ພິທີລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ

15:04 | 21/11/2019

ຍສໝ - ໃນວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການພັດທະນາຊັບພະຍາກອນມະນຸດລະຫວ່າງກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ແລະອຳນາດການປົກຄອງແຂວງ Kanagawa

ກ່າວຄຳເຫັນທີ່ພິທີ, ທ່ານ ເລວັນແທັງ ຮອງລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ຕີລາຄາສູງເລື່ອງສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈຳສະບັບນີ້ ບົດບັນທຶກຊ່ວຍຈໍາຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດແຮງງານ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດກວ່າອີກ ຜ່ານການສ້າງຕັ້ງຂອບການຮ່ວມມື. ຈະມີຊາວໜຸ່ມຫວຽດນາມ ຫຼາຍຄົນມີໂອກາດໄປຍີ່ປຸ່ນ ຮ່ຳຮຽນ ແລະເຮັດວຽກ ແລະເມື່ອກັບຄືນປະເທດ, ບັນດານັກຝຶກງານຈະປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດປະເທດຊາດກໍ່ຄືກໍ່ສ້າງການພົວພັນມິດຕະພາບສອງຝ່າຍ.

ພິທີລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ

ສອງຝ່າຍ ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການພັດທະນາຊັບພະຍາກອນມະນຸດ . (ພາບ: vov.vn)

ສ່ວນທ່ານ Yuji Kuroiwa, ຜູ້ວ່າການແຂວງ Kanagawa ໃຫ້ຮູ້ວ່າ: “ປີ 2019, ຍີ່ປຸ່ນ ດັດປັບກົດໝາຍວ່າດ້ວຍການຮັບເອົາຄົນງານຕ່າງປະເທດ. ດ້ວຍນະໂຍບາຍໃໝ່, ຍີ່ປຸ່ນ ມີກາລະໂອກາດຮັບເອົານັກຝຶກງານຈາກຫວຽດນາມ ແລະປະເທດຕ່າງໆຫຼາຍກວ່າອີກ. ໃນສະພາບການນັ້ນ, ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳສະບັບດັ່ງກ່າວແມ່ນເຫດການທີ່ມີຄວາມໝາຍທີ່ສຸດ. ພວກຂ້າພະເຈົ້າຫວັງວ່າຈະໄດ້ຮັບຄົນງານຫວຽດນາມ ມາ Kanagawa ເຮັດວຽກໃຫ້ຫຼາຍກວ່າອີກ, ພ້ອມທັງຈະມີນະໂຍບາຍໜູນຊ່ວຍດີທີ່ສຸດໃຫ້ເຂົາເຈົ້າ.

ບົດບັນທຶກຊ່ວຍຈໍາ ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດແຮງງານ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດກວ່າອີກ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.