ຊາວກະສິກອນ ຫວຽດນາມ ເປັນເຈົ້າການ, ປະດິດຄິດສ້າງ, ປະກອບສ່ວນນຳປະເທດກ້າວເຂົ້າສູ່ສັງກາດໃໝ່

15:00 | 16/10/2024

ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ສະເໜີໃຫ້ຊາວກະສິກອນ ຫວຽດນາມ ທຸກຂັ້ນ, ຕ້ອງສືບຕໍ່ຍູ້ແຮງວຽກງານຂ່າວສານ, ໂຄສະນາ, ເຜີຍແຜ່ບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບຂົງເຂດກະສິກຳ

ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ ​ແລະ ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ
ເປັນເຈົ້າການ, ໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດການເຄື່ອນໄຫວຂອງສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ (14 ຕຸລາ 1930 – 14 ຕຸລາ 2024), ຕອນຄ່ຳວັນທີ 14 ຕຸລາ, ຢູ່ ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ, ຍ້ອງຍໍສະຫະກອນດີເດັ່ນທົ່ວປະເທດປີ 2024 ໂດຍສະມາຄົມຊາວກະສິກອນ ຫວຽດນາມ ຈັດຂຶ້ນ.

ຊາວກະສິກອນ ຫວຽດນາມ ເປັນເຈົ້າການ, ປະດິດຄິດສ້າງ, ປະກອບສ່ວນນຳປະເທດກ້າວເຂົ້າສູ່ສັງກາດໃໝ່
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ພິທີ)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ສະເໜີໃຫ້ຊາວກະສິກອນ ຫວຽດນາມ ທຸກຂັ້ນ, ຕ້ອງສືບຕໍ່ຍູ້ແຮງວຽກງານຂ່າວສານ, ໂຄສະນາ, ເຜີຍແຜ່ບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບຂົງເຂດກະສິກຳ, ຊາວກະສິກອນ, ຊົນນະບົດຢ່າງເລິກເຊິ່ງ, ກວ້າງຂວາງ.

“ຕ້ອງມີຈີນຕະນາການໃໝ່, ວິທີເຮັດໃໝ່, ຄວາມຕັດສິນໃຈໃໝ່, ລະດົມກຳລັງໃຈ, ສ້າງເງື່ອນໄຂເພື່ອໃຫ້ມີຫຼາຍຄອບຄົວຜະລິດ, ດຳເນີນທຸລະກິດເກັ່ງກວ່າອີກ. ສະຫະກອນຕາແສງກະສິກຳບັນລຸຜົນສຳເລັດ, ເປັນແກ່ນສານເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມຢູ່ບັນດາເຂດຊົນນະບົດໃນທົ່ວປະເທດ, ໂດຍສະເພາະແມ່ນຢູ່ເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກ, ເຂດມີຊາວເຜົ່າສ່ວນໜ້ອຍເປັນຈຳນວນຫຼາຍ”.

ທີ່ພິທີເຊີດຊູ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນໃຫ້ແກ່ບັນດາຊາວກະສິກອນດີເດັ່ນ.

ນາຍົກລັດຖະມົນຕີຫວຽດນາມ:  ການສືບຕໍ່ສູ້ຊົນເພື່ອໃຫ້ ຫວຽດນາມ ຍາມໃດກໍ່ແມ່ນພື້ນຖານເສດຖະກິດ ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ພັດທະນາໄວແຕ່ຍັງຮັກສາໄດ້ສະຖຽນລະພາບ ນາຍົກລັດຖະມົນຕີຫວຽດນາມ: ການສືບຕໍ່ສູ້ຊົນເພື່ອໃຫ້ ຫວຽດນາມ ຍາມໃດກໍ່ແມ່ນພື້ນຖານເສດຖະກິດ ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ພັດທະນາໄວແຕ່ຍັງຮັກສາໄດ້ສະຖຽນລະພາບ

ຍສໝ - ຕໍ່ໜ້າສະພາບການຕົວຈິງ ກ່ຽວກັບຄວາມຮຽກຮ້ອງການພັດທະນາ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ວາງຄາດໝາຍສູ້ຊົນ ໃຫ້ລະດັບ GDP ໃນປີ 2021 ບັນລຸໄດ້ປະມານ 6,5% ຫຼືສູງກ່ວາ, ພ້ອມທັງກະກຽມບັນດາປັດໄຈພື້ນຖານເພື່ອເພີ່ມຄວາມໄວໃນໄລຍະແຕ່ປີ 2022 ຂຶ້ນໄປ.

ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ, ຊັກຈູງອາຊຽນຜ່ານຜ່າຄວາມຫຍຸ້ງຍາກ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ, ຊັກຈູງອາຊຽນຜ່ານຜ່າຄວາມຫຍຸ້ງຍາກ

ປີ 2020 ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງອາຊຽນ ດ້ວຍບົດບາດພົ້ນເດັ່ນຂອງປີທີ່ຫວຽດນາມ ເປັນປະທານອາຊຽນ 2020.

ມີງດຶກ