ຫວຽດນາມຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງ EU ເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້

15:20 | 11/09/2019

ຍສໝ - ວັນທີ 10 ກັນຍາ 2019, ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດຫວຽດນາມທີ 2 ກັນຍາ, ໄດ້ຈັດຂຶ້ນຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ, ລາຊະອານາຈັກ ລຸກຊຳບວກ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະພາບເອີລົບ (EU).

ຫວຽດນາມຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງ EU ເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້

ທ່ານ ຫວູແອັງກວາງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ.(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ຫວູແອັງກວາງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ, ລາຊະອານາຈັກລຸກຊຳບວກ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະພາບເອີລົບ ໄກ້ເນັ້ນໜັກວ່າ: ຫວຽດນາມ ຍົກສູງການພົວພັນກັບ EU ແລະ ບັນດາປະເທດສະມາຊິກ EU ເວົ້າລວມ ແລະ ກັບລາຊະອານາຈັກແບນຊິກ ເວົ້າສະເພາະ. ເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ EU ແມ່ນໜຶ່ງໃນບັນດາເສົາຄ້ຳຕົ້ນຕໍໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ພ້ອມທັງຊົມເຊີຍບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນຂອງ EU ທີ່ມີຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້, ໂດຍສະເພາະແມ່ນບັນດາຖະແຫຼງການຂອງ EU ໃນເດືອນ ສິງຫາ ຜ່ານມາ, ລວມທັງຄຳຖະແຫຼງຂອງໂຄສົກອົງການພົວພັນຕ່າງປະເທດເອີລົບ (SEAE) ກ່ຽວກັບບັນດາການຜັນແປຫຼ້າສຸດຢູ່ທະເລຕາເວັນອອກ, ເຊິ່ງໄດ້ຮັບຖືວ່າແມ່ນຄວາມສົນໃຈລວມຂອງປະຊາຄົມສາກົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.