ກອງປະຊຸມສະຫຼຸບບັ້ນຈຸດສູງການປາບປາມອາດຊະຍາກຳລະຫວ່າງ ຫວຽດນາມ - ລາວ ແລະ ກຳປູເຈຍ

00:54 | 15/05/2019

ຍສໝ-ໃນຕອນເຊົ້າຂອງວັນທີ 26 ມີນາ, ທີ່ຮ່າໂນ້ຍກົມຕຳຫຼວດອາຍາ, ກະຊວງຕຳຫຼວດຫວຽດນາມ, ກົມໃຫຍ່ຕຳຫຼວດແຫ່ງຊາດ, ກະຊວງພາຍໃນກຳປູເຈຍ ແລະ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ຈັດກອງປະຊຸມສະຫຼຸບບັ້ນຈຸດສູງການປາບປາມອາດຊະຍາກຳຄ້າມະນຸດ ລະຫວ່າງ ກຳປູເຈຍ - ລາວ - ຫວຽດນາມ ປີ 2018.

ກອງປະຊຸມສະຫຼຸບບັ້ນຈຸດສູງການປາບປາມອາດຊະຍາກຳລະຫວ່າງ ຫວຽດນາມ - ລາວ ແລະ ກຳປູເຈຍ

ກອງປະຊຸມສະຫຼຸບບັ້ນຈຸດສູງການປາບປາມອາດຊະຍາກຳຄ້າມະນຸດ ລະຫວ່າງ ກຳປູເຈຍ - ລາວ - ຫວຽດນາມ ປີ 2018

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລກຸຍເວືອງ ໄດ້ສະເໜີໃຫ້ກໍາລັງທີ່ກ່ຽວຂ້ອງຂອງສາມປະເທດຕ້ອງປະສານສົມທົບໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສັນຍາວ່າດ້ວຍການຮ່ວມມືສອງຝ່າຍກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດທີ່ໄດ້ລົງນາມລະຫວ່າງລັດຖະບານ ກຳປູເຈຍ - ລາວ - ຫວຽດນາມ.

ໃນນັ້ນສຸມໃສ່ໃນການຍູ້ແຮງບັນດາກິດຈະກໍາໂຄສະນາກ່ຽວກັບການການສະກັດກັ້ນ ແລະ ຕ້ານອາດຊະຍາກຳການຄ້າມະນຸດ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນໃນການການສະກັດກັ້ນ ແລະ ຕ້ານອາດຊະຍາກຳການຄ້າມະນຸດຢູ່ບັນດາຈຸດສຸມຂອງແຕ່ລະປະເທດ ແລະ ເຂດຊາຍແດນລະຫວ່າງສາມປະເທດ.

ຮັກສາ, ນຳໃຊ້ບັນດາຊ່ອງຂໍ້ມູນຂ່າວສານຢ່າງມີໄຫວພິບ, ເສີມຂະຫຍາຍຄຸນປະໂຫຍດຂອງໂທລະສັບສາຍດ່ວນ, ຫ້ອງການຕົວແທນ, ການແລກປ່ຽນຂໍ້ມູນຂ່າວສານ, ການສືບສວນ ... ແກ້ໄຂຢ່າງທັນການບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ, ຮັບປະກັນໃຫ້ທັນເວລາ, ຊັດເຈນ ແລະ ມີປະສິດທິຜົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.