ເຂດສະໜາມຫຼວງ ດວານມົນ, ພະລາດຊະວັງທັງລອງໃນຕະຫຼອດ 4 ວັນດຳເນີນເຫດການ “ສີສັນ ອາຊຽນ” (ແຕ່ວັນທີ 29 ສິງຫາ - 01 ກັນຍາ), ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຊົມເປັນຈຳນວນຫຼວງຫຼາຍ. ຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງ 10 ປະເທດ ອາຊຽນ ເບິ່ງຄືວ່າ ໄດ້ເພີ່ມສີສັນໃຫ້ແກ່ເຂດພື້ນທີ່ອັນສັກສິດຂອງພະລາດຊະວັງທັງລອງ. ໃນຄ່ຳຄືນໄຂເຫດການ, ບັນດາຜູ້ແທນສາກົນ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ພ້ອມກັນຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກ ໂດຍພະນັກງານ, ລັດຖະກອນສະຖານທູດ, ນັກສຶກສາ ແລະ ເຍົາວະຊົນຂອງບັນດາປະເທດ ອາຊຽນ ສະແດງ. ປິ່ນອ້ອມເວທີສະແດງຫຼັກ ແມ່ນເຂດວາງສະແດງສິນຄ້າ ຫວຽດນາມ - ອາຊຽນ ດ້ວຍຫຼາກຫຼາຍຜະລິດຕະພັນ, ເຄື່ອງທີ່ລະນຶກ, ອາຫານທີ່ເປັນເອກະລັກຂອງບັນດາປະເທດ, ກໍຄືສ້າງຄວາມປະທັບໃຈອັນພິເສດ ກັບປະຊາຊົນຜູ້ເຂົ້າຢ້ຽມຊົມ.
![]() |
ເຫດການ “ສີສັນ ອາຊຽນ” ແຕ່ວັນທີ 29 ສິງຫາ - 01 ກັນຍາ ຢູ່ພະລາດຊະວັງ |
ວັນບຸນວັດທະນະທຳມິດຕະພາບ “ສີສັນ ອາຊຽນ” ແມ່ນເຫດການປະຈຳປີ ໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ເປັນເຈົ້າພາບ, ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ຈັດຂຶ້ນ. ປີນີ້, ເຫດການໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງ ອາຊຽນ, ຫວຽດນາມ ແລະ ນະຄອນຫຼວງ ຮ່າໂນ້ຍ. ໄປຄຽງຄູ່ກັບລາຍການສະແດງສິລະປະທີ່ເປັນເອກະລັກໃນພິທີໄຂແລ້ວ, ວັນບຸນ “ສີສັນ ອາຊຽນ” ຍັງມີ 3 ເຂດວາງຂາຍສິນຄ້າໃຫຍ່, ໂດຍໄດ້ຈັດຕາມ 3 ຫົວຂໍ້ ເຊັ່ນ “ເຊື່ອມໂຍງ” ສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 57 ປີ (8/8/1967 – 8/8/2024), ດ້ວຍ 57 ຮ້ານວາງສະແດງເຄື່ອງທີ່ລະນຶກ, ຜະລິດຕະພັນທີ່ເປັນມູນເຊື້ອ, ອາຫານເຍື່ອງຕ່າງໆຂອງບັນດາປະເທດ; ເຂດທີ 2 ມີຊື່ວ່າ “ລົດຊາດຂອງນະຄອນ” ດ້ວຍ 70 ຮ້ານວາງສະແດງທີ່ເປັນສັນຍາລັກ 70 ປີປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10/10/1954 – 10/10/2024). ສຸດທ້າຍແມ່ນເຂດ “ກິ່ນຫອມຂອງບ້ານເມືອງ” ໂດຍມີ 79 ຮ້ານວາງສະແດງ ເປັນສັນຍາລັກຂອງວັນຊາດ ຫວຽດນາມ ຄົບຮອບ 79 ປີ. ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ Dato Tan Yang Thai ໄດ້ສະແດງຄວາມປະທັບໃຈວ່າ:
“ນີ້ແມ່ນເຫດການອັນສຸດຍອດ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທຸກປະເທດ ອາຊຽນ ກໍຄືບາງປະເທດອື່ນ ຢູ່ຮ່າໂນ້ຍ. ບັນດາປະເທດ ອາຊຽນ ຕ່າງກໍມີພື້ນຖານວັດທະນະທຳທີ່ຫຼາກຫຼາຍ, ດັ່ງນັ້ນ ບັນດາເຫດການແບບນີ້ ແມ່ນມີຄວາມຈຳເປັນ ແລະ ມີຄວາມໝາຍທີ່ສຸດ, ອັນໄດ້ປະກອບສ່ວນແນະນຳ, ໂຄສະນາຈຸດຄວາມງາມຂອງວັດທະນະທຳ ແລະ ປະຊາຊົນ ອາຊຽນ. ນອກຈາກນັ້ນ, ຂ້າພະເຈົ້າເຫັນວ່າ ເຫດການນີ້, ຍັງດຶງດູດແຂກທ່ອງທ່ຽວສາກົນມາຊົມເປັນຈຳນວນຫຼາຍອີກດ້ວຍ”.
![]() |
ບັນດາຜູ້ແທນມ່ວນຊື່ນກັບວາດຟ້ອນລຳວົງ ແລະ ສຽງແຄນລາວ |
ປ້າ ໂຮ່ທຽນງາ, ປະຊາຊົນຢູ່ເມືອງ ເກົ່າເຢີຍ, ຮ່າໂນ້ຍ ໄດ້ແບ່ງບັນວ່າ: “ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ສຳຜັດກັບບັນຍາກາດຂອງ ອາຊຽນ ຢ່າງແທ້ຈິງ. ໄດ້ຊິມເຂົ້າໜຽວຂອງລາວ, ແຊບຫຼາຍ, ມັນຕ່າງກັບເຂົ້າໜຽວທີ່ຂ້າພະເຈົ້າໄດ້ເຄີຍກິນມາ, ໄດ້ຮັບຊົມບັນດາຊຸດອາພອນຂອງ ໄທ, ມຽນມາທີ່ເປັນເອກະລັກ ແລະ ຈັບໃຈທີ່ສຸດ. ດົນແລ້ວ, ຂ້າພະເຈົ້າຈິ່ງໄດ້ຮັບຊົມເຫດການວັດທະນະທຳສັງລວມທີ່ມີຄວາມໝາຍເຊັ່ນນີ້”.
ໃນຕະຫຼອດໄລຍະ 29 ປີ ນັບແຕ່ເມື່ອເຂົ້າເປັນສະມາຊິກ ອາຊຽນ, ຍາມໃດ ຫວຽດນາມ ກໍຮ່ວມເດີນທາງພ້ອມກັບບັນດາປະເທດສະມາຊິກ, ຕັດສິນໃຈປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາເສດຖະກິດ, ກໍຄືອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ມໍລະດົກວັດທະນະທຳຂອງພາກພື້ນ. ຮ່າໂນ້ຍ - ນະຄອນຫຼວງຂອງ ຫວຽດນາມ “ນະຄອນເພື່ອສັນຕິພາບ” ໂດຍອົງການ UNESCO ໄດ້ຮັບຮອງເອົານັ້ນ, ໄດ້ຕາງໜ້າໃຫ້ບັນດາຄຸນຄ່າອັນກົມກຽວ, ຫຼາກຫຼາຍ ແລະ ກວມລວມ. ນັ້ນກໍແມ່ນບັນດາຄຸນຄ່າຫຼັກແຫຼ່ງຂອງ ອາຊຽນ ທີ່ແທ້ຈິງ.
![]() | ງານວາງສະແດງພາບຖ່າຍ “ສີສັນບັນດາເຜົ່າຂອງຫວຽດນາມ”: ແນະນຳບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກ ຍສໝ - ງານວາງສະແດງພາບຖ່າຍ “ສີສັນບັນດາເຜົ່າຂອງຊາດຫວຽດນາມ” ຖືກໄຂຂຶ້ນຢູ່ຮ່າໂນ້ຍ. |
![]() | ໄຂສັບປະດາວັດທະນະທຳ, ການທ່ອງທ່ຽວຕິດພັນກັບງານບຸນອອກອອມບອັກ ຂຶ້ນຢູ່ຫຼາຍທ້ອງຖິ່ນ ຍສໝ - ວັນທີ 9 ພະຈິກ, ສັບປະດາວັດທະນະທຳ, ການທ່ອງທ່ຽວຕິດພັນກັບງານບຸນ ອອກອອມບອັກ ຖືກໄຂຂຶ້ນຢູ່ຫຼາຍທ້ອງຖິ່ນທາງພາກໃຕ້ຫວຽດນາມ, ເຊິ່ງເປັນເຂດທີ່ມີຊາວເຜົ່າຂະແມ ດຳລົງຊີວິດເປັນຈຳນວນຫຼາຍ. |
ມີງດຶກ