ໄຂກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ ຄັ້ງທີ 18 ຢູ່ ສິງກະໂປ

09:55 | 03/06/2019

ຍສໝ - ທ້າຍອາທິດແລ້ວ, ກອງປະຊຸມ Shangri – La (SLD) ຄັ້ງທີ 18 - ເວທີປາໄສຄວາມໝັ້ນຄົງແຖວໜ້າຂອງພາກພື້ນ ອາຊີ - ປາຊີຟິກ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ ສິງກະໂປ.

ໄຂກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ ຄັ້ງທີ 18 ຢູ່ ສິງກະໂປ

ໄຂກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ ຄັ້ງທີ 18 ຢູ່ ສິງກະໂປ.(ພາບ:TTXVN)

ກອງປະຊຸມຄັ້ງນີ້ ໄດ້ດຶງດູດຜູ້ແທນເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຊິ່ງລວມມີເຈົ້າໜ້າທີ່ປ້ອງກັນຊາດ ແລະ ວົງການນັກຮຽນຮູ້ທີ່ມາຈາກ 50 ປະເທດ ແລະ ເຂດແຄວ້ນ. ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍ ທ່ານ ພົນເອກ ໂງ ຊວນ ລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມ Shangri – La ຄັ້ງທີ 18 ນີ້ ຈະດໍາເນີນ 6 ກອງປະຊຸມຄົບຄະນະ, ລວມມີບັນດາຫົວຂໍ້ຄື: ວິໄສທັດຂອງ ອາເມລິກາ ກ່ຽວກັບຄວາມໝັ້້ນຄົງ ມະຫາສະໝຸດອິນເດຍ - ປາຊີຟິກ; ຄວາມໝັ້ນຄົງ ຢູ່ ສປປ.ເກົາຫຼີ: ບັນດາບາດກ້າວເດີນຕໍ່ໄປ; ຄວາມສະຫງົບປອດໄພທີ່ພວມຜັນປ່ຽນຂອງ ອາຊີ ແລະ ບັນດາສິ່ງທ້າທາຍ; ຈີນ ແລະ ການຮ່ວມມືໃນຄວາມໝັ້້ນຄົງສາກົນ; ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ; ຮັບປະກັນພາກພື້ນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີສະຖຽນລະພາບ.

ນອກຈາກນັ້ນ, ເວທີປາໄສດັ່ງກ່າວ ຍັງຈັດຕັ້ງ 6 ກອງປະຊຸມ ດ້ວຍບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງຄວາມປອດໄພໃນການເດີນທະເລ, ການພັດທະນາອຸດສາຫະກໍາປ້ອງກັນຊາດ, ການຮ່ວມມືດ້ານປ້ອງກັນຊາດ ອີກດ້ວຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.