ໂຮງໝໍສະໜາມຂັ້ນ 2 ເລກ 5 ກັບເມືອປະເທດ, ປະຕິບັດສໍາເລັດໜ້າທີ່ຢູ່ຊູດັງໃຕ້ຢ່າງດີເດັ່ນ

00:00 | 29/09/2024

ຍສໝ - ໂຮງໝໍສະໜາມ ຂັ້ນ 2 ເລກ 5 ໄດ້ຜັນຂະຫຍາຍໄປເຖິງບໍລິເວນຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ປະຕິບັດໜ້າທີ່ຢູ່ຊູດັງໃຕ້ ແຕ່ເດືອນກໍລະກົດ 2023 ມາຮອດປັດຈຸບັນ. ໂຮງໝໍສະໜາມຂັ້ນ 2 ເລກ 5 ໄດ້ຮັບເອົາ ແລະປິ່ນປົວພະຍາດໃຫ້ແກ່ຄົນເຈັບເກືອບ 2.400 ຄົນ, ເປັນເຈົ້າການຮ່ວມມື ແລະໜູນຊ່ວຍດ້ານວິຊາການໃຫ້ແກ່ໂຮງໝໍພົນລະເຮືອນ, ໂຮງໝໍຂັ້ນ 1 ໃນຖານທັບ.

ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຂອງຫວຽດນາມ ໄດ້ສຳເລັດພາລະກິດ ແລະ ກັບຄືນປະເທດ ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຂອງຫວຽດນາມ ໄດ້ສຳເລັດພາລະກິດ ແລະ ກັບຄືນປະເທດ
ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້ ກອງ​​ກຳ​ລັງ​ທີ 2 ຂອງ ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້

ຕອນບ່າຍວັນທີ 28 ກັນຍາ, ທີ່ສະໜາມບິນສາກົນ ໂນ້ຍບ່າຍ ໄດ້ດໍາເນີນພິທີຕ້ອນຮັບກອງຊ່າງແສງເລກ 2 ທີ່ສໍາເລັດໜ້າທີ່ຢ່າງດີເດັ່ນກັບຄືນປະເທດພາຍຫຼັງທີ່ປະຕິບັດໜ້າທີ່ຮັກສາສັນຕິພາບ ຢູ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວ ສປຊ ຢູ່ເຂດ (UNISFA) ເປັນເວລາໜຶ່ງປີກວ່າ.

ໂຮງໝໍສະໜາມຂັ້ນ 2 ເລກ 5 ກັບເມືອປະເທດ, ປະຕິບັດສໍາເລັດໜ້າທີ່ຢູ່ຊູດັງໃຕ້ຢ່າງດີເດັ່ນ

ໂຮງໝໍສະໜາມຂັ້ນ 2 ເລກ 5 ກັບເມືອປະເທດ, ປະຕິບັດສໍາເລັດໜ້າທີ່ຢູ່ຊູດັງໃຕ້ຢ່າງດີເດັ່ນ. ພາບ: dangcongsan.vn

ກ່າວຄໍາເຫັນທີ່ພິທີຕ້ອນຮັບ, ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ຮັບຮູ້ ແລະຍ້ອງຍໍຊົມເຊີຍບັນດາສະມາຊິກກອງຊ່າງແສງເລກ 2 ທີ່ໄດ້ປະຕິບັດສໍາເລັດໜ້າທີ່ຮັກສາສັນຕິພາບ ສປຊ ຢ່າງດີເລີດ ແລະກັບຄືນປະເທດຢ່າງປອດໄພ, ເຂັ້ມແຂງ; ຕີລາຄາສູງຕໍ່ 4 ສະຫາຍຂອງກອງຊ່າງແສງເລກ 2 ທີ່ໄດ້ປະຕິບັດສໍາເລັດໜ້າທີ່ ແລະມີຄວາມປາດຖະໜາຢາກສືບຕໍ່ເຮັດວຽກຢູ່ໃນກອງຊ່າງແສງເລກ 3.

ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ ເນັ້ນໜັກວ່າ ກອງຊ່າງແສງເລກ 2 ໄດ້ສະແດງໃຫ້ເຫັນລະດັບຄວາມຮູ້ດ້ານວິຊາສະເພາະ, ແບບແຜນການເຮັດວຽກທີ່ເປັນມືອາຊີບ, ມີວິທະຍາສາດ; ຍາມໃດກໍເຮັດວຽກຊ່ວຍເຫຼືອປະຊາຊົນເຂດ Abyei ຢ່າງສຸດໃຈ, ໄດ້ຮັບການຍ້ອງຍໍຊົມເຊີຍຈາກເຈົ້າໜ້າທີ່ ແລະຜູ້ບັນຊາຄະນະປະຕິບັດງານ UNISFA; ໝູ່ເພື່ອນ, ເພື່ອນຮ່ວມອາຊີບສາກົນເຄົາລົບນັບຖື, ຮັກແພງ; ຜ່ານນັ້ນແຜ່ຂະຫຍາຍຮູບພາບທະຫານລຸງໂຮ່, ຮູບພາບທະຫານໝວກເບເລສີຟ້າຫວຽດນາມ; ສ້າງຄວາມປະທັບໃຈ ແລະພາບພົດທີ່ດີງາມໃນໃຈເພື່ອນມິດສາກົນ ເວົ້າລວມ ເວົ້າສະເພາະແມ່ນປະຊາຊົນເຂດ Abyei ກ່ຽວກັບພາບພົດ, ປະເທດຊາດ, ຊາວຫວຽດນາມທີ່ເປັນມິດ, ມີຄວາມຮັບຜິດຊອບ ແລະສູງສົ່ງ.

ໃນອາຍຸການປະຕິບັດງານ, ກອງຊ່າງແສງ ເລກ 2 ໄດ້ສ້ອມແປງສໍາເລັດເສັ້ນທາງຫຼັກສາຍຕ່າງໆ (ມີຄວາມຍາວປະມານ 59 ກິໂລແມັດ), ເປັນເສັ້ນທາງເຊື່ອມຕໍ່ ແຕ່ຊູດັງ ໄປຫາ ຊູດັງໃຕ້ ຜ່ານເຂດ Abyei; ກໍ່ສ້າງເສັ້ນທາງລາດຕະເວນໃໝ່ ດ້ວຍຄວາມຍາວ 337 ກິໂລແມັດ ໃນລະດູແລ້ງ, ຮັບປະກັນການລາດຕະເວນຂອງບັນດາກອງພັນທະຫານຮາບ ໃນການຮັບປະກັນຄວາມສະຫງົບຢູ່ເຂດ Abyei... ນອກຈາກໜ້າທີ່ວິຊາສະເພາະຊ່າງແສງທີ່ຮັບປະກັນໃຫ້ແກ່ການເຄື່ອນໄຫວຂອງຄະນະປະຕິບັດງານແລ້ວ, ກອງຊ່າງແສງເລກ 2 ຍັງໄດ້ເຂົ້າຮ່ວມປະຕິບັດໜ້າທີ່ພິເສດອື່ນຕາມ ຄວາມຮຽກຮ້ອງຕ້ອງການຂອງຄະນະປະຕິບັດງານ ອີກດ້ວຍ ເພື່ອແນໃສ່ໜູນຊ່ວຍການເຄື່ອນໄຫວມະນຸດສະທໍາຢູ່ເຂດທຸກຍາກ ແລະຮັກສາຄໍາໝັ້ນສັນຍາຂອງ ສປຊ ໃນການປະຕິບັດພາລະກໍາ ຢູ່ Abyei; ຕັ້ງໜ້າ, ເປັນເຈົ້າການຈັດການເຄື່ອນໄຫວຂົນຂວາຍປະຊາຊົນ, ໜູນຊ່ວຍມະນຸດສະທໍາໃຫ້ແກ່ປະຊາຄົມຊາວ Abyei; ແນະນໍາ ແລະນໍາເອົາຄວາມງາມທາງດ້ານວັດທະນະທໍາ, ມູນເຊື້ອອັນດີງາມຂອງປະເທດ, ຊາວ ຫວຽດນາມ ສູ່ເພື່ອນມິດສາກົນ.

ຕອນຄໍ່າວັນທີ 28 ກັນຍາ, ທີ່ສະໜາມບິນສາກົນ ເຕິນເຊີນເຍິດ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບໂຮງໝໍກອງທັບ 175 ຈັດພິທີຕ້ອນຮັບໂຮງໝໍສະໜາມຂັ້ນ 2 ເລກ 5 ທີ່ປະຕິບັດສໍາເລັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ກັບຄືນປະເທດ. ທ່ານພັນເອກພິເສດ ມາກດຶງຈ້ອງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ເຂົ້າຮ່ວມ ແລະເປັນປະທານພິທີຕ້ອນຮັບ.

ໂຮງໝໍສະໜາມຂັ້ນ 2 ເລກ 5 ກັບເມືອປະເທດ, ປະຕິບັດສໍາເລັດໜ້າທີ່ຢູ່ຊູດັງໃຕ້ຢ່າງດີເດັ່ນ

ບັນດາຜູ້ແທນ ແລະພະນັກງານ, ພາລະກອນໂຮງໝໍສະໜາມ ຂັ້ນ 2 ເລກ 5 ທີ່ພິທີຕ້ອນຮັບ. ພາບ: dangcongsan.vn

ໂຮງໝໍສະໜາມ ຂັ້ນ 2 ເລກ 5 ໄດ້ຜັນຂະຫຍາຍໄປເຖິງບໍລິເວນຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ປະຕິບັດໜ້າທີ່ຢູ່ຊູດັງໃຕ້ ແຕ່ເດືອນກໍລະກົດ 2023 ມາຮອດປັດຈຸບັນ. ໂຮງໝໍສະໜາມຂັ້ນ 2 ເລກ 5 ໄດ້ຮັບເອົາ ແລະປິ່ນປົວພະຍາດໃຫ້ແກ່ຄົນເຈັບເກືອບ 2.400 ຄົນ, ເປັນເຈົ້າການຮ່ວມມື ແລະໜູນຊ່ວຍດ້ານວິຊາການໃຫ້ແກ່ໂຮງໝໍພົນລະເຮືອນ, ໂຮງໝໍຂັ້ນ 1 ໃນຖານທັບ.

ກ່າວຄໍາເຫັນທີ່ພິທີຕ້ອນຮັບ, ການນໍາກົມຮັກສາສັນຕິພາບຫວຽດນາມ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານທີ່ພົ້ນເດັ່ນຂອງໂຮງໝໍສະໜາມຂັ້ນ 2 ເລກ 5 ໃນໄລຍະປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ ແລະເນັ້ນໜັກວ່າ ພະນັກງານ, ພາລະກອນຂອງໂຮງໝໍ ໄດ້ສ້າງຄວາມປະທັບໃຈທີ່ດີໃນໃຈເພື່ອນມິດສາກົນກ່ຽວກັບຮູບພາບ ແລະປະເທດ, ຊາວຫວຽດນາມ ທີ່ສວຍງາມ.

ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ. ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ.

ຍສໝ - ວັນ​ທີ 24 ມັງກອນ​, ສະມາຄົມອຸປະຖຳຄົນ​ເຈັບ​ທຸກ​ຍາກ​ແຂວງ ກວາງ​ບິ່ງ, ໂຮງໝໍ​ມິດຕະພາບ ຫວຽດນາມ - ກູ​ບາ ດົງເຫີຍ ໄດ້​ສົມທົບ​ກັບອົງການຈັດຕັ້ງມອບ ​ແລະ ຮັບເອົາເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງຈາກແຫຼ່ງການໜູນ​ຊ່ວຍ, ປະກອບສ່ວນ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ບຸກຄົນອຸປະຖຳ.

ລາວ:  ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ ລາວ: ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ

ການເຝົ້າລະວັງຮອດ 5 ໂມງແລງ ຂອງວັນທີ 14 ທັນວາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 678 ຄົນ, ໃນນັ້ນມີ 148 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ, 272 ຕົວຢ່າງ ຈາກແຮງງານລາວມາແຕ່ໄທ, 138 ຕົວຢ່າງ ຈາກແຮງງານຈີນ, 117 ຕົວຢ່າງ ຈາກແຮງງານ ຫວຽດນາມ ແລະ ນຳເອົາ 03 ຕົວຢ່າງ ຈາກຜູ້ຕິດເຊື້ອ ເບີ 35, 37 ແລະ 39 ມາກວດຄືນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 14 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 85.742 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ. ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.