ອາຊຽນ: ປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງ

00:00 | 15/09/2024

ຍສໝ - ກອງປະຊຸມຄັ້ງນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດາເຈົ້າໜ້າທີ່ປ້ອງກັນປະເທດບັນດາປະເທດສະມາຊິກອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະສາກົນ, ທິດທາງແຜນການຮ່ວມມືດ້ານການທະຫານອາຊຽນ ແລະບັນຫາທີ່ກ່ຽວຂ້ອງອື່ນ.

ອາຊຽນ ເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ອາຊຽນ ເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ

ການນຳປ້ອງກັນຊາດບັນດາປະເທດສະມາຊິກອາຊຽນ ໃຫ້ຂໍ້ສັງເກດວ່າ ພາກພື້ນພວມມີການຜັນແປອັນສັບສົນຫຼາຍຢ່າງ ແລະຄາດຄະເນໄດ້ຍາກ. ສະນັ້ນ, ກອງທັບບັນດາປະເທດສະມາຊິກອາຊຽນ ຄວນສືບຕໍ່ປະກອບສ່ວນປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ.

ມີການຜັນແປອັນສັບສົນຫຼາຍຢ່າງ

ຫວ່າງແລ້ວນີ້ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ດໍາເນີນກອງປະຊຸມຜູ້ບັນຊາການກຳລັງປ້ອງກັນປະເທດອາຊຽນ ຄັ້ງທີ 21 (ACDFM-21), ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຄໍາລຽງ ອຸທະໄກສອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.

ອາຊຽນ: ປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງ
ບັນຍາກາດທີ່ກອງປະຊຸມ ACDFM-21. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມຄັ້ງນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດາເຈົ້າໜ້າທີ່ປ້ອງກັນປະເທດບັນດາປະເທດສະມາຊິກອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະສາກົນ, ທິດທາງແຜນການຮ່ວມມືດ້ານການທະຫານອາຊຽນ ແລະບັນຫາທີ່ກ່ຽວຂ້ອງອື່ນ.

ທີ່ກອງປະຊຸມ, ທ່ານພົນໂທ ຄໍາລຽງ ອຸທະໄກສອນ ຢືນຢັນວ່າ ການຮ່ວມມືລະຫວ່າງກອງທັບບັນດາປະເທດສະມາຊິກອາຊຽນ ສວມບົດບາດສຳຄັນທີ່ສຸດ, ແມ່ນເງື່ອນໄຂເພື່ອສ້າງພາກພື້ນອາຊຽນ ສັນຕິພາບ, ວັດທະນາຖາວອນ ແລະຄວາມໝັ້ນຄົງ. ທ່ານພົນໂທ ຄໍາລຽງ ອຸທະໄກສອນ ກໍ່ເນັ້ນໜັກວ່າ ACDFM-21 ສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ການທະຫານລະຫວ່າງບັນດາປະເທດສະມາຊິກອາຊຽນ, ປະກອບສ່ວນປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງຂອງອາຊຽນ, ສອດຄ່ອງກັບຄຳຂວັນຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນປີນີ້ແມ່ນ “ຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງຂອງອາຊຽນ”.

ທີ່ກອງປະຊຸມ, ຜູ້ບັນຊາການກຳລັງປ້ອງກັນປະເທດອາຊຽນ ໄດ້ສະແດງຄວາມສະໜັບສະໜູນຕໍ່ຫົວຂໍ້ ປີ 2024 ທີ່ລາວ ເລືອກເອົານັ້ນແມ່ນ “ອາຊຽນ: ຮ່ວມກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງດ້ວຍຕົນເອງ”. ພ້ອມທັງຢືນຢັນວ່າ ຫົວຂໍ້ນີ້ສະແດງໃຫ້ເຫັນຄວາມປາຖະໜາຢາກລວມຂອງບັນດາປະເທດສະມາຊິກອາຊຽນ; ຢືນຢັນຄືນໃໝ່ຄວາມສະໜິດຕິດພັນ, ຄວາມສາມັກຄີທີ່ມີມາແຕ່ດົນນານ, ພ້ອມກັນພັດທະນາມຸ່ງໄປເຖິງສ້າງປະຊາຄົມອາຊຽນ, ຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍທີ່ມີຢູ່ແລ້ວເຊິ່ງພາກພື້ນພວມປະເຊີນໜ້າ.

ໜຶ່ງໃນບັນດາເນື້ອໃນປຶກສາຫາລືສໍາຄັນແຖວໜ້າທີ່ກອງປະຊຸມນັ້ນແມ່ນສະພາບຄວາມໝັ້ນຄົງຢູ່ພາກພື້ນ ແລະໂລກ, ພິເສດແມ່ນສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ມີຜົນສະທ້ອນໂດຍກົງເຖິງພາກພື້ນອາຊຽນ. ACDFM-21 ໄດ້ຕີລາຄາໝາກຜົນການຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ ແລະຍົກອອກທິດທາງຊຸກຍູ້ການຮ່ວມມືໃຫ້ມີເນື້ອແທ້ ແລະມີປະສິດທິຜົນໃນໄລຍະຈະມາເຖິງ.

ປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງດ້ວຍຕົນເອງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາວ່າ ຜ່ານການຈັດຕັ້ງ 21 ຄັ້ງ, ກອງປະຊຸມ ACDFM-21 ໄດ້ສະແດງໃຫ້ເຫັນບົດບາດເປັນເວທີປາໄສສຳຄັນແຖວໜ້າ, ເປັນຂີດໝາຍຄວາມສາມັກຄີ, ພັດທະນາຢ່າງບໍ່ຢຸດຢັ້ງໃນການ ຮ່ວມມືລະຫວ່າງກອງທັບບັນດາປະເທດສະມາຊິກອາຊຽນ.

ອາຊຽນ: ປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງ
ຜູ້ບັນຊາການກຳລັງປ້ອງກັນປະເທດອາຊຽນ ຖ່າຍຮູບລວມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພົນໂທ ຫງວຽນເຕິນເກືອງ ສະແດງຄວາມເຊື່ອໝັ້ນວ່າ ພາກພື້ນຈະສືບຕໍ່ຜັນຂະຫຍາຍການຮ່ວມມືດ້ານການທະຫານຢ່າງມີປະສິດທິຜົນຜ່ານກົນໄກ ແລະຂໍ້ລິເລີ່ມທີ່ມີຢູ່ແລ້ວ. ພ້ອມທັງຍົກອອກຂໍ້ລິເລີ່ມໃໝ່ແນໃສ່ຮັກສາ ແລະຊຸກຍູ້ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ ແລະການຮ່ວມມືລະຫວ່າງກອງທັບຂອງບັນດາປະເທດສະມາຊິກອາຊຽນ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ.

ທ່ານພົນໂທ ຫງວຽນເຕິນເກືອງ ຖືວ່າ ພຽງແຕ່ຜ່ານການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ຄວາມສາມັກຄີ ແລະການຮ່ວມມືແທດຈິງລະຫວ່າງບັນດາປະເທດ ແລະກຳລັງກອງທັບໃນພາກພື້ນເທົ່ານັ້ນ, ປະຊາຄົມອາຊຽນຈຶ່ງສາມາດແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ຂ້າມຊາດຢ່າງມີປະສິດທິຜົນ ແລະຮອບດ້ານໄດ້.

ຫວຽດນາມ ປາດຖະໜາວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງລະງັບໃຈເມື່ອດໍາເນີນການເຄື່ອນໄຫວທີ່ສາມາດກະທົບເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ພາໃຫ້ຂາດຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະເທດຕ່າງໆ ແລະກີດຂວາງຄວາມມານະພະຍາຍາມຮ່ວມມືໃນພາກພື້ນ, ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຫຼັກການ, ແກ້ໄຂການຂັດແຍ້ງ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະຜົນປະໂຫຍດອັນຊອບທຳຂອງທຸກປະເທດ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ຢ່າງສະເໝີຕົ້ນສະເໝີປາຍ.

ຫວຽດນາມ ສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ກໍ່ຄືສິ້ນສຸດການເຈລະຈາ, ລົງນາມໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີເນື້ອແທ້, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນໂດຍໄວ.

ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ, ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະອາຊຽນ, ກອງທັບປະຊາຊົນຫວຽດນາມ ໄດ້, ພວມ ແລະຈະສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຮ່ວມມືລະຫວ່າງກອງທັບບັນດາປະເທດສະມາຊິກອາຊຽນຢ່າງມີຄວາມຮັບຜິດຊອບ. ທ້າຍປີ 2024, ຫວຽດນາມ ຈະຈັດຕັ້ງງານວາງສະແດງການປ້ອງກັນປະເທດສາກົນ ຄັ້ງທີ 2 ແລະສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ງານພົບປະແລກປ່ຽນດົນຕີກອງທັບບັນດາປະເທດອາຊຽນ. ຫວຽດນາມ ຫວັງວ່າຈະໄດ້ຮັບການສະໜັບສະໜູນ ແລະການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກອາຊຽນ ໃນເຫດການສຳຄັນນີ້.

ກອງ​ປະ​ຊຸມ​ສຳມະນາສາ​ກົນ​ໂຄງ​ການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ເພື່ອແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ກອງ​ປະ​ຊຸມ​ສຳມະນາສາ​ກົນ​ໂຄງ​ການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ເພື່ອແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 28 ມີນາ, ກະຊວງ​ການ​ຕ່າງປະ​ເທດ​ສົມທົບ​ກັບ​ອົງການ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ແລະ ມອບສິດ​ໃຫ້ແກ່ແມ່ຍິງ ​ຂອງ​ສະຫະ​ປະຊາ​ຊາດ ຈັດ​ຕັ້ງ​ກອງ​ປະຊຸມ​ສຳມະນາສາກົນ​ກ່ຽວ​ກັບ​ໂຄງການ​ກາ​ນ​ເຄື່ອ​ນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ: ປະສົບ​ການ​ສາກົນ ​ແລະ ຂໍ້​ສະ​ເໜີ​ແນະ​ຂອງ​ຫວຽດນາມ.

ຫວຽດນາມສະເໜີໃຫ້ອາຊຽນເອົາໃຈໃສ່ຕື່ມອີກຕໍ່ກັບໂຄງກ​ານ​ດຳ​ເນີນ​ງານ​ກ່ຽວ​ກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ ຫວຽດນາມສະເໜີໃຫ້ອາຊຽນເອົາໃຈໃສ່ຕື່ມອີກຕໍ່ກັບໂຄງກ​ານ​ດຳ​ເນີນ​ງານ​ກ່ຽວ​ກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ສະເໜີ ໃຫ້ອາຊຽນເອົາໃຈໃສ່ຕື່ມຕໍ່ກັບໂຄງກ​ານ​ດຳ​ເນີນ​ງານ​ກ່ຽວ​ກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ ເພື່ອ​ຊຸກ​ຍູ້ການມີສ່ວນຮ່ວມ, ການປະກອບສ່ວນ ແລະບົດບາດຂອງແມ່ຍິງໃນຂະບວນການສັນຕິພາບ.

ແສງເດືອນ

ເຫດການ
302 Found

Found

The document has moved here.