|
ການນຳ ຫວຽດນາມເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ ຢູ່ຮ່າໂນ້ຍ.(ພາບ:baochinhphu.vn)
ເຂົ້າຮ່ວມພິທີຍັງມີ: ທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່, ທ່ານ ເຈິນດຶກເລຶອງ ອະດີດປະທານປະເທດ, ທ່ານ ຫງວຽນຊິງຮຸ່ງ ອະດີດປະທານສະພາແຫ່ງຊາດພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ບັນດາພະນັກງານປະຕິວັດຜູ້ອາວຸໂສ ແລະ ການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.
|
ການນຳ ຫວຽດນາມ ວາງພວງມາລາໄວ້ອາໄລບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຖະໜົນບັກເຊີນ, ຮ່າໂນ້ຍ.(ພາບ:baochinhphu.vn)
ຫຼັງຈາກນັ້ນ, ຄະນະຜູ້ແທນກໍ່ໄດ້ໄປວາງພວງມາລາໄວ້ອາໄລບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຖະໜົນບັກເຊີນ, ຮ່າໂນ້ຍ.
|
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ 2 ກັນຍາ.(ພາບ: TTXVN)
ໃນຕອນຄໍ່າຂອງວັນທີ 29 ສິງຫາ 2019, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາ ໄດ້ເປັນປະທານງານລ້ຽງບັນດາທ່ານເອກອັກຄະລັດຖະທູດ, ທຸຕານຸທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນພ້ອມກັບບັນດາພັນລະຍາ, ສາມີຢູ່ຫວຽດນາມຢ່າງສົມກຽດ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ: ປີ 2020 ແມ່ນປີທີ່ມີຫຼາຍເຫດການສຳຄັນສຳລັບຫວຽດນາມ.
ນີ້ແມ່ນປີສຸດທ້າຍແຫ່ງການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 2016-2020 ດ້ວຍຫຼາຍເປົ້າໝາຍ, ໜ້າທີ່ອັນໃຫຍ່ຫຼວງ, ກະກຽມໃຫ້ພື້ນຖານເສດຖະກິດກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍລະດັບການເຕີບໂຕສູງໃນທົດສະວັດທີ 3 ຂອງສັດຕະວັດ XXI. ພິເສດ, ໃນປີ 2020, ຫວຽດນາມ ມີກຽດທີ່ໄດ້ດຳລົງ 2 ຕໍາແໜ່ງສຳຄັນແມ່ນປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ພ້ອມທັງຢັ້ງຢືນວ່າ: “ພັກ, ລັດ ແລະປະຊາຊົນຫວຽດນາມ ເຊື່ອໝັ້ນວ່າ, ດ້ວຍຄວາມມຸ່ງຫວັງ ແລະຄວາມໄວ້ເນື້ອເຊື່ອໃຈກ່ຽວກັບປະເທດຫວຽດນາມ ແຫ່ງສັນຕິພາບ, ເຊື່ອມໂຍງຢ່າງແຮງ, ພັດທະນາເຂັ້ມແຂງແຮງກ້າ, ພວກຂ້າພະເຈົ້າ ຈະແມ່ນເພື່ອນຜູ້ຈິງໃຈ, ສັດຊື່ບໍລິສຸດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນຢູ່ສະເໝີ”.
|
ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ກ່າວຄໍາເຫັນທີ່ງານລ້ຽງ.(ພາບ:TTXVN)
ໃນຕອນຄ່ຳວັນທີ 29 ສິງຫາ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດງານລ້ຽງຕ້ອນຮັບເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ເນັ້ນໜັກວ່າ ກ່ອນນີ້ 74 ປີ, ພາຍໃຕ້ການຊີ້ນຳນຳພາຂອງປະທານ ໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ໄດ້ດຳເນີນການປະຕິວັດເດືອນ ສິງຫາ ທີ່ຍິ່ງໃຫຍ່ ຍາດເອົາເອກະລາດມາໃຫ້ປະເທດຊາດ, ສະຖາປະນາປະເທດ ຫວຽດນາມ ປະຊາທິປະໄຕສາທາລະນະລັດ ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເປີດສັງກາດໃໝ່ໃຫ້ປະເທດ ຫວຽດນາມ - ສັງກາດຂອງເອກະລາດ, ເປັນເຈົ້າຕົນເອງ, ເສລີພາບ ແລະ ສັງຄົມກ້າວໜ້າ.
(ໄຊພອນ)