ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ

23:30 | 10/04/2025

ຍສໝ - ເສດຖະກິດຂອງຫວຽດນາມ ໄດ້ຄາດຄະເນວ່າຈະບັນລຸລະດັບເຕີບໂຕ 6,6% ໃນປີ 2025 ແລະ 6,5% ໃນປີ 2026. ນີ້ແມ່ນການຄາດຄະເນໂດຍທະນາຄານພັດທະນາອາຊີ (ADB) ຍົກອອກມາໃນແງ່ຫວັງພັດທະນາອາຊີ ເດືອນເມສາ 2025 (ADO) ປະກາດໃນຕອນເຊົ້າວັນທີ 9 ເມສາ, ຢູ່ຮ່າໂນ້ຍ.

ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ເພື່ອຍູ້ແຮງການສົ່ງອອກ ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ເພື່ອຍູ້ແຮງການສົ່ງອອກ
ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ
ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ

ຕາມທ່ານ Shantanu Chakraborty, ຜູ້ອຳນວນການແຫ່ງຊາດຂອງ ADB ປະຈຳ ຫວຽດນາມ ແລ້ວ, ລັດຖະບານຫວຽດນາມ ໄດ້ສ້າງແຜນການບັນລຸລະດັບເຕີບໂຕທີ່ເຕັມໄປດ້ວຍຄວາມຫວັງ ແລະສິ່ງດັ່ງກ່າວອາດສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຈາກພາຍນອກຫຼາຍພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ເລື່ອງ ອາເມລິກາ ປະກາດຈັດວາງອັດຕາພາສີຫວ່າງມໍ່ໆມານີ້, ພ້ອມກັບການຂາດຄວາມສະຖຽນລະພາບທົ່ວໂລກພວມສືບຕໍ່ດຳເນີນໄປ, ອາດຈະສ້າງສິ່ງທ້າຍທາຍຫຼາຍພໍສົມຄວນໃຫ້ແກ່ການເຕີບໂຕຂອງຫວຽດນາມ ໃນປີນີ້. ທ່ານ Shantanu Chakraborty ຖືວ່າ ຫວຽດນາມ ຕ້ອງນຳໃຊ້ບັນດາໂອກາດອື່ນເພື່ອພັດທະນາ. “ບັນດາຄວາມມານະພະຍາຍາມດີທີ່ສຸດຂອງຫວຽດນາມ ໃນການເປີດກວ້າງການພົວພັນຮ່ວມມືກັບບັນດາຄູ່ຄ້າຫຼັກແຫຼ່ງໄດ້ຊ່ວຍໃຫ້ຫວຽດນາມ ມີບັນດາສັນຍາການຄ້າເສລີ (FTA).

ເຫດການ