ປັບປຸງສາຍພົວພັນຫວຽດນາມ-ໄອແລນ ກວ່າອີກ

00:00 | 01/10/2024

ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢ້ຽມຢາມທາງລັດຖະກິດຢູ່ໄອແລນ, ທ່ານນາງ Deirdre Ni Fhalluin ເອກອັກຄະລັດຖະທູດໄອແລນ ປະຈຳຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວຫວຽດນາມ ກ່ຽວກັບການພົວພັນລະຫວ່າງສອງປະເທດ.

ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມ ກັບມົງໂກນ, ໄອແລນ, ຝຣັ່ງ ຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມ ກັບມົງໂກນ, ໄອແລນ, ຝຣັ່ງ
ສືບຕໍ່ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ໄອແລນ ສືບຕໍ່ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ໄອແລນ

ໂດຍໄດ້ຮັບຄຳເຊີນຂອງທ່ານ Michael D. Higgins ປະທານາທິບໍດີໄອແລນ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ໄອແລນ.

ເນື່ອງໃນໂອກາດນີ້, ທ່ານນາງ Deirdre Ni Fhalluin ເອກອັກຄະລັດຖະທູດໄອແລນ ປະຈຳຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວຫວຽດນາມ ກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະເນື້ອໃນອື່ນໆທີ່ກ່ຽວຂ້ອງເຖິງການຢ້ຽມຢາມຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ.

ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຈະຢ້ຽມຢາມທາງລັດຖະກິດຢູ່ໄອແລນ. ຂໍທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບຄວາມໝາຍຂອງການຢ້ຽມຢາມທີ່ສຳຄັນຄັ້ງນີ້ຕໍ່ການພົວພັນລະຫວ່າງສອງປະເທດ?

ນັບແຕ່ໄດ້ມາຕັ້ງສະຖານທູດໄອແລນ ຢູ່ຫວຽດນາມ ເມື່ອປີ 2005, ການພົວພັນລະຫວ່າງສອງປະເທດນັບມື້ນັບມີຄວາມສະໜິດສະໜົມ ແລະໄດ້ຮັບການປັບປຸງດ້ວຍຫຼາຍໂຄງການຮ່ວມມືພັດທະນາ. ພວກຂ້າພະເຈົ້າໄດ້ສຸມໃສ່ໜູນຊ່ວຍວົງຄະນະຍາດຊົນເຜົ່າສ່ວນໜ້ອຍຢູ່ຫວຽດນາມ; ສ່ວນສໍາລັບການເຄື່ອນໄຫວໜູນຊ່ວຍດ້ານມະນຸດສະທໍາທີ່ກ່ຽວຂ້ອງເຖິງລະເບີດ, ໝາກມິນນັ້ນພວກຂ້າພະເຈົ້າໄດ້ສົມທົບກັບບັນດາຄູ່ຮ່ວມງານກວດກູ້ບໍລິເວນດິນທີ່ມີລະເບີດ, ໝາກມິນ, ວັດຖຸລະເບີດຕົກຄ້າງ, ຍົກສູງຄວາມຮັບຮູ້ກ່ຽວກັບລະເບີດ, ໝາກມິນຢູ່ຕາມໂຮງຮຽນ ແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດ, ໝາກມິນ.

ປັບປຸງສາຍພົວພັນຫວຽດນາມ-ໄອແລນ ກວ່າອີກ
ທ່ານນາງ Deirdre Ni Fhalluin ເອກອັກຄະລັດຖະທູດໄອແລນ ປະຈຳ ຫວຽດນາມ. ພາບ: ສະຖານທູດໄອແລນ ປະຈໍາຫວຽດນາມ

ຫວຽດນາມ ສືບຕໍ່ຮັບຮູ້ການເຕີບໂຕທີ່ໜ້າປະທັບໃຈໃນຊຸມປີຜ່ານມາ. ທັງສອງປະເທດໄດ້ເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດກະສິກຳ, ສະບຽງອາຫານ ແລະການສຶກສາຂັ້ນມະຫາວິທະຍາໄລ, ສຸມໃສ່ການຊ່ວຍເຫຼືອດ້ານເຕັກນິກ, ຍົກສູງກໍາລັງຄວາມສາມາດ ແລະການສ້າງຕັ້ງການຮ່ວມສຳພັນ.

ທ່ານ Michael D.Higgins ປະທານາທິບໍດີ ໄດ້ຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນປີ 2016. ການຢ້ຽມຢາມຄັ້ງນີ້ທັງສອງປະເທດໄດ້ຈາລຶກໄວ້, ສະນັ້ນພວກຂ້າພະເຈົ້າມີຄວາມປິຕິຍິນດີທີ່ໄດ້ຕ້ອນຮັບການຢ້ຽມຢາມທາງລັດຖະກິດຢູ່ໄອແລນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ເປັນຂີດໝາຍໃຫ້ເຫັນການພົວພັນລະຫວ່າງສອງປະເທດພວກເຮົານັບມື້ນັບເລິກເຊິ່ງຂຶ້ນກວ່າອີກ.

ພາຍຫຼັງເກືອບ 30 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ການຮ່ວມມືສອງຝ່າຍລະຫວ່າງສອງປະເທດບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ຂໍທ່ານນາງເອກອັກຄະລັດຖະທູດ ແບ່ງປັນຈຸດທີ່ພົ້ນເດັ່ນໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະແງ່ຫວັງການພັດທະນາໃນໄລຍະຈະມາເຖິງ?

ພວກຂ້າພະເຈົ້າມີຄວາມພາກພູມໃຈຕໍ່ໂຄງການຮ່ວມມືພັດທະນາໃນໄລຍະຍາວກັບຫວຽດນາມ, ພິເສດແມ່ນບັນດາໂຄງການໜູນຊ່ວຍຊາວຊົນເຜົ່າສ່ວນໜ້ອຍ, ການຊ່ວຍເຫຼືອດ້ານມະນຸດສະທຳທີ່ກ່ຽວກັບການກວດກູ້ລະເບີດ, ໝາກມິນບໍ່ທັນແຕກ, ກໍ່ຄືບັນດາໂຄງການທາດບຳລຸງ ແລະສຸຂະພາບແມ່ ແລະຄວາມມານະພະຍາຍາມໃນການເພີ່ມທະວີຄວາມສາມາດຟື້ນຟູຕໍ່ການປ່ຽນແປງຂອງດິນຟ້າອາກາດ.

ຫວ່າງມໍ່ໆນີ້, ພວກຂ້າພະເຈົ້າໄດ້ສະໜອງເງິນຊ່ວຍເຫຼືອມະນຸດສະທຳ 250.000 ເອີໂຣ ໃຫ້ແກ່ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ຢາກີ (ພະຍຸລູກທີ 3) ທີ່ໄດ້ສ້າງຄວາມເສຍຫາຍຢູ່ບັນດາແຂວງ, ນະຄອນທາງພາກເໜືອຂອງຫວຽດນາມ. ການຊ່ວຍເຫຼືອນີ້ແມ່ນຜ່ານກອງທຶນເດັກນ້ອຍຂອງສະຫະປະຊາຊາດ (UNICEF) ໄດ້ ແລະກໍາລັງສະໜອງນໍ້າສະອາດ ແລະເຄື່ອງທຳຄວາມສະອາດ, ເຮັດອະນາໄມໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນສະທ້ອນ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດເມື່ອໄດ້ເຫັນການພົວພັນສອງຝ່າຍລະຫວ່າງໄອແລນ ແລະຫວຽດນາມ ພັດທະນາໃນຫຼາຍປີຜ່ານມາ, ນັບແຕ່ພວກຂ້າພະເຈົ້າໄດ້ມາຕັ້ງສະຖານທູດຢູ່ຫວຽດນາມ. ພວກຂ້າພະເຈົ້າຫວັງວ່າຈະເພີ່ມທະວີການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ, ຄື: ການສຶກສາ ແລະຜະລິດຕະພັນກະເສດ, ກໍ່ຄືເປີດກວ້າງການພົວພັນດ້ານການຄ້າລະຫວ່າງສອງປະເທດ.

ການພົວພັນລະຫວ່າງໄອແລນ ແລະຫວຽດນາມ ຈະສືບຕໍ່ພັດທະນາ ແລະພັດທະນາຕາມທິດທີ່ຕັ້ງໜ້າ. ການຢ້ຽມຢາມທາງລັດຖະກິດຂອງທ່ານ Michael D. Higgins ຢູ່ຫວຽດນາມ ເກືອບ 1 ທົດສະວັດຜ່ານມາແມ່ນຂີດໝາຍສຳຄັນໃນການພົວພັນສອງຝ່າຍຂອງພວກເຮົາ. ການຢ້ຽມຢາມຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ກໍ່ຈະເປັນຂີດໝາຍບາດກ້າວສຳຄັນໜຶ່ງຕື່ມອີກ ແລະຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດເມື່ອການຢ້ຽມຢາມໄດ້ດຳເນີນ. ໃນຖານະເປັນເອກອັກຄະລັດຖະທູດໄອແລນ ປະຈຳຫວຽດນາມ, ຂ້າພະເຈົ້າຈະມານະພະຍາຍາມປັບປຸງ ແລະເຮັດໃຫ້ການພົວພັນລະຫວ່າງສອງປະເທດພວກເຮົາເລິກເຊິ່ງຂຶ້ນກວ່າອີກ.

ຫວຽດນາມ ພວມຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະພັດທະນາພື້ນຖານເສດຖະກິດປະດິດສ້າງ, ໝູນວຽນ. ນີ້ກໍ່ເປັນທ່າແຮງຂອງໄອແລນ. ທ່ານນາງເອກອັກຄະລັດຖະທູດ ຈົ່ງໃຫ້ຮູ້ວ່າ ໄອແລນ ມີແຜນການຮ່ວມມື, ມີການໜູນຊ່ວຍຫວຽດນາມ ຄືແນວໃດແດ່ໃນຂົງເຂດນີ້?

ໃນເຄິ່ງທ້າຍສະຕະວັດທີ່ຜ່ານມາ, ປະເທດໄອແລນ ມີການພັດທະນາທີ່ບຸກທະລຸ ແລະເສດຖະກິດເຕີບໂຕຢ່າງໄວວາ. ປະເທດຂອງພວກເຮົາຖືກຂະໜານນາມວ່າແມ່ນ "ຮ່ອມພູ Silicon ຂອງເອີລົບ" ແລະເປັນທີ່ຮູ້ຈັກທົ່ວໂລກວ່າ ເປັນສູນກາງການຢາ ແລະເຕັກໂນໂລຢີ (ໄອແລນ ເປັນບ່ອນຕັ້ງສໍານັກງານໃຫຍ່ຂອງບັນດາບໍລິສັດເຕັກໂນໂລຢີແຖວໜ້າຂອງໂລກເຊັ່ນ Google, Meta) ແລະການສຶກສາທີ່ມີຄຸນນະພາບສູງ.

ຈາກວິວັດການພັດທະນາຂອງຕົນ, ພວກຂ້າພະເຈົ້າ ເຂົ້າໃຈວ່າການສຶກສາມີບົດບາດສໍາຄັນຄືແນວໃດຕໍ່ການພັດທະນາຂອງປະເທດຊາດ. ພວກຂ້າພະເຈົ້າໄດ້ໜູນຊ່ວຍນັກສຶກສາຫວຽດນາມ ໃຫ້ໄດ້ຮ່ຳຮຽນຕາມຫຼັກສູດປະລິນຍາໂທ ໂດຍຜ່ານໂຄງການທຶນການສຶກສາຂອງລັດຖະບານໄອແລນ “Ireland Fellows Program”. ພວກຂ້າພະເຈົ້າຫວັງວ່າ ບັນດານັກສຶກສາຫວຽດນາມ, ພາຍຫຼັງທີ່ກັບຄືນປະເທດ, ຈະກາຍເປັນຂົວເຊື່ອມຕໍ່ທີ່ຍາວນານລະຫວ່າງສອງປະເທດ.

ສະຖານທູດໄອແລນ ປະຈຳ ຫວຽດນາມ ພວມເພີ່ມທະວີການຮ່ວມມືກັບບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າຢູ່ທັງສອງປະເທດ ເພື່ອແບ່ງປັນບົດຮຽນ ແລະສ້າງກຳລັງຄວາມສາມາດໃນບັນດາຂົງເຂດບຸລິມະສິດ, ຄື: ກະສິກຳ, ສະບຽງອາຫານ. ໂຄງການຄູ່ຮ່ວມມືດ້ານກະສິກຳ-ສະບຽງອາຫານໄອແລນ-ຫວຽດນາມ (IVAP) ແມ່ນແບບຢ່າງທີ່ພົ້ນເດັ່ນຂອງການຮ່ວມມືຢ່າງແຂງແຮງຂອງພວກເຮົາໃນຂົງເຂດນີ້.

ເຊິ່ງເປັນປະເທດເກາະທີ່ມີຂະໜາດນ້ອຍ, ໄອແລນ ກໍ່ປະເຊີນໜ້າກັບສິ່ງທ້າທາຍນັບມື້ນັບເພີ່ມຂຶ້ນ ແລະຮີບດ່ວນຈາກການປ່ຽນແປງຂອງດິນຟ້າອາກາດ. ສອງປະເທດຂອງພວກເຮົາຕ້ອງຮ່ວມມືກັນແກ້ໄຂສິ່ງທ້າທາຍນີ້. ພວກຂ້າພະເຈົ້າພວມໜູນຊ່ວຍເຂດຊົນນະບົດຂອງຫວຽດນາມ ເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກໍ່ຄືເປີດກວ້າງການຮ່ວມມື ແລະຄົ້ນຄວ້າລະຫວ່າງບັນດາມະຫາວິທະຍາໄລໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ ແລະຄວາມຍືນຍົງ.

ຂອບໃຈທ່ານນາງເອກອັກຄະລັດຖະທູດ!

ອົງການ PALS ຊ່ວຍເຫຼືອໃນການປັບປຸງລະບົບໂພຊະນາການໃຫ້ແກ່ນັກຮຽນອະນຸບານແຂວງກວາງຈິ ອົງການ PALS ຊ່ວຍເຫຼືອໃນການປັບປຸງລະບົບໂພຊະນາການໃຫ້ແກ່ນັກຮຽນອະນຸບານແຂວງກວາງຈິ

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງກວາງ​ຈີ​ ໄດ້​ອອກ​ຂໍ້ຕົກລົງ​ສະບັບ​ເລກທີ 2200/QD-UBND ລົງ​ວັນ​ທີ 10 ກັນຍາ 2024 ຮັບຮອງ​ເອົາ​ເອກະສານ​ທີ່ບໍ່​ແມ່ນ​ໂຄງການ “ທຶນ​ການສຶກສາ ເບ້ຍລ້ຽງຄາບສວຍໃຫ້​ນັກຮຽນ​ທຸກ​ຍາກ​ຢູ່​ໂຮງຮຽນ​ອະນຸບານ 8 ​ແຫ່ງ​ແຂວງ​ກວາງ​ຈີ ​ໄລຍະ 2024-2025” ໂດຍການຊ່ວຍເຫຼືອຂອງ Pacific Links Foundation (PALS).

WVI ໃຊ້ງົບປະມານກວ່າ 1,7 ລ້ານ USD ເພື່ອໜູນຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເມືອງຮາຍລັງ (ກວາງຈິ) WVI ໃຊ້ງົບປະມານກວ່າ 1,7 ລ້ານ USD ເພື່ອໜູນຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເມືອງຮາຍລັງ (ກວາງຈິ)

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ຈິ ຫາກໍ່ອອກ​ຂໍ້ຕົກລົງ ​ເລກ​ທີ 2108/QD-UBND ລົງ​​ວັນ​ທີ 28 ສິງຫາ 2024 ອະນຸມັດການປັບປຸງ​ເອ​ກະ​ສານ​ໂຄງ​ການ ເຂດເມືອງຮາຍລັງ, ໄລ​ຍະ 2023-2025 ໂດຍ​ອົງການວິໄສທັດໂລກ ປະ​ຈຳ​ ຫວຽດ​ນາມ (WVI) ໜູນ​ຊ່ວຍ ລວມຍອດ​ເງິນ​ທຶນໃນການ​ປະຕິບັດ​ໂຄງການມີມູນຄ່າ​ກວ່າ 1,7 ລ້ານ USD.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.