ແຜ່ຂະຫຍາຍພາສາ ​ຫວຽດ​ ຢູ່ ໄທ

21:59 | 31/03/2025

ຍສໝ - ຄຽງ​ຄູ່​ກັບການ​ພົວພັນ​ມິດຕະພາບພັດທະນາອັນດີງາມລະຫວ່າງ​ຫວຽດນາມ ​ແລະ ​ໄທ, ພາສາຫວຽດນາມ ພວມ​ກາຍ​ເປັນ​ພາສາ​ຕ່າງປະ​ເທດ​ທີ່​ນັກ​ສຶກສາ ​ໄທ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ, ​ເປີດ​ກ້ວາງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ສຶກສາ ​ແລະ ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ.

ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື
​ສູນກາງແນວ​ໂຮມ​ປະ​ເທດ​​ຫວຽດ​ນາມ ເຊີດຊູຕົວແທນ​ພີ່ນ້ອງ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດທີ່ດີເດັ່ນ 8 ກົມກອງລວມໝູ່ ແລະ 18 ບຸກຄົນ

ໍທ່ານ ຮສຈ.ປອ Anchalee Chansem, ຫົວໜ້າຄະນະມະນຸດສາດ, ມະຫາວິທະຍາ​ໄລ Srinakharinwirot ​ໃຫ້​ຮູ້​ວ່າ ວິຊາ​ພາສາ​ຫວຽດນາມ​ ໄດ້​ຮັບ​ການ​ສອນ​ຢູ່​ໂຮງຮຽນ​ດັ່ງກ່າວ​ເປັນ​ເວລາ 10 ກວ່າ​ປີ​ແລ້ວ. ເລີ່ມຕົ້ນແມ່ນພາກສ່ວນໜຶ່ງຂອງພາກວິຊາພາສາຕາເວັນອອກ, ຕໍ່ມາພາສາຫວຽດນາມ ໄດ້ຖືກຍົກລະດັບໃຫ້ກາຍເປັນສ່ວນໜຶ່ງຂອງບັນດາໂຄງການສາກົນດ້ານພາສາສື່ສານ, ແລະ ໄດ້ຮັບການປັບປຸງໃໝ່ໃຫ້ກາຍເປັນພາກສ່ວນໜຶ່ງຂອງພາສາ ແລະ ວັດທະນະທຳອາຊຽນ.

ແຜ່ຂະຫຍາຍພາສາ ​ຫວຽດ​ ຢູ່ ໄທ

ທ່ານ ຮສຈ.ປອ Anchalee Chansem ພ້ອມດ້ວຍນັກສຶກສາພາກວິຊາພາສາຫວຽດນາມ ຢູ່ຄະນະນຸດສາດ, ມະຫາວິທະຍາ​ໄລ Srinakharinwirot. ພາບ: Huy Tien/TTXVN

ທ່ານ ຮສຈ.ປອ Anchalee ຢືນຢັນວ່າ ພາສາຫວຽດນາມ ເປັນພາສາທີ່ມີປະໂຫຍດຫຼາຍສຳລັບນັກຮຽນ ເພາະວ່າເຂົາເຈົ້າສາມາດພິຈາລະນາເປັນເຄື່ອງມືໃນການສະໝັກວຽກ. ທ່ານ ຮສ.ປອ ເນັ້ນໜັກວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ນັບ​ແຕ່​ພວກ​ເຮົາ​ອາ​ໄສ​ຢູ່​ໃນ​ປະ​ຊາ​ຄົມ​ອາ​ຊຽນ​ດຽວ​ກັນ, ສະນັ້ນ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ທັງ​ດ້ານ​ພາ​ສາ ແລະ ວັດ​ທະ​ນະ​ທຳ ຈະປັບປຸງຄວາມ​ສະ​ໜິດ​ຕິດ​ພັນຂອງພວກເຮົາ ແລະ ອາ​ຊີບ​ຂອງ​ນັກ​ສຶກ​ສາ​ໃນ​ອະ​ນາ​ຄົດ”.

ພວກ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຫ້ອງ​ຮຽນພາສາຫວຽດ​ນາມ ຂອງອາຈານ ຫງວຽນ​ທິຈ່ຽມ, ຄະນະມະນຸດສາດ, ມະ​ຫາ​ວິ​ທະ​ຍາ​ໄລ Srinakharinwirot. ມີ​ນັກສຶກສາ20 ກວ່າ​ຄົນ​ພວມ​ຟັງ​ຄູ​ສອນ​ອະ​ທິ​ບາຍ​ຄຳ​ສັບທີ່ອອກສຽງຄືກັນແຕ່ຄວາມໝາຍຕ່າງກັນໃນພາສາຫວຽດນາມ. ບັນຍາກາດໃນຫ້ອງຮຽນເລີ່ມມີຊີວິດຊີວາເມື່ອຄູສອນປ່ຽນເກມເພື່ອຝຶກແອບໃຊ້ຄຳສັບທີ່ນ້ອງຫາກໍ່ຮຽນມາ.

ອາຈານ ຫງວຽນ​ທິຈ່ຽມ ໃຫ້​ຮູ້​ວ່າ ການ​ສອນ​ພາສາ​ຫວຽດນາມ ຢູ່​ໄທ​ແມ່ນ​ວຽກ​ງານ​ທີ່​ລະອຽດ​ລະ​ອໍ, ​ເພາະ​ບັນດາ​ຄູ​ອາຈານ​ຕ້ອງ​ກະກຽມ​ແຜນການ​ຮຽນ​ຂອງ​ຕົນ, ອອກ​ແບບ​ບົດ​ບັນຍາຍ ​ແລະ ສ້າງ​ຫຼັກສູດ​ໃຫ້​ເໝາະ​ສົມ​ກັບ​ແຕ່ລະ​ຂັ້ນ. ນອກຈາກນັ້ນ, ຄູຍັງຕ້ອງໄດ້ຄິດເຖິງວິທີການຫັນປ່ຽນການບັນຍາຍເປັນເກມທີ່ຫນ້າສົນໃຈເພື່ອດຶງດູດນັກຮຽນ. ອາຈານແບ່ງປັນ​ວ່າ ​ແຕ່​ໂຊກ​ດີ, ຍຸກ​ອິນ​ເຕີ​ເນັດ​ໃນ​ປະຈຸ​ບັນ​ໄດ້​ຊ່ວຍ​ຄູ​ສອນ​ຫຼາຍ​ຢ່າງ​ໃນ​ການ​ສ້າງ​ບົດ​ຮຽນ, ກໍ່ສ້າງ​ເກມ, ຊອກ​ຫາ​ວິ​ດີ​ໂອອັບເດັດບັນດາ​ບັນຫາ​ໃນ​ປະຈຸ​ບັນ, ຂ່າວ​ກິລາ, ອາຫານ, ວັດທະນະທຳ​ທີ່​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ໄວ​ໜຸ່ມ​ເພື່ອ​ນຳ​ໃຊ້​ເປັນ​ອຸປະກອນ​ສອນ​ພາສາ​ຫວຽດນາມ. ຍ້ອນ​ແນວ​ນັ້ນ, ນັກ​ສຶກ​ສາ​ໄທ ຍັງ​ສາ​ມາດ​ດູດ​ດື່ມພາສາ​ຫວຽດ​ນາມ ​ສະ​ໄໝ​ໃໝ່ ​ໄດ້​ຢ່າງ​ງ່າຍ​ດາຍ.

ອາຈານ Parinya Chimbanlang, ຜູ້ທີ່ໄດ້ສອນພາສາຫວຽດນາມ ເປັນເວລາ 7 ປີ ຢູ່ຄະນະມະນຸດສາດ, ມະຫາວິທະຍາໄລ Srinakharinwirot, ແບ່ງປັນຄວາມຫຍຸ້ງຍາກ ແລະ ຂໍ້ສະດວກໃນການສອນພາສາຫວຽດນາມ. ອາຈານ ເວົ້າ​ວ່າ “ພາສາຫວຽດນາມ ແລະ ໄທ ແມ່ນ​ຢູ່​ໃນ​ລະ​ບົບ​ພາ​ສາ​ດຽວ​ກັນ, ສະ​ນັ້ນ​ການ​ອອກ​ສຽງ​ກໍ​ບໍ່​ຍາກ​ເກີນ​ໄປ​ສຳ​ລັບ​ນັກສຶກສາໄທ. ນອກ​ນັ້ນ, ພາສາຫວຽດ​ນາມ ກໍ​ໃຊ້​ຕົວ​ອັກ​ສອນ​ລາ​ຕິນ, ດັ່ງ​ນັ້ນ​ສຳ​ລັບ​ຊາວ​ໄທ, ຮຽນ​ພາ​ສາ​ຫວຽດນາມ ແມ່ນ​ງ່າຍ​ກວ່າ​ຄົນ​ຫວຽດ​ນາມ ​ຮຽນ​ພາສາ​ໄທ.”

ແຜ່ຂະຫຍາຍພາສາ ​ຫວຽດ​ ຢູ່ ໄທ

ອາຈານ Parinya Chimbanlang, ຜູ້ທີ່ໄດ້ສອນພາສາຫວຽດນາມ ເປັນເວລາ 7 ປີ ຢູ່ຄະນະມະນຸດສາດ, ມະຫາວິທະຍາໄລ Srinakharinwirot. ພາບ: Huy Tien/TTXVN

Thầy Parinya cũng tin tưởng rằng sinh viên học tiếng Việt sẽ có nhiều cơ hội tìm được việc làm tốt, nhất là khi giữa Thái Lan và Việt Nam có nhiều hoạt động đầu tư, trao đổi giao thương, trong khi nhiều tập đoàn lớn của Thái Lan đều đã và đang hoạt động kinh doanh tại Việt Nam.

ອາຈານ Parinya ກໍ່ເຊື່ອໝັ້ນວ່າ ນັກສຶກສາທີ່ຮຽນພາສາຫວຽດນາມ ຈະມີໂອກາດຫຼາຍເພື່ອຊອກໄດ້ວຽກເຮັດງານທຳທີ່ດີ, ພິເສດແມ່ນເມື່ອມີການເຄື່ອນໄຫວລົງທຶນ ແລະ ການຄ້າລະຫວ່າງໄທ ແລະ ຫວຽດນາມ ຫຼາຍແຫ່ງ, ໃນຂະນະທີ່ບັນດາວິສາຫະກິດໃຫຍ່ຂອງໄທ ພວມດຳເນີນທຸລະກິດຢູ່ ຫວຽດນາມ.

ບໍ່​ພຽງ​ແຕ່​ຢູ່​ມະຫາວິທະຍາ​ໄລ Srinakharinwirots ​ເທົ່າ​ນັ້ນ, ພາສາຫວຽດນາມ​ ຍັງ​ໄດ້​ຮັບ​ການ​ສອນ​ຢູ່​ມະຫາວິທະຍາ​ໄລ​ໃຫຍ່​ອີກ​ຫຼາຍ​ແຫ່ງ​ຂອງ​ໄທ​ເຊັ່ນ: ມະຫາວິທະຍາ​ໄລ Chulalongkorn, ມະຫາວິທະຍາ​ໄລ Mahidol, ມະຫາວິທະຍາ​ໄລ Thammasat, ມະຫາວິທະຍາ​ໄລ Chiang Mai, ມະຫາວິທະຍາ​ໄລ Udon Thani Rajabhat...

ອາຈານ ໂດ້ຖຸ໋ຍຮ່າ, ຄູສອນຄະນະອັກສອນສາດ ຂຶ້ນກັບມະຫາ​ວິ​ທະ​ຍາ​ໄລ​ Chulalongkorn, ໃຫ້​ຮູ້​ວ່າ ພາ​ສາ​ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ເປັນ​ພາ​ສາ​ຕ່າງ​ປະ​ເທດ​ຢູ່​ຄະ​ນະ​ວິ​ຊາ​ມາ​ເປັນ​ເວ​ລາ​ຫຼາຍ​ປີ. ນັກ​ສຶກ​ສາ​ຫລາຍ​ຄົນ​ທີ່ເຄີຍ​ຮຽນພາສາຫວຽດນາມ ໃນ​ຫ້ອງ​ຮຽນ​ຂອງ​ອາຈານ ໄດ້​ກາຍ​ເປັນ​ນັກ​ການ​ທູດ​ທີ່​ເຮັດ​ວຽກ​ຢູ່​ສະ​ຖານ​ທູດ​ໄທ​ ປະ​ຈຳ​ຫວຽດ​ນາມ.

ອາດ​ເວົ້າ​ໄດ້​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ເຄື່ອນ​ໄຫວ​ຮໍ່າຮຽນ​ພາສາ​ຫວຽດນາມ​ຂອງ​ນັກ​ສຶກສາ ​ໄທ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ຈາກ​ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ໄທ. ​ເມື່ອ​ເດືອນ​ພະຈິກ​ຜ່ານ​ມາ, ສະຖານທູດ ຫວຽດນາມ ປະຈຳ ​ໄທ ​ໄດ້​ໜູນ​ຊ່ວຍ “ງານ​ແຂ່ງຂັນ​ເວົ້າ​ພາສາ​ຫວຽດນາມ ປະຈຳ​ໄທ” ຄັ້ງ​ທຳ​ອິດ​ຂອງ​ມະຫາວິທະຍາ​ໄລ Srinakharinwirot ຈັດ​ຕັ້ງ, ​ໄດ້​ດຶງ​ດູດ​ນັກ​ສຶກສາ​ພາສາ​ຫວຽດນາມ ຈາກ 5 ມະຫາວິທະຍາ​ໄລ​ທົ່ວ​ປະ​ເທດ​ໄທ​ເຂົ້າ​ຮ່ວມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫວຽດຮຸ່ງ ຢືນຢັນ​ວ່າ ສະຖານທູດ ຫວຽດນາມ ປະຈຳ ​ໄທ ຈະ​ສືບ​ຕໍ່​ໜູນ​ຊ່ວຍ, ຮ່ວມເດີນທາງ​ກັບ​ບັນດາ​ໂຮງຮຽນ​ໃນການ​ພັດທະນາ​ບັນດາ​ໂຄງການ​ສອນ​ພາສາ​ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການ​ຮຽນ​ພາສາ​ຫວຽດນາມ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ວັດທະນະທຳ ຫວຽດນາມ ຢູ່ ​ໄທ.

​ກິນ​ເຂົ້າ​ຢູ່ 3 ປະ​ເທດໃນວັນດຽວ: ການ​ເດີນ​ທາງ​ເຊື່ອມ​ຕໍ່ ​ຫວຽດ​ນາມ - ລາວ - ໄທ ໂດຍຜ່ານ​ມໍ​ລະ​ດົກ, ວັດ​ທະ​ນະ​ທຳ ແລະ ອາ​ຫານ

​ກິນ​ເຂົ້າ​ຢູ່ 3 ປະ​ເທດໃນວັນດຽວ: ການ​ເດີນ​ທາງ​ເຊື່ອມ​ຕໍ່ ​ຫວຽດ​ນາມ - ລາວ - ໄທ ໂດຍຜ່ານ​ມໍ​ລະ​ດົກ, ວັດ​ທະ​ນະ​ທຳ ແລະ ອາ​ຫານ

ຍສໝ​ - “ອາຫານເຊົ້າຢູ່ໄທ, ອາຫານທ່ຽງຢູ່ລາວ ແລະ ອາຫານຄ່ຳຢູ່ຫວຽດນາມ” ບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ, ຫາກຍັງແມ່ນການເດີນທາງຕົວຈິງທີ່ເຕັມໄປດ້ວຍຄວາມຮັກແພງຂອງພວກຂາ້ພະເຈົ້າເມື່ອເຂົ້າຮ່ວມ tour ການທ່ອງທ່ຽວທາງບົກບົນແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ (EWEC)”, ທ່ານ ຫງວຽນແທ່ງລວນ, ອາຈານຜູ້ໜຶ່ງມາຈາກ​ແຂວງ ກວາງ​ຈີ້ ແບ່ງປັນ. ທ່ານຫາກໍ່​​ສຳ​ຜັດ​ tour “ກິນ​ເຂົ້າ​ຢູ່ 3 ປະ​ເທດໃນວັນດຽວ” ກັບໝູ່​ເພື່ອນ​ໃນ​ເວລາ 5 ວັນ ...

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມພິທີຖວາຍຜ້າ ກະຖິນ ຢູ່ ຖາຍບີ່ງ

ສະມາຄົມມິດຕະພາບ ຫວຽດນາມ - ໄທ ເຂົ້າຮ່ວມພິທີຖວາຍຜ້າ ກະຖິນ ຢູ່ ຖາຍບີ່ງ

ຍສໝ - ວັນທີ 2 ພະຈິກ, ຄະນະປະຕິບັດງານ​ຂອງສະມາຄົມມິດຕະພາບ ຫວຽດນາມ - ໄທ ໂດຍທ່ານ ຫງວຽນຫວຽດລວານ, ຮອງປະທານທັງເປັນເລຂາທິການສະມາຄົມ, ໄດ້ນຳໜ້າເຂົ້າຮ່ວມພິທີ​ຖວາຍ​ຜ້າ​ກະ​ຖິນ ຢູ່ວັດ ຟຸກມິງ ເທຣະວາດ, ແຂວງ ຖາຍບີ່ງ ຕາມຄຳເຊີນຂອງສະຖານທູດ ໄທ ປະຈຳ ຫວຽດນາມ ແລະ ສະມາຄົມມິດຕະພາບ ໄທ ...

ມີງດຶກ

ເຫດການ