ທຸກການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນບໍ່ມີຄຸນຄ່າ

11:30 | 28/08/2022

ຫວຽດນາມ ໄດ້ປະຕິເສດເປັນຫຼາຍຄັ້ງແລ້ວ ກ່ຽວກັບອັນທີ່ເອີ້ນວ່າເສັ້ນ 9 ຕອນ ກໍຄືບັນດາຄຳຮຽກທວງສິດທາງທະເລທີ່ຜິດກົດໝາຍສາກົນ, ພິເສດແມ່ນ UNCLOS 1982.

ໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” ແຜ່ກະຈາຍຄວາມຮັກແພງມາສູ່ນັກຮຽນ ໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” ແຜ່ກະຈາຍຄວາມຮັກແພງມາສູ່ນັກຮຽນ
ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ ຫວຽດນາມ ຄັດຄ້ານການກະທຳລະເມີດອະທິປະໄຕ ຢູ່ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຢ່າງເດັດຂາດ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: ກະຊວງການຕ່າງປະເທດ)
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: ກະຊວງການຕ່າງປະເທດ)

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ດຳເນີນໃນຕອນບ່າຍວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ຮຽກຮ້ອງໃຫ້ທຸກປະເທດ, ບັນດາອົງການຈັດຕັ້ງສາກົນເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ກໍຄືເຂດທະເລທີ່ກ່ຽວຂ້ອງທີ່ໄດ້ກຳນົດຕາມສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ສະແດງຄວາມຄິດເຫັນຕໍ່ໜ້າເວັບໄຊຂອງອົງການພະຍາກອນອຸຕຸນິຍົມໂລກ ທີ່ນຳໃຊ້ແຜນທີ່ຂອງ ຈີນ ມີເສັ້ນ 9 ຕອນ (ລີ້ນງົວ), ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ: “ຫວຽດນາມ ໄດ້ປະຕິເສດເປັນຫຼາຍຄັ້ງແລ້ວ ກ່ຽວກັບອັນທີ່ເອີ້ນວ່າເສັ້ນ 9 ຕອນ ກໍຄືບັນດາຄຳຮຽກທວງສິດທາງທະເລທີ່ຜິດກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ຫວຽດນາມ ຖືວ່າທຸກຮູບແບບໂຄສະນາ ແລະ ລົງພາບ, ເນືອໃນລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ກໍຄືສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ສຳລັບບັນດາເຂດທະເລທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ ທີ່ໄດ້ກຳນົດສອດຄ່ອງກັບ UNCLOS 1982 ບໍ່ມີຄຸນຄ່າ. ຫວຽດນາມ ຮຽກຮ້ອງໃຫ້ທຸກປະເທດ, ອົງການຈັດຕັ້ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ກໍຄືບັນດາເຂດທະເລທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ, ລົບລ້າງ ແລະ ດັດປັບເນື້ອໃນທີ່ບໍ່ສອດຄ່ອງນັ້ນ. ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ກໍໄດ້ແລກປ່ຽນກັບອົງການ ພະຍາກອນອຸຕຸນິຍົມໂລກກ່ຽວກັບບັນຫາດັ່ງກ່າວ”.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.