ເປີດເວທີການຮ່ວມມື ຫວຽດນາມ-ຝລັ່ງ ກ່ຽວກັບ ນະຄອນອັດສະລິຍະ ແລະ ຍືນຍົງ

20:56 | 04/07/2018

ຍ​ສ​ໝ - ຕອນເຊົ້າຂອງວັນທີ 4 ກໍລະກົດ, ຢູ່ນະຄອນ ໂຮ່ຈີ໋ມິງ ໄດ້ເປີດເວທີການຮ່ວມຫວຽດນາມ-ຝລັ່ງ 2018 ກ່ຽວກັບຕົວເມືອງອັດສະລີຍະ ແລະ ຍືນຍົງ. ເຫດການດັ່ງກ່າວຈັດຂື້ນໂດຍ ອົງການການຄ້າ ແລະ ລົງທືນ ຝລັ່ງ (Business France), ກົງສຸນ ແລະ ເອກອັກຄະລັດຖະທູດ ຝລັ່ງເສດ.

ເປີດເວທີການຮ່ວມມື ຫວຽດນາມ-ຝລັ່ງ ກ່ຽວກັບ ນະຄອນອັດສະລິຍະ ແລະ ຍືນຍົງ

ນະ​ຄອນ​ໂຮ່​ຈີ໋​ມິງ ໄດ້​ເຊັນ​ສັນ​ຍາ ຝ​ລັ່ງ​ ໃນ​ໂຄງ​ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ອາ​ກາດ. (ພາບ: vov )

ເວ​ທີ​ດັ່ງ​ກ່າວ​ໄດ້​ເຕົ້າ​ໂຮມ​ເອົາ​ຜູ້​ຊ່ຽວ​ຊານ, ການ​ນຳ, ນັກ​ບໍ​ລິ​ຫານ​ຂັ້ນ​ສູງ, ນັກ​ທຸ​ລະ​ກິດ ຂອງ​ຝ​ລັ່ງ ໃນ​ຂະ​ແໜງ​ພັດ​ທະ​ນາ​ຕົວ​ເມືອງ​ເຊິ່ງ​ປະ​ກອບ​ມີ: ຂະ​ແໜງ ​ວິ​ຊາ​ວະ​ກອນ, ຄົມ​ມະ​ນາ​ຄົມ, ພະ​ລັງ​ງານ ຄຸ້ມ​ຄອງສິ່ງ​ເສດ​ເຫຼືອ(ຂິ້​ເຫຍື້ອ), ບຳ​ບັດ​ນ້ຳ….

ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລີຍ​ະ ແມ່ນ​ຄວາມ​ທ້າ​ທາຍ​ຕໍ່​ກັບ​ຫວຽດ​ນາມ. ປະ​ຈຸ​ບັນ ຫວຽດ​ນາມ ກຳ​ລັງ​ມີ​ການ​ຈະ​ເລີນ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ເປັນ​ທີ່​ໜ້າ​ເພິ່ງ​ພໍ​ໃຈ, ສະ​ເລ່ຍ​ປະ​ມານ 6%, ຄຽງ​ຄູ່​ກັນ​ນັ້ນ ຄວາມ​ໄວ​ຂອງ​ການ​ປ່ຽນ​ແປງ​ຕົວ​ເມືອງ​ໄວ​ເຊັ່ນ​ກັນ ປະ​ມານ 3,2% ຕໍ່​ປີ ແລະ 37,5% ຂອງ​ພົນ​ລະ​ເມືອງ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຕົວ​ເມືອງ ປີ 2017.

ຫວຽດ​ນາມ ເປັນ​ປະ​ເທດ​ໜື່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ສະ​ທ້ອນ​ໜັກ​ທີ່​ສຸດ​ຂອງ​ການ​ປ່ຽນ​ແປງ​ສະ​ພາບ​ອາ​ກາດ, ໃນ​ນັ້ນ​ຂົງ​ເຂດ​ທົ່ງ​ພຽງ​ລຸ່ມ​ແມ່​ນ້ຳ​ຂອງ ເປັນ​ໜື່ງ​ໃນ 3 ເຂດ​ຂອງ​ໂລກ​ທີ່​ຖືກ​ຜົນ​ກະ​ທົບ​ຫຼາຍ​ທີ່​ສຸດ. ທີ່​ຜ່ານ​ມາ ນະ​ຄອນ ໂຮ່​ຈີ໋​ມິງ ໄດ້​ລິ​ເລີ່ມ​ໂຄງ​ການ ຕົວ​ເມືອງ​ອັດ​ສະ​ລີ​ຍະ ໄລ​ຍະ ປີ 2017-2020 ວິ​ໄສ​ທັດ 2025.

ແຕ່​ຫຼາຍ​ທົດ​ສະ​ຫວັດ​ທີ່​ຜ່ານ​ມາ ຝ​ລັງ ໄດ້​ສັນ​ຍາ​ຊ່ວຍ​ຫວຽດ​ນາມ ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ ເພື່ອ​ຍົກ​ສູງ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ປະ​ກອບ​ອຸ​ປະ​ກອນ​ເຄື່ອງ​ມື ໃນ​ຂົງ​ເຂດ​ການ​ວາງ​ແຜນ ແລະ ຄຸ້ມ​ຄອງ ຕົວ​ເມືອງ, ຈະ​ເລີນ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ປັບ​ປຸງ​ຄຸນ​ນະ​ພາບ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ບັນ​ດາ​ນະ​ຄອນ. ແບບ​ຢ່າງ​ຄື ບັນ​ດາ​ໂຄງ​ການ​ຂອງ​ສູນ​ພະ​ຍາ​ກອນ ແລະ ຄົ້ນ​ຄວ້າ​ຕົວ​ເມືອງ.

ໃນ​ຂອບ​ເຂດ​ເວ​ທີ​ເສວະ​ນາ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ ຫົວ​ຂໍ້​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ອາ​ກາດ ແລະ ໂຄງ​ສ້າງ​ສີ​ຂຽວ, ເທັກ​ໂນ​ໂລ​ຊີ​ການກໍ່​ສ້າງ​ອັດ​ສະ​ລີ​ຍະ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ນະ​ຄອນ​ໂຮ່​ຈີ໋​ມິງ ໄດ້​ເຊັນ​ສັນ​ຍາ ຝ​ລັ່ງ​ ໃນ​ໂຄງ​ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ອາ​ກາດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.