ຊີວະປະຫວັດຫຍໍ້ ຂອງສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

00:54 | 14/05/2019

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ຫວຽດນາມ ເດີນທາງໄປຢ້ຽມຢາມສັນທະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 24-25 ກຸມພາ 2019.

ຊີວະປະຫວັດຫຍໍ້ ຂອງສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

ສະຫາຍ ຫງວຽນ ຟູ ຈ້ອງ

- ຊື່ ແລະ ນາມສະກຸນ: ຫງວຽນ ຟູ ຈ້ອງ

- ວັນ, ເດືອນ, ປີເກີດ: 14 ເມສາ 1944

- ບ້ານເກີດ: ຕາແສງດົງໂຫຍ, ເມືອງດົງແອງ, ນະຄອນຫຼວງຮ່າໂນ້ຍ

- ລະດັບວິຊາສະເພາະ: ສາສະດາຈານ, ປະລິນຍາເອກການເມືອງວິທະຍາ

- ລະດັບທິດສະດີການເມືອງ: ຊັ້ນສູງ

- ວັນເດືອປີເກີດເຂົ້າພັກ: 19 ທັນວາ 1967

ປະຫວັດການເຄື່ອນໄຫວວຽກງານ ໂດຍຫຍໍ້:

12/1967-08/1996: ເຮັດວຽກຢູ່ວາລະສານກອມມູນິດ (ອົງການທິດສະດີ ແລະ ການ ເມືອງຂອງສູນກາງພັກກອມມູນິດ ຫວຽດນາມ). ໄດ້ຮັບໜ້າທີ່ຕໍາແໜ່ງ ຕາມລໍາດັບດັ່ງນີ້:

- ເປັນຮອງຫົວໜ້າຄະນະຫຼັງຈາກນັ້ນຂື້ນເປັນຫົວໜ້າຄະນະກໍ່ສ້າງພັກ (8/1983-2/1989);

- ເປັນກໍາມະການຄະນະບັນນາທິການວາລະສານກໍ່ສ້າງພັກ (3/1989-04/1990);

- ເປັນຮອງຫົວໜ້າບັນນາທິການວາລະສານກໍ່ສ້າງພັກ (5/1990-7/1991);

- ເປັນຫົວໜ້າບັນນາທິການໃຫຍ່ວາລະສານກໍ່ສ້າງພັກ (8/1991-8/1996);

- 08/1996-02/1998: ເປັນຮອງເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ;

- 02/1998-01/2000: ເປັນກໍາມະການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມ ມູນິດ ຫວຽດນາມ, ຮັບຜິດຊອບວຽກງານແນວຄິດ-ວັດທະນະທໍາ ແລະ ວິທະຍາສາດການສຶກສາຂອງພັກ;

- 08/1999-04/2001: ເຂົ້າຮ່ວມໃນຄະນະປະຈໍາການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ;

- 01/2000-06/2006: ເປັນເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ (ສະໄໝ XII, XIII, XIV).

- 03/1998-08/2006: ເປັນຮອງປະທານ, ປະທານສະພາທິດສະດີສູນກາງ, ຮັບຜິດຊອບວຽກງານທິດສະດີຂອງພັກກອມມູນິດຫວຽດນາມ;

- 06/2006-07/2011: ເປັນປະທານສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ຊຸດ XI, XII);

- 01/2011-01/2016: ເປັນເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ (ສະໄໝທີ XI);

- 01/2016: ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ສະໄໝທີ XII);

- 10/2018 ເຖິງປະຈຸບັນ: ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ.

- ກໍາມະການສູນກາງພັກສະໄໝທີ VII,VIII, IX, X, XI, XII; ກໍາມະການກົມການເມືອງສູນກາງພັກ ສະໄໝທີ VIII, IX, X, XI, XII; ສະມະຊິກສະພາແຫ່ງຊາດຊຸດທີ XI, XII, XIII, XIV.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.