ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ ໃຫ​້​ການ​ຕ້ອ​ນ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣູ​ມາ​ນີ

09:31 | 15/05/2019

ຍສໝ - ໃນຕອນບ່າຍຂອງວັນທີ 14 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ ໃຫ້ການຕ້ອນຮັບ ທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດ ຣູມານີ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ ໃຫ​້​ການ​ຕ້ອ​ນ​ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຣູ​ມາ​ນີ

ທ່ານ ຫງວຽນຊວນຟຸກ ແລະ ທ່ານນາງ Monica Gheorghita. (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍກະຊວງການຕ່າງປະເທດ ແລະ ກະຊວງ, ຂະແໜງການຕ່າງໆ ຂອງສອງປະເທດໄດ້ຜັນຂະຫຍາຍບັນດາມາດຕະການເພື່ອຫັນໝາກຜົນຂອງການຢ້ຽມຢາມ ຣູມານີ ຂອງທ່ານນາຍົກລັດຖະມົນຕີ ເປັນລະອຽດ, ໃນນັ້ນມີບັນດາຂໍ້ຕົກລົງການຮ່ວມມືທີ່ໄດ້ຮັບການລົງນາມຈາກສອງຝ່າຍ. ຫວຽດນາມ ຫວັງວ່າຈະຊຸກຍູ້ການຮ່ວມມືກັບຣູມານີ ໃນທຸກໆຂົງເຂດເປັນຕົ້ນຄື: ເສດຖະກິດ, ການຄ້າ, ການລົງທຶນ…

ທີ່ການຕ້ອນຮັບ, ທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດ ຣູມານີ ໄດ້ໃຫ້ຮູ້ວ່າລັດຖະບານ ຣູມານີ ມີຄວາມຫວັງຢາກຊຸກຍູ້ການຮ່ວມມືມິດຕະພາບກັບຫວຽດນາມໃນຫຼາຍຂົງເຂດ. ບໍ່ພຽງແຕ່ໃນຂອບເຂດລັດຖະບານເທົ່ານັ້ນຫາກຍັງແມ່ນຊຸກຍູ້ໃນການຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຫຼາຍຂົງເຂດອີກດ້ວຍ.

(ໄຊພອນ)

ເຫດການ