ສະພາກາແດງ ຫວຽດນາມ ປຸກລະດົມຮ່ວມແຮງຮ່ວມໃຈກັນຊ່ວຍປະຊາຊົນຜ່ານຜ່າຜົນຮ້າຍຈາກພາຍຸຝົນ

22:37 | 12/09/2024

ສະພາກາແດງ ຫວຽດນາມ ຮຽກຮ້ອງປະຊາຊົນໃນທົ່ວປະເທດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ,... ພ້ອມກັນຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກພະຍຸເລກ 3 ໃຫ້ຜ່ານຜ່າຜົນຮ້າຍຈາກໄພທຳມະຊາດ ແລະ ມີຊີວິດການເປັນຢູ່ທີ່ເປັນປົກກະຕິໂດຍໄວ.

ສະພາກາແດງສອງປະເທດ ຫວຽດນາມ - ລາວ ສືບຕໍ່ການຮ່ວມມື ແລະໜູນຊ່ວຍ ສະພາກາແດງສອງປະເທດ ຫວຽດນາມ - ລາວ ສືບຕໍ່ການຮ່ວມມື ແລະໜູນຊ່ວຍ
ລັດຖະບານລາວ ປະດັບຫລຽນ ໃຫ້ແກ່ສະພາກາແດງ ຫວຽດນາມ ລັດຖະບານລາວ ປະດັບຫລຽນ ໃຫ້ແກ່ສະພາກາແດງ ຫວຽດນາມ
ສະພາກາແດງ ຫວຽດນາມ ປຸກລະດົມຮ່ວມແຮງຮ່ວມໃຈກັນຊ່ວຍປະຊາຊົນຜ່ານຜ່າຜົນຮ້າຍຈາກພາຍຸຝົນ

ພາຍຸເລກທີ 3 ຫຼັງຈາກໄດ້ທຳລາຍມ້າງເພ ບັນດາແຂວງແຄມທະເລຄື: ກວ໋າງນິງ, ຮາຍຟ່ອງ, ນາມດິ້ງ, ກວາດລ້າງຮ່າໂນ້ຍ ດ້ວຍແຮງລົມລະດັບ 8, ລົມພັດແຮງລະດັບ 10 ແລະ ສືບ​ຕໍ່​ໄປ​ທາງ​ທິດຕາ​ເວັນ​ຕົກ​ຜ່ານ​ແຂວງ ວິງຟຸກ, ຟູເທາະ, ​ກຳລັງ​ອອ່ນລົງຢ່າງ​ໄວ​ວາກາຍເປັນ​ພາຍຸ​ເຂດ​ຮ້ອນ ດ້ວຍແຮງລົມ​ລະດັບ 6-7.

ຝົນຕົກໜັກເປັນຈໍານວນຫຼວງຫຼາຍຍ້ອນການໝູນວຽນຂອງພະຍຸເລກmu 3 ຢູ່ບັນດາແຂວງເຂດພູດອຍທາງພາກເໜືອ, ຫຼາຍທີ່ສຸດແມ່ນບັນດາແຂວງ ອຽນບ໋າຍ, ເຊີນລາ, ດ້ຽນບຽນ, ຖາຍຫງວຽນ, ລ້າງເຊີນ, ຍ້ອນມີຝົນຕົກໜັກເຖິງໜັກຫຼາຍ, ເຮັດໃຫ້ເກີດນໍ້າແກ່ງນໍ້າຊຸ, ນໍ້ານອງໄຫລຫຼຸຫຼັjງທັ່ງເທ ສ້າງຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ຊັບສິນ.

ຕາມການລາຍງານຂອງຄະນະຊີ້ນຳກ່ຽວກັບວຽກງານປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດ ແລະ ສະພາກາແດງບັນດາແຂວງ, ນະຄອນແລ້ວ ຄວາມເສຍຫາຍຮອດ ເວລາ 15:00 ໂມງ ຂອງວັນທີ 8 ກັນຍາ 2024 ມີດັ່ງນີ້:

* ຄວາມເສຍຫາຍທາງດ້ານຊີວິດອິນຊີ: ເສຍຊີວິດ: 16 ຄົນ; ຫາຍສາບສູນ: 7 ຄົນ ແລະ ຖືກບາດເຈັບ 198 ຄົນ

* ຄວາມເສຍຫາຍຂອງເຮືອນຊານ: ພັງລົງ 6 ຫຼັງ; ເຮືອນເປ່ເພ 5,335 ຫຼັງ ແລະ ເຮືອນ 326 ຫຼັງຕ້ອງໄດ້ທໍາການເຄື່ອນຍ້າຍ.

* ຄວາມເສຍຫາຍຂອງກະສິກຳ: ຕົ້ນເຂົ້າຖືກນໍ້າຖ້ວມ ແລະ ເສຍຫາຍທັງໝົດ 133.917 ເຮັກຕາ; ພືດຜົນທັນຍາຫານເສຍຫາຍ 9.767 ເຮັກຕາ; ກົກໄມ້ສໍາລັບເອົາໄມ້ 12.088 ຕົ້ນ; ຕົ້ນໄມ້ກິນໝາກ 4,668 ເຮັກຕາ;...

* ຄວາມເສຍຫາຍຂອງສັດລ້ຽງ ແລະ ສິນໃນນ້ຳ: ສັດລ້ຽງຕາຍ, ນໍ້າພັດໄຫຼ 231 ໂຕ; ສັດປີກລ້ຽງໃນຄອບຄົວ 407 ໂຕ; ກະຊັງປາ 1,048 ອັນ.

ສະພາກາແດງ ຫວຽດນາມ ປຸກລະດົມຮ່ວມແຮງຮ່ວມໃຈກັນຊ່ວຍປະຊາຊົນຜ່ານຜ່າຜົນຮ້າຍຈາກພາຍຸຝົນ

ພາຍຫຼັງ​ພາຍຸ​ອ່ອນ​ຕົວລົງ, ບັນດາສະພາ​ກາ​ແດງ​ທຸກ​ຂັ້ນ​ໄດ້​ເຂົ້າຮ່ວພ້ອມມກັບບັນດາກໍາລັງປະຕິບັດໜ້າທີ່ຂອງ​ທ້ອງ​ຖິ່ນ​ໃນການປະຕິບັດວຽກງານ​ຜ່ານ​ຜ່າ​ຜົນ​ຮ້າຍ​ຈາກ​ພາຍຸຝົນ: ຢູ່ທີ່​ຮ່າ​ໂນ້ຍ, ພະນັກງານ, ສະມາຊິກສະມາຄົມ, ອາສາ​ສະໝັກ​​ຂອງສະພາກາ​ແດງ​ບັນດາເມືອງ ຫາຍ​ບ່າ​ຈຶງ, ຮ່າດົງ, ດົ່ງ​ແອັງ, ຊາ​ເລີມ... ກໍ່ໄດ້ເຂົ້າ​ຮ່ວມ​ການ​ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ, ມ້ຽນມັດ​ຕົ້ນ​ໄມ້​ທີ່​ຖືກລົ້ມຫັກ, ​ຮັບ​ປະ​ກັນ​ການ​ຈະລາຈອນ​ຂອງບັນດາລະບົບເສັ້ນທາງ; ກະກຽມອາຫານເບົາ ແລະ ເຄື່ອງດື່ມ ເພື່ອຮັບໃຊ້ກຳລັງປະຕິບັດໜ້າທີ່ຮັບຜິດຊອບຫຼັງຈາກພາຍຸ; ຢ້ຽມຢາມ ​ແລະ ຊ່ວຍເຫຼືອຄອບຄົວ​ເບື້ອງ​ຕົ້ນ ​ບັນດາ​ຄອບຄົວ​ທີ່​ມີ​ຜູ້​ເສຍ​ຊີວິດ 01 ຄົນ ​ແລະ ​ບາດ​ເຈັບ 01 ຄົນ ​ເປັນ​ມູນ​ຄ່າ 43 ລ້ານ​ດົ່ງ.

Nhà người dân bị tốc mái, hư hỏng do bão ເຮືອນຂອງປະຊາຊົນໄດ້ຖືກລົມພັດຫຼັງຄາ ແລະໄດ້ຮັບຄວາມເສຍຫາຍຈາກພະຍຸ

ເຮືອນຂອງປະຊາຊົນຖືກລົມພັດຫຼັງຄາ ແລະ ໄດ້ຮັບຄວາມເສຍຫາຍຈາກພະຍຸ

ເຮືອນ​ຂອງ​ປະ​ຊາ​ຊົນ​ຖືກ​ລົມ​ພັດຫຼັງຄາ ແລະ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ

ສະພາກາແດງ ຫວຽດນາມ ຮຽກຮ້ອງປະຊາຊົນໃນທົ່ວປະເທດ ພ້ອມກັນຮ່ວມມືຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກພະຍຸເລກທີ 3 ໃຫ້ຜ່ານຜ່າຜົນຮ້າຍຈາກໄພທຳມະຊາດ ແລະ ມີຊີວິດການເປັນຢູ່ທີ່ເປັນປົກກະຕິໂດຍໄວ.

ທຸກການ​ສະ​ຫນັບ​ສະ​ໜູນອຸປະຖຳ ​ກະລຸນນາສົ່ງທີ່​: •​ເລກ​ບັນ​ຊີ​: 2022​

ຊື່ບັນຊີ: ສູນກາງສະພາກາແດງ ຫວຽດນາມ

• ທະນາຄານ: MB Bank

• ເນື້ອໃນການໂອນ: Baoso3

ທຸກໆ​ການ​ປະກອບສ່ວນ​ບໍ່​ວ່າຈະ​ໃຫຍ່ ​ຫຼື​ ນ້ອຍ​ ກໍ່ລ້ວນແຕ່​ປະກອບສ່ວນ​ນຳ​ຄວາມ​ຫວັງ ​ແລະ ການ​ໜູນ​ຊ່ວຍ​ຕົວ​ຈິງ​ມາ​ໃຫ້​ແກ່ປະຊາຊົນ​ຢູ່​ເຂດ​ປະສົບ​ພາຍຸ.

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.