ພິທີສູດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

15:36 | 10/12/2019

ວັນທີ 09 ທັນວາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ສະມາຄົມພຸດທະສາສະໜາ ຫວຽດນາມ, ອົງການພຸດທະສາສະໜາສຳພັນ ລາວ, ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ ລາວໄດ້ສົມທົບກັບສະມາຄົມມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ຫວຽດນາມ ຈັດຕັ້ງພິທີສູດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ.

ພິທີສູດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ພິທີສູດມົນພາວະນາເຖິງດວງວິນຍານນັກຮົບວິລະຊົນ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

ເຂົ້າຮ່ວມພິທີສູດມົນພາວະນາມີບັນດາພະພິຂຸ, ພະສົງທີ່ມາຈາກສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ນັກຮົບເກົ່າ 2 ປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມ.

ສົງຄາມໄດ້ຜ່ານໄປດົນແລ້ວ, ແຕ່ປະເທດຊາດ ແລະ ປະຊາຊົນ 2 ປະເທດ ຍາມໃດກໍ່ຈົດຈຳຄຸນງາມຄວາມດີຂອງບັນດານັກຮົບທີ່ເສຍສະຫຼະຊີວິດຢ່າງພິລາອາດຫານ ເພື່ອພື້ນຖານເອກະລາດ, ເສລີພາບ, ເພື່ອນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ເພື່ອນ້ຳໃຈສາມັກຄີແບບພິເສດ, ເພື່ອຊີວິດຄວາມເປັນຢູ່ເຢັນເປັນສຸກຂອງປະຊາຊົນ 2 ປະເທດ ຫວຽດນາມ - ລາວ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.