ຕອນເຊົ້າມື້ນີ້ ວັນທີ 16 ກໍລະກົດ ຢູ່ທີ່ຫ້ອງປະຊຸມສະພາແຫ່ງຊາດ ຄະນະພັກສະພາແຫ່ງຊາດ ໄດ້ຈັດຕັ້ງ ກອງປະຊຸມ ອົບຮົມ, ເຊື່ອມຊືມ, ຈັດຕັ້ງປະຕິບັດ ມະຕິກອງປະຊຸມສູນກາງ ຄັ້ງທີ 7 ສະໄໝ ທີ XII.
ເຂົ້າຮ່ວມທີ່ກອງປະຊຸມປະກອບມີ ທ່ານນາງ ຫງວ໋ຽນທິກິມເງິນ ປະທານສະພາແຫ່ງຊາດ ແລະ ອາດີດປະທານສະຫພາແຫ່ງຊາດ ຫງວ໋ຽນຊິງຮຸ່ງ ແລະ ບັນດາສະມາຊິກພັກ ຫ້ອງການສະພາແຫ່ງຊາດເຂົ້າຮ່ວມ.
![]() |
ທ່ານນາງ ຫງວ໋ຽນທິກີມເງິນ ປະທານສະພາແຫ່ງຊາດ ກ່າວປາໄສທີ່ກອງປະຊຸມ.
ປະທານສະພາແຫ່ງຊາດ ໄດ້ກ່າວນຳຄຳເວົ້າຂອງທ່ານປະທານ ໂຮ່ຈີ໋ມິງ: “ພະນັກງານແມ່ນເກົ້າເຄົ້າຂອງທຸກວຽກງານ. ຢາກໃຫ້ວຽກງານສຳເລັດ ຫຼື ປະລາໄຊ ແມ່ນລ້ວນແລ້ວແຕ່ຂື້ນກັບພະນັກງານດີ ຫຼື ອ່ອນເທົ່ານັ້ນ”. “ ການຄັດເລືອກ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມ, ບຳລຸງ ເພື່ອຈະສາມາດຈັດຕັ້ງປະຕິບັດນຳໃຊ້ໄດ້ດີ ພະນັກງານທີ່ມີຄຸນນະພາບສູງ ແລະ ມີເງື່ອນໄຂສະດວກພື້ນຖານ ໃຫ້ແກ່ ລະບົບກົນໄກການຈັດຕັ້ງພັກ ແລະ ບັນດາອົງການປົກຄອງເຄື່ອນໄຫວດີ, ມີປະສິດທິຜົນ ແລະ ບໍ່ເປັນພະຍາດ”.
![]() |
ບັນຍາກາດກອງປະຊຸມ.
ບົດພື້ນຖານບັນເນື້ອໃນຕົວຈິງຂອງມະຕິ, ປະທານສະພາແຫ່ງຊາດ ໄດ້ສະເໜີຄະນະປະຈຳໜ່ວຍພັກ, ຄະນະພັກກະຊວງ ແນະນຳ, ຊີ້ນຳ ແລະ ກວດກາ ແຜນການເພື່ອຈັດຕັ້ງປະຕິບັດແຜນການຂອງກົມການເມືອງ ແລະ ແຜນນະໂຍບາຍ ຂອງການເຄື່ອນໄຫວຕົວຈິງ ແຕ່ລະຫົວໜ່ວຍຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ບົນພື້ນຖານດັ່ງກ່າວ ສະຫຼຸບສັງລວມ ຕິດຕາມການເຄື່ອນໄຫວຢ່າງຕໍ່ເນື່ອງ. ການຈັດຕັ້ງປະຕິບັດຕ້ອງ ສອດຄ່ອງເໝາະສົມກັບແຕ່ລະຫົວໜ່ວຍ. ເພື່ອເຮັດໃຫ້ວາລະເວລາ 2020-2025-2030, ສະພາແຫ່ງຊາດ, ຄະນະພັກສະພາແຫ່ງຊາດ, ຄະນະພັກອົງການຈັດຕັ້ງສະພາແຫ່ງຊາດ ໄດ້ຮັບການຕີລາຄາວ່າເປັນຫົວໜ່ວຍທີ່ຈັດຕັ້ງປະຕິບັດເຂັ້ມງວດ ມະຕິ ເລກທີ 26 ແລະ ປະສົບຜົນສຳເລັດອັນສວຍງາມ ໃນການກໍ່ສ້າງໂຄງຮ່າງພະນັກງານ ແລະ ຄຸ້ມຄອງວຽກງານພະນັກງານຂອງສະພາແຫ່ງຊາດ ແລະ ຄະນະພັກອົງການຈັດຕັ້ງສະພາແຫ່ງຊາດ.
ກອງປະຊຸມດຳເນີນໄປໃນໄລຍະເວລາ 1 ວັນ ປະກອບມີເນື້ອໃນກ່ຽວກັບການປັບປຸງນະໂຍບາຍເງິນເດືອນຕໍ່ກັບພະນັກງານ, ບຸກຄະລາກອນ, ກຳລັງປະກອບອາວຸດ ແລະ ຊາວຜູ້ອອກແຮງງານໃນວິສາຫະກິດ ໂດຍ ຮອງປະທານ ປະຈຳສະພາແຫ່ງຊາດ ຕ່ອງທິຟ໋ອງເປັນຜູ້ເຜີຍແຜ່; ຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຮ໋ຽນ ຖ່າຍທອດກ່ຽວກັບການປັບປຸງນະໂຍບາຍປະກັນສັງຄົມ.
(ຫັດທະບູນ)