ສຳມະນາໃນຫົວຂໍ້ "ປະຊາຊົນສາມັກຄີ ເພື່ອສັນສັນຕິພາບ - ​ເພື່ອຄວາມສະຫງົບ ແລະ ​ເພື່ອການພັດທະນາແບບ ຍືນຍົງ " ຮ່ວມກັນຊຸກຍູ້ສົ່ງເສີມຄວາມສາມັກຄີສາກົນອັນສູງສົ່ງ

15:48 | 22/05/2018

ຍ​ສ​ໝ - ໃນ 2 ມື້ ນັບແຕ່ວັນທີ 21 - 22 ພຶດ​ສະ​ພາ 2018, ກອງທຶນເພື່ອສັນຕິພາບ ແລະ ພັດທະນາ ຫວຽດນາມ, ກອງທືນ Rosa Luxemburg Stiftung ໄດ້ປະສານ ສົມທົບ ກັບຫ້ອງວ່າການປົກຄົງແຂວງ ກ້ວາງຈິ ໄດ້ຈັດກອງປະຊຸມ ສຳມະນາ ໃນຫົວຂໍ້ "ປະຊາຊົນສາມັກຄີ ເພື່ອສັນສັນຕິພາບ - ເພື່ອ​ຄວາມສະຫງົບ ແລະ ​ເພື່ອການພັດທະນາແບບ ຍືນຍົງ".

ສຳມະນາໃນຫົວຂໍ້

ການ​ນຳ​ແຂວງກວ້າງ​ຈິ ຖ່າຍ​ຮູບ​ຮ່ວມ​ກັບ​ບັນ​ດາ​ຜູ່​ແທນ​ທີ່​ເຂົ້າ​ຮ່ວມ​ໃນ​ງານ.

ປາ​ໄສ​ໃນກອງປະຊຸມສຳ​ມະ​ນາ , ທ່ານ ບຸຍຄັ໋ກເຊີນ, ຮອງປະທານສະ​ຫ​ະ​ພັນສະມາຄົມມິດຕະພາບ ຫວຽດນາມ, ໄດ້​ຢືນ​ຢັນ​ວ່າ: ການ​ສຳ​ມະ​ນາ ແມ່ນໂອກາດໃຫ້​ບັນ​ດາແຂກຜູ້ເຂົ້າຮ່ວມ ແລະ ປະຊາຊົນ​ສະ​ໄໝ​ໃໝ່ໃນທົ່ວໂລກ ​ຮ່ວມ​ກັນຫວນຄືນ ກ່ຽວ​ກັບ​ຄວາມ​ໝາຍ​ຄວາມ​ສຳ​ຄັນ, ກໍ່​ຄື​ການ​ສຳ​ມະ​ນາ ບັນ​ດາ​ຍຸດ​ທະ​ສາ​ດ ແບບ​ແຜນ​ວິ​ທີ​ເຮັດ​ວຽກ ​ເພື່ອ​ຊຸກ​ຍູ້ ສົ່ງ​ເສີມຄວາມສາມັກຄີສາ​ກົນ​ໃຫ້​ສຸງ​ກວ່າ​ເກົ່າ, ມັນເປັນໂອກາດ ໃນການເຄື່ອນໄຫວ ເພື່ອສັນຕິພາບໂລກ ເຊື່ອມຕໍ່​ເຊິ່ງ​ກັນ​ ແລະ ​ກັນ, ເຮັດວຽກໄປ​ຕາມ​ເປົ້າ​ໝາຍ​ອັນ​ດຽວ​ກັນ, ເພື່ອສັນ​ຕິ​ພາບ - ຄວາມ​ສະ​ຫງົບ ແລະ ການພັດທະນາແບບຍືນຍົງ.

ທ່ານ ບຸ່ຍຄັກເຊີນ ຄາດຫວັງວ່າ: ກອງທຶນເພື່ອສັນຕິພາບ ແລະ ພັດທະນາ ຫວຽດນາມ, ກ​ອງ​ທືນ Rosa Luxemburg Stiftung ຈະສືບຕໍ່ປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ, ການຮ່ວມມືຂອງ ປະຊາຊົນຫວຽດນາມ ກັບປະຊາຊົນບັນ​ດາປະເທດ; ປະກອບສ່ວນເຂົ້າ​ໃນຂະ​ບວນ​ການ​ຂອງປະ​ຊາຊົນ​ໃນ​ທົ່ວໂລກ ເພື່ອ​ຄວາມ​ກ້າວ​ໜ້າ, ສັງ​ຄົມ​ມີ​​​ເທົ່າ​ທຽມ​ກັນ ແລະ ການພັດທະນາແບບຍືນຍົງ.

ຜູ່​ຕ່າງ​ໜ້າເຂົ້າຮ່ວມໃນກອງປະຊຸມໄດ້ສຸມໃສ່ໃນ​ການ​ແລກ​ປ່ຽນ ບັນຫາຕ່າງໆເຊັ່ນ : ການກໍານົດຄວາມສາມັກຄີຂອງ ປະຊາ​ຊົນເພື່ອສັນຕິພາບ - ຄວາມສະ​ຫງົບ ແລະ ການພັດທະນາແບບຍືນຍົງ; ຄວາມສາມັກຄີສາ​ກົນ; ການເຄື່ອນໄຫວເພື່ອສັນຕິພາບ ແລະ ຄວາມສາມັກຄີກັບຫວຽດນາມ ແລະ ສາຍພົວພັນອັນ​ສະ​ໜິດ​ແໜ້ນ ກັບສັນຕິພາບ ແລະ ຄວາມສາມັກຄີສາ​ກົນ; ​ແບບ​ແຜນ​ຂອງ​ການແກ້ໄຂ ແລະ ​ການ​ປະ​ພຶດ ເພື່ອເສີມສ້າງຄວາມເຂັ້ມແຂງຄວາມສາມັກຄີປະ​ຊາ​​ຄົມສາ​ກົນ; ແນວຄວາມຄິດກ່ຽວ​ກັບ​ການຈັດຕັ້ງ​ປະ​ຕິດ​ບັດປະຈໍາປີ "ວັນສັນຕິພາບຫວຽດນາມ" ຢູ່ແຂວງ ກວ້າງ​ຈິ.

ໃນນັ້ນ, ​ບັນ​ດາກິດຈະກໍາຕົ້ນຕໍ ຂອງ​ "ວັນສັນຕິພາບ ຫວຽດນາມ" ທຸກໆປີ ຄາດ​ວ່າ ຈະ​ໄດ້ຈັດ ກິດຈະກໍາລະ​ນຶກ, ງານບຸນ, ການແລກປ່ຽນວັດທະນະທໍາ, ສີ​ລະ​ປະ​, ງານວາງສະແດງ ແລະ ກິດຈະກໍາດ້ານການ ສຶກສາກ່ຽວກັບສັນຕິພາບ. ໃນ​ແຕ່​ລະ​ສະ​ໄໝ ຄື: ສອງປີ ຫຼື ຫ້າປີ ຈັດງານບຸນ Festival ສາກົນ ແລະ ກິດຈະກໍາ ແລກປ່ຽນ ມິດພາບ ກັບບັນ​ດາ​ນະ​ຄອນຕ່າງ​ໆໃນໂລກທີ່​ເຄີຍຖືກທໍາລາຍ ດ້ວຍ ສົງຄາມ, ບັນ​ດາອົງການສັນຕິພາບສາກົນ, ອົງການຈັດຕັ້ງ ສັນຕິພາບແຫ່ງ​ຊາດ​ຂອງ​ບັນ​ດາ​ປະ​ເທດ, ບັນ​ດ​າທ້ອງຖິ່ນໃນ​ທົ່ວ​ທຸກ​ມຸມໂລກ .

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.