ລາຍການສະແດງສິລະປະ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ”

22:22 | 06/02/2025

ຍສໝ - ບັນດາລາຍການສະແດງສິລະປະ ແລະສາລະຄະດີຂອງລາຍການໄດ້ຢັ້ງຢືນວ່າ: ພາຍໃຕ້ການນໍາພາ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຂອງພັກ ແລະປະທານໂຮ່ຈີມິນ, ກອງທັບປະຊາຊົນຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງຜົນງານອັນສະຫງ່າອົງອາດ.

ລາຍການສະແດງສິລະປະ “95 ປີ - ແສງສະຫວ່າງເຍືອງທາງ” ລາຍການສະແດງສິລະປະ “95 ປີ - ແສງສະຫວ່າງເຍືອງທາງ”
ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ” ລາຍການສະແດງສິລະປະ “ທະເລໝູ່ເກາະຫວຽດນາມ ທີ່ສັກກະລະບູຊາ”

ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3-2-1930 / 3-2-2025), ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງປະເທດ ໃນປີ 2025, ຕອນຄໍ່າວັນທີ 5 ກຸມພາ, ທີ່ສູນກະຈາຍສຽງ-ໂທລະພາບກອງທັບ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງລາຍການສະແດງສິລະປະ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ” ແລະປຸກລະດົມການແຂ່ງຂັນສື່ມວນຊົນຂຽນກ່ຽວກັບພັກທີ່ມີກຽດສະຫງ່າ, ລຸງໂຮ່ ຜູ້ນໍາທີ່ຍິ່ງໃຫຍ່ ດ້ວຍຫົວຂໍ້ “ກ້າວເດີນພາຍໃຕ້ຄັນທຸງຂອງພັກ”.

ລາຍການສະແດງສິລະປະ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ”
ລາຍການສະແດງສິລະປະ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ”. ພາບ: ໂຮ່ງຟາ

ລາຍການສະແດງສິລະປະລວມມີ 4 ສາກ, 4 ສາລະຄະດີປະກອບ ແລະ 11 ລາຍການສະແດງສິລະປະ ຕາມບັນດາຫົວຂໍ້: “ຊອກຫາເສັ້ນທາງກູ້ຊາດ”, “ພັກແມ່ນແສງສະຫວ່າງ, ແມ່ນຄວາມເຊື່ອໝັ້ນຂອງຊາດ”, “ກຽດສະຫງ່າພາຍໃຕ້ຄັນທຸງຂອງພັກ”, “ຈົ່ງຮັກພັກດີຕໍ່ພັກ”, “ກະຕັນຍູຕໍ່ປະຊາຊົນ”... ອັນໄດ້ສະແດງໃຫ້ເຫັນຄຸນຄ່າອັນໃຫຍ່ຫຼວງ, ສູງສົ່ງຂອງພັກກອມມູນິດຫວຽດນາມ. 15 ປີພາຍຫຼັງທີ່ພັກໄດ້ຮັບການສ້າງຕັ້ງ, ພັກເຮົາ ໄດ້ນໍາພາປະຊາຊົນສ້າງເປັນຜົນສໍາເລັດຂອງການປະຕິວັດເດືອນສິງຫາ ປີ 1945, ລົບລ້າງແອກປົກຄອງຂອງລ່າເມືອງຂຶ້ນສັກດິນາ, ສ້າງເປັນບາດລ້ຽວປະຫວັດສາດ, ປ່ຽນແປງຊາຕາກໍາປະເທດ ແລະຊາດເຮົາໂດຍພື້ນຖານ. ຕໍ່ຈາກນັ້ນ, ພາຍໃຕ້ການນໍາພາຂອງພັກ, ທົ່ວປວງຊົນທັງຊາດໄດ້ຕັດສິນໃຈຮ່ວມແຮງຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກເພື່ອສ້າງເປັນຜົນສຳເລັດອັນມະຫັດສະຈັນນັ້ນແມ່ນພາລະກິດປ່ຽນແປງໃໝ່, ເຮັດໃຫ້ໂສມໜ້າຂອງປະເທດ, ຂອງຊາດ ແລະຄົນຫວຽດນາມ ປ່ຽນແປງໂດຍພື້ນຖານ. ທຸກໄຊຊະນະຂອງປະເທດລ້ວນແຕ່ຕິດພັນກັບການນໍາພາອັນຖືກຕ້ອງ, ສະຫຼາດສ່ອງໃສຂອງພັກ.

ບັນດາລາຍການສະແດງສິລະປະ ແລະສາລະຄະດີຂອງລາຍການໄດ້ຢັ້ງຢືນວ່າ: ພາຍໃຕ້ການນໍາພາ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຂອງພັກ ແລະປະທານໂຮ່ຈີມິນ, ກອງທັບປະຊາຊົນຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງຜົນງານອັນສະຫງ່າອົງອາດ. ການກໍາເນີດ, ພັດທະນາ ແລະເສີມຂະຫຍາຍຢ່າງມີປະສິດທິຜົນ, ປະສິດທິພາບຂອງວຽກງານພັກ, ວຽກງານການເມືອງໃນກອງທັບ ຕິດພັນກັບວິວັດການສ້າງສາ, ສູ້ຮົບ, ຊະນະ ແລະການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບເຮົາ. ກອງທັບ ຍາມໃດກໍປະຕິບັດພາລະບົດບາດ “ກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ, ກອງທະຫານອອກແຮງງານທໍາການຜະລິດ” ເປັນຢ່າງດີ, ປະກອບສ່ວນເຂົ້າໃນຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດຂອງການປະຕິວັດຫວຽດນາມ, ສົມກັບຄໍາຍ້ອງຍໍຂອງປະທານໂຮ່ຈີມິນ: “ກອງທັບເຮົາ ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ກຽມພ້ອມສູ້ຮົບ, ຍອມເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດ, ເພື່ອສັງຄົມນິຍົມ. ໜ້າທີ່ໃດກໍປະຕິບັດສໍາເລັດ, ຄວາມຫຍຸ້ງຍາກໃດກໍຜ່ານຜ່າ, ສັດຕູຕົວໃດກໍຕີເອົາຊະນະ”.

ລາຍການສະແດງສິລະປະ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ” ແລະປຸກລະດົມການແຂ່ງຂັນສື່ມວນຊົນຂຽນກ່ຽວກັບພັກທີ່ມີກຽດສະຫງ່າ, ລຸງໂຮ່ ຜູ້ນໍາທີ່ຍິ່ງໃຫຍ່ດ້ວຍຫົວຂໍ້ “ກ້າວເດີນພາຍໃຕ້ຄັນທຸງຂອງພັກ” ໄດ້ສ້າງຄວາມປະທັບໃຈອັນດີງາມ, ຜ່ານນັ້ນສືບຕໍ່ຢັ້ງຢືນມູນເຊື້ອອັນສະຫງ່າລາສີຂອງພັກກອມມູນິດຫວຽດນາມ, ຕອບບຸນແທນຄຸນນັກຮົບປະຕິວັດຮຸ່ນຕ່າງໆ; ປຸກລຸກ ແລະເສີມສ້າງຄວາມເຊື່ອໝັ້ນ, ຄວາມເອກອ້າງທະນົງໃຈຂອງພະນັກງານ, ນັກຮົບ, ປະຊາຊົນຕໍ່ພັກ, ກອງທັບ, ກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງ, ທັນສະໄໝ; ເພີ່ມທະວີກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຕັດສິນໃຈປະຕິບັດພາລະກິດປ່ຽນແປງໃໝ່ຮອບດ້ານປະເທດເຊິ່ງ ພັກເຮົາ ເປັນຜູ້ລິເລີ່ມ, ນໍາພາຢ່າງມີໄຊ, ນໍາປະເທດເຮົາ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດຢ່າງໝັ້ນຄົງ.

ຖ່າຍທອດສົດງານສະເຫຼີມສະຫຼອງ 70 ປີ ເຫດການເຕົ້າໂຮມອອກມາພາກເໜືອ - ຄວາມຮັກແພງກັນຢ່າງເລິກເຊິ່ງ ຖ່າຍທອດສົດງານສະເຫຼີມສະຫຼອງ 70 ປີ ເຫດການເຕົ້າໂຮມອອກມາພາກເໜືອ - ຄວາມຮັກແພງກັນຢ່າງເລິກເຊິ່ງ

ຍສໝ - ລາຍການຖ່າຍທອດສົດງານສະເຫຼີມສະຫຼອງ 70 ປີ ເຫດການເຕົ້າໂຮມອອກມາພາກເໜືອ - ຄວາມຮັກແພງກັນຢ່າງເລິກເຊິ່ງ ແນໃສ່ຈຳບັນດາຂີດໝາຍປະຫວັດສາດຂອງຊາດ ດ້ວຍການປະກອບສ່ວນ ແລະ ການເສຍສະຫຼະຂອງລຸ້ນກ່ອນໃຫ້ແກ່ສັນຕິພາບ, ເອກະລາດ, ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງຊາດ.

ເຝີຫວຽດ​ນາມ ຈະນຳເຂົ້າໃນ​ລາຍການອາຫານຂອງບັນດາ​ໂຮງ​ແຮມ, ຮ້ານ​ອາ​ຫານໃນທົ່ວ​ນະ​ຄອນຫຼວງ Islamabad, ປາກິດສະຖານ. ເຝີຫວຽດ​ນາມ ຈະນຳເຂົ້າໃນ​ລາຍການອາຫານຂອງບັນດາ​ໂຮງ​ແຮມ, ຮ້ານ​ອາ​ຫານໃນທົ່ວ​ນະ​ຄອນຫຼວງ Islamabad, ປາກິດສະຖານ.

ຍສໝ - ຄາດວ່າ​ ເຝີຫວຽດ​ນາມ ຈະໄດ້ນຳເຂົ້າໃນ​ລາຍການອາຫານຂອງບັນດາ​ໂຮງ​ແຮມ, ຮ້ານ​ອາ​ຫານໃນທົ່ວ​ນະ​ຄອນຫຼວງ Islamabad, ປາກິດສະຖານ.

ເຫດການ