ສາຍພົວພັນ ຫວຽດນາມ - ຟີລິປີນ ເລີ່ມມີສີສັນຂື້ນບົນພື້ນຖານຂອງການທູດປະຊາຊົນ

15:27 | 09/07/2019

ຍສໝ - ສາຍພົວພັນ ຫວຽດນາມ - ຟີລິປີນ ເລີ່ມມີສີສັນຂື້ນບົນພື້ນຖານຂອງການທູດປະຊາຊົນ ແມ່ນເນື໊ອໃນທີ່ໄດ້ຮັບການເນັ້ນຫນັກທີ່ການພົບປະ ລະຫວ່າງ ປະທານາ ສະຫະພັນອົງການມິດຕະພາບ ຫວຽດນາມ ທ່ານນາງ ຫງວ໋ຽນ ຖິ ເຟືອງ ງາ ແລະ ລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin.

ສາຍພົວພັນ ຫວຽດນາມ - ຟີລິປີນ ເລີ່ມມີສີສັນຂື້ນບົນພື້ນຖານຂອງການທູດປະຊາຊົນ

ປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ ຫງວ໋ຽນ ຖິ ເຟືອງ ງາ ຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin. (ພາບ: T.V)

ທີ່ການຕ້ອນຮັບ ທ່ານລັດຖະມົນຕີ Locsin ຕອນບ່າຍ ວັນທີ 8 ກໍລະກົດ ຢູ່ນະຄອນຫຼວງຮ່າໂນ້ຍ, ປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ ຫງວ໋ຽນ ຖິ ເຟືອງ ງາ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ກັບຜົນສໍາເລັດຂອງການພັດທະນາຂອງຟີລິບປິນໃນໄລຍະຜ່ານມາ, ພິດເສດແມ່ນລະດັບການຈະເລີນເຕີບໂຕຂອງເສດຖະກິດທີ່ຫນ້າເພິ່ງພໍໃຈ ເຊິ່ງຢູ່ໃນສະພາບການອັນທ້າທາຍຫຼາຍຢ່າງ.

ໃນໂອກາດນີ້, ປະທານສະຫະພັນອົງການມິດຕະພາບ ຫວຽດນາມກໍ່ໄດ້ສະແດງຄວາມຂອບອົກຂອບໃຈໄປເຖິງ ລັດຖະບານ ແລະ ປະຊາຊົນຟີລິປິນ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ຫວຽດນາມໃນການເລືອກຕັ້ງສະມາຊິກບໍ່ຖາວອນ ສະພາຄວາມຫມັ້ນຄົງ ອົງການສະຫະປະຊາຊາດ ສະໄໝປີການ 2020-2021, ແລະ ສະແດງຄວາມຫວັງວ່າ ຟີລິປິນຈະສືບຕໍ່ຢືນຄຽງບ່າຄຽງໄລ່ກັບ ຫວຽດນາມເມື່ອໄດ້ຮັບໜ້າທີ່ຢ່າງເປັນທາງການ, ກໍ່ຄືໃນຖານະເປັນປະທານ ASEAN ປີ 2020.

ຢືນຢັນເຖິງຄວາມສໍາຄັນຂອງການທູດປະຊາຊົນ ໃນວຽກງານການຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບ ລະຫວ່າງສອງປະເທດ, ປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ ຫງວ໋ຽນ ຖິ ເຟືອງ ງາ ໄດ້ສົ່ງຄຳຂອບໃຈໄປຍັງ ລັດຖະບານຟິລິປິນ ທີ່ໄດ້ສ້າງເງື່ອນໄຂ ເອື້ອອໍານວຍໃຫ້ແກ່ ການສ້າງຕັ້ງ ສະມາຄົມມິດຕະພາບ ຟິລິປິນ - ຫວຽດນາມ.

ໂອກາດນີ້, ປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ ກໍ່ເປັນກຽດແຈ້ງໃຫ້ ທ່ານ ລັດຖະມົນຕີການຕ່າງປະເທດ Locsin ກ່ຽວກັບການປະກອບສ່ວນອັນຕັ້ງໜ້າຂອງສະມາຄົມມິດຕະພາບ ຫວຽດນາມ - ຟິລິປິນ ແລະ ສະມາຄົມມິດຕະພາບ ຟີລິບປິນ-ຫວຽດນາມ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນດີງາມ ລະຫວ່າງສອງປະເທດ. ສິ່ງນີ້ສະແດງອອກຜ່ານບັນດເຫດການ, ໂຄງການຮ່ວມມືແທດຈິງ, ປະກອບມີ: ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສອງສະມາຄົມ (6/2019); ກໍ່ສ້າງອະນຸສາວະລີ ມິດຕະພາບ ປະທານ ໂຮ່ ຈີ໋ ມິງ ແລະ ວິລະຊົນແຫ່ງຊາດ ຟິລິປິນ Rizal ຂື້ນຢູ່ທີ່ ມະຫາວິທະຍາໄລ ຖ໋າຍຫງວຽນ (ເປີດນຳໃຊ້ໃນເດືອນພຶດສະພາ 2019); ຈັດຕັ້້ງກອງປະຊຸມແລກປ່ຽນ, ພົບປະໃນວັນສຳຄັນອັນຍິ່ງໃຫຍ່ຂອງສອງປະເທດ...

ສາຍພົວພັນ ຫວຽດນາມ - ຟີລິປີນ ເລີ່ມມີສີສັນຂື້ນບົນພື້ນຖານຂອງການທູດປະຊາຊົນ

ປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ ຫງວ໋ຽນ ຖິ ເຟືອງ ງາ ມອບຂອງຂັວນໃຫ້ແກ່ ລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin. (ພາບ: T.V)

ທ່ານລັດຖະມົນຕີການຕ່າງປະເທດຟີລິປິນ ຕີລາຄາສູງສາຍພົວພັນອັນດີງາມສອງຝ່າຍ ແລະ ແບ່ງປັນທັດສະນະ ຂອງ ທ່ານປະທານສະຫະພັນອົງການມິດຕະພາບ ຫວຽດນາມ ຫງວ໋ຽນ ຖິ ເຟືອງ ງາ ກ່ຽວກັບບົດບາດ ຂອງການທູດປະຊາຊົນໃນການເພີ່ມພູນຄູນສ້າງມິດຕະພາບ.

ໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ Locsin ກໍ່ຢືນຢັນວ່າຟີລິປິນຈະຮ່ວມກ້າວເດີນໄປກັບຫວຽດນາມ ໃນບົດບາດຕໍ່ໜ້າ, ຮັດແໜ້ນນຳ້ໃຈມິດຕະພາບສອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາ, ຄວາມໝັ້ນຄົງຂອງ ອາຊຽນ ເວົ້າສະເພາະ ແລະ ໃນໂລກເວົ້າລວມ.

ພ້ອມກັນນັ້ນ, ທ່ານປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ ແລະ ລັດຖະມົນຕີການຕ່າງປະເທດ ຟີລິປິນ ກໍ່ໄດ້ແລກປ່ຽນ ກ່ຽວກັບບັນຫາທີ່ສອງປະເທດມີຄວາມສົນໃຈເປັນຕົ້ນແມ່ນການປ່ຽນແປງສະພາບອາກາດ, ການປ່ຽນແປງລະບົບພົນລະເມືອງ, ແຮງງານໃນສະໄໝດິຈີຕັ້ນ...

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.