຄະນະນຳພັກທີ່ຂຶ້ນກັບສູນກາງຈັດຕັ້ງປະຕິບັດການເຊື່່ອມຊືມ, ຜັນຂະຫຍາຍປະຕິບັດ, ເພີ່ມທະວີການຊີ້ນຳ-ນຳພາ, ປະສານງານຢ່າງແໜ້ນແຟ້ນກັບສະຫະພັນ, ຮັບປະກັນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ສະມາຊິກສະຫະພັນ ແລະ ບັນດາອົງການຈັດຕັ້ງທີ່ເປັນສະມາຊິກ, ສະຫະພັນຂັ້ນແຂວງປະຕິບັດ ແລະ ປະຕິບັດໜ້າທີ່ດ້ານການເມືອງໃຫ້ສຳເລັດຕາມທີ່ໄດ້ຮັບການມອບໝາຍ.

4.ຄະນະນຳພັກກະຊວງພາຍໃນ ໃຫ້ຄຳແນະນຳຄະນະພັກສະຫະພັນຊີ້ນຳກໍ່ສ້າງຮູບຈຳລອງອົງການການນຳ, ກວດກາ ແລະ ອົງການເສນາທິການ, ຊ່ວຍວຽກຕາມທິດທາງເປັນເອກະພາບກັບຮູບຈຳລອງທຽບເທົ່າຂອງສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ, ສະຫະພັນບັນດາສະມາຄົມສີລະປະວັນນະຄະດີຫວຽດນາມ, ຮັບປະກັນການກະທັດຮັດ, ເຄື່ອນໄຫວຢ່າງແທ້ຈິງ, ມີປະສິດທິຜົນ.

5.ຄະນະພັກຄະນະລັດຖະບານນຳພາຫັນຄຳສັ່ງເປັນລະບຽບການ, ປະຕິບັດເປັນເອກະພາບໃນການຄຸ້ມຄອງກົງຈັກການຈັດຕັ້ງ, ການບັນຈຸກຳລັງ, ຄ່າໃຊ້ຈ່າຍການເຄື່ອນໄຫວ, ນະໂຍບາຍ, ລະບອບເງິນເດືອນ, ເງິນຕຳແໜ່ງພະນັກງານຮັບຜິດຊອບວິຊາສະເພາະຂອງສະະຫະພັນ; ມີກົນໄກ, ນະໂຍບາຍທີ່ເໝາະສົມເພື່ອລະດົມກຳລັງແຮງສັງຄົມໃຫ້ແກ່ບັນດາການເຄື່ອນໄຫວຂອງສະຫະພັນຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.