ລັດຖະບານລາວ ປະດັບຫລຽນ ໃຫ້ແກ່ສະພາກາແດງ ຫວຽດນາມ

14:30 | 05/05/2023

ຍສໝ - ໃນທ້າຍເດືອນ ເມສາ 2023 ທີ່ຜ່ານມາ, ທ່ານ ສຈ.ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ຮັບມອບຫມາຍຕາງໜ້າໃຫ້ລັດຖະບານ ສປປ ລາວ ເປັນກຽດປະດັບຫລຽນໄຊມິດຕະພາບໃຫ້ 01 ກົມກອງ

ອາຣັບບີ ຊະອຸດິ ໜູນຊ່ວຍຊາວ ຫວຽດນາມ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ອາຣັບບີ ຊະອຸດິ ໜູນຊ່ວຍຊາວ ຫວຽດນາມ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ
ຍົກສູງທັກສະປິ່ນປົວໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ (ລາວ) ຍົກສູງທັກສະປິ່ນປົວໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ (ລາວ)

ໃນທ້າຍເດືອນ ເມສາ 2023 ທີ່ຜ່ານມາ, ທ່ານ ສຈ.ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ຮັບມອບຫມາຍຕາງໜ້າໃຫ້ລັດຖະບານ ສປປ ລາວ ເປັນກຽດປະດັບຫລຽນໄຊມິດຕະພາບໃຫ້ 01 ກົມກອງ ແລະ ຫລຽນກາມິດຕະພາບໃຫ້ 03 ກົມກອງ ທີ່ມີຜົນງານດີເດັ່ນປະກອບ ສ່ວນເຂົ້າໃນການພົວພັນຮ່ວມມື ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ສະພາກາແດງຫວຽດ ນາມ ໃນໄລຍະຜ່ານມາ.

ລັດຖະບານລາວ ປະດັບຫລຽນ ໃຫ້ແກ່ສະພາກາແດງ ຫວຽດນາມ
ລັດຖະບານລາວ ປະດັບຫລຽນ ໃຫ້ແກ່ສະພາກາແດງ ຫວຽດນາມ.

ສະນັ້ນ, ໃນໂອກາດແຫ່ງເດືອນມະນຸດສະທໍາ ປະຈໍາປີ 2023 ທີ່ສະພາກາ ແດງແຫ່ງຊາດຫວຽດນາມ ຈັດຕັ້ງຂຶ້ນທີ່ແຂວງ ເກີນເທີ ຄັ້ງນີ້ຈຶ່ງເປັນໂອກາດສຳຄັນ ແລະ ເປັນກຽດຢ່າງຍິງ ທີ່ໄດ້ນຳເອົາວາລະປະດັບຫລຽນໄຊ-ຫລຽນກາມິດຕະພາບ ເຂົ້າໃນພິທີອັນມີຄຸນຄ່າຄັ້ງນີ້. ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວຂອງ ທ່ານ ຫວໍ ວັນເຖືອງ ປະທານປະເທດ ສສ ຫວຽດນາມ, ທັງເປັນປະທານກິດຕິມະສັກຂອງ ສະພາກາແດງແຫ່ງຊາດຫວຽດນາມ, ທ່ານ ທັງ ລືກວາງ ຮອງນາຍົກຜູ້ຊີ້ນຳວຽກງານພົວພັນຕ່າງປະເທດ, ມີພະນັກງານບັນດາກະຊວງ, ກາແດງແຂວງ, ສະມາຊິກ ແລະ ອາສາສະໝັກກາແດງຫວຽດນາມ, ນັກທຸລະກິດ, ຜູ້ຊົງຄຸນວຸທິ ແລະ ກາແດງເພື່ອນມິດຕ່າງໆເຂົ້າຮ່ວມ, ພ້ອມກັນນັ້ນ ຄະນະຍັງໄດ້ຮ່ວມພິທີປູກຕົ້ນໄມ້ມະນຸດສະທຳຮ່ວມກັບປະທານປະເທດ ແລະ ການນຳພັກ-ລັດຂອງ ສສ ຫວຽດນາມ ແລະ ບັນດາກາແດງເພື່ອນມິດ ທີ່ເຂົ້າຮ່ວມ ທີ່ສະຖານທີບໍລິເວນມະຫາ ວິທະຍາໄລ ເກີນເທີ.

ໃນໂອກາດແຫ່ງເດືອນມະນຸດສະທຳ ປະຈຳປີ 2023 ສະພາກາແດງຫວຽດນາມ ໄດ້ຕັ້ງເປົ້າລະ ດົມທຶນຈາກທຸກຊັ້ນຄົນໃນສັງຄົມໃຫ້ໄດ້ 17 ລ້ານໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນວຽກງານມະ ນຸດສະທຳ ກໍຄືວຽກງານກາແດງ ເພື່ອກຽມພ້ອມຊ່ວຍເຫລືອຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກໄພພິບັດຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດ, ແຕ່ປະຈຸບັນມີການບໍລິຈາກນັບທັງວັດຖຸສິ່ງຂອງ ແລະ ທຶນ ໄດ້ເກີນເປົ້າໝາຍທີ່ຕັ້ງໄວ້ແລ້ວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.