ສາຍຈິດມິດໃຈຢູ່ສອງຟາກແມ່ນ້ຳເຊໂປນ

18:11 | 05/08/2024

ຍສໝ - ແມ່ນ້ຳເຊໂປນ ໄຫຼຕາມສາຍພູຫຼວງຜ່ານແຂວງກວາງຈິ້ ກາຍເປັນເສັ້ນຊາຍແດນລະຫວ່າງສອງປະເທດຫວຽດນາມ-ລາວ. ພໍ່ແມ່ປະຊາຊົນດຳລົງຊີວິດຢູ່ສອງຟາກຊາຍແດນມີວັດທະນະທຳ, ຮີດຄອງປະເພນີຄ້າຍຄືກັນ.

ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ
ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ

ປະຕິບັດໜ້າທີ່ຢູ່ເຂດຊາຍແດນ, ທະຫານຊາຍແດນບໍ່ພຽງແຕ່ຊ່ວຍ ປະຊາຊົນຢູ່ບໍລິເວນຜ່ານຜ່າຄວາມຫຍຸ້ງຍາກ, ຊ່ວຍພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຂອງປະຊາຊົນຢູ່ສອງຟາກຊາຍແດນ.

ສຽງຮ້ອງຢູ່ແຄມແມ່ນ້ຳເຊໂປນ

ແມ່ນ້ຳເຊໂປນ ໄຫຼຕາມສາຍພູຫຼວງຜ່ານແຂວງກວາງຈິ້ ກາຍເປັນເສັ້ນຊາຍແດນລະຫວ່າງສອງປະເທດຫວຽດນາມ-ລາວ. ພໍ່ແມ່ປະຊາຊົນດຳລົງຊີວິດຢູ່ສອງຟາກຊາຍແດນມີວັດທະນະທຳ, ຮີດຄອງປະເພນີຄ້າຍຄືກັນ. ພິເສດ, ນັບແຕ່ເມື່ອສອງປະເທດບ້ານໃກ້ເຮືອນຄຽງຜັນຂະຫຍາຍຮູບແບບແຮກສ່ຽວບ້ານ-ບ້ານ, ພໍ່ແມ່ປະຊາຊົນໄດ້ໄປຢ້ຽມຢາມຖາມຂ່າວກັນເຮັດໃຫ້ນ້ຳໃຈລະຫວ່າງສອງຊາດ, ສອງປະເທດສະໜິດສະໜົມກວ່າ. ສອງຊາດລາວ ແລະຫວຽດນາມ ກໍ່ຄືກັນ, ສອງຝ່າຍ ແຮກສ່ຽວອ້າຍນ້ອງສາມັກຄີອັນດີງາມກວ່າ, ພ້ອມກັນປົກປັກຮັກສາຊາຍແດນ. ສອງຝ່າຍຊ່ວຍເຫຼືອກັນເຮັດສວນ, ເຮັດໄຮ່, ເຮັດນາ, ພັດທະນາເສດຖະກິດ, ຊີວິດການເປັນຢູ່ໄດ້ຮັບການຍົກສູງຂຶ້ນ.

ສາຍຈິດມິດໃຈຢູ່ສອງຟາກແມ່ນ້ຳເຊໂປນ

ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນ ທ້ວນ ແລະການນຳຕາແສງເຕີນລອງ ມອບຂອງຂວັນໃຫ້ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນສອງບ້ານແຮກສ່ຽວ. ພາບ: ຕຽວຢາວ

ບ້ານລອງແທັ່ງ (ຕາແສງເຕີນລອງ, ເມືອງເຮື໊ອງຮ໊ວາ, ແຂວງກວາງຈິ້) ແລະບ້ານມາຮາດ (ກຸ່ມບ້ານກະຕຸບ-ມາຮາດ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ) ໄດ້ຈັດຕັ້ງການແຮກສ່ຽວບ້ານ-ບ້ານ ໃນເດືອນເມສາ 2009. ສອງຝ່າຍເຫັນດີເປັນ ເອກະພາບກົດລະບຽບການເຄື່ອນໄຫວແຮກສ່ຽວດ້ວຍ 12 ເນື້ອໃນ, ບົນພື້ນຖານເຄົາລົບສັນຍາກົດລະບຽບຊາຍແດນທາງບົກຫວຽດນາມ-ລາວ, ກົດໝາຍຂອງແຕ່ລະປະເທດ ແລະສອດຄ່ອງກັບຮີດຄອງປະເພນີຂອງຊົນເຜົ່າສ່ວນໜ້ອຍສອງຟາກຊາຍ ແດນ. ພາຍຫຼັງ 15 ປີແຫ່ງວັນແຮກສ່ຽວ, ນ້ຳໃຈອ້າຍນ້ອງລະຫວ່າງສອງບ້ານໄດ້ຮັບການຍົກສູງຂຶ້ນລະດັບສູງໃໝ່, ເລິກເຊິ່ງ ແລະຮອບດ້ານກວ່າ.

ປະຊາຊົນສອງບ້ານຕັ້ງໜ້າສົມທົບກັນຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳປະເພດຕ່າງໆ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງບ້ານ. ປະຊາຊົນສອງຟາກທີ່ມີດິນຕິດຈອດຊາຍແດນ ໄດ້ສະໝັກໃຈຈົດທະບຽນໃຫ້ຄຳໝັ້ນສັນຍາຄຸ້ມຄອງ, ປົກປັກຮັກສາຫຼັກໝາຍຊາຍແດນ; ປະສານສົມທົບກັບກຳລັງທະຫານຊາຍແດນ ແລະກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນ ລາວ ລາດຕະເວນ, ບຸກເບີກ, ຖາງຫຍ້າ, ບູລະນະລະບົບຫຼັກໝາຍຊາຍແດນ. ໃນວັນບຸນ, ບຸນປີໃໝ່, ພໍ່ແມ່ປະຊາຊົນສອງຟາກຊາຍແດນ ໄດ້ໄປມາຫາສູ່ຢ້ຽມຢາມຖາມຂ່າວກັນ.

ປະຊາຊົນຢູ່ສອງຟາກຊາຍແດນໄດ້ຊ່ວຍເຫຼືອກັນເຮັດສວນ, ເຮັດໄຮ່, ເຮັດນາ, ພັດທະນາເສດຖະກິດ, ຊີວິດການເປັນຢູ່ໄດ້ຮັບການຍົກສູງຂຶ້ນ. ຄຽງຂ້າງກັນນັ້ນ, ປະຊາຊົນຢູ່ສອງບ້ານໄດ້ແບ່ງທຸກແບ່ງສຸກດ້ວຍວຽກເຮັດແທດຈິງ, ມີປະສິດທິຜົນຄືຊ່ວຍເຫຼືອເບ້ຍໄມ້, ແນວພັນສັດລ້ຽງ; ແລກປ່ຽນບົດຮຽນປະສົບການໃນການຜະລິດ, ແນະນຳກັນປ້ອງກັນສັດຕູພືດ, ໝູນໃຊ້ຄວາມກ້າວໜ້າຂອງວິທະຍາສາດເຕັກນິກເຂົ້າໃນການຜະລິດ, ຊ່ວຍເຫຼືອກັນອຸປະໂພກ-ບໍລິໂພກຜະລິດຕະພັນ. ຫຼາຍຮູບແບບ ກ່ຽວກັບການພັດທະນາເສດຖະກິດແບບຍືນຍົງ, ຄື: ຮູບແບບປູກຕົ້ນໝາກກວ້ຍ, ມັນຕົ້ນ ໄດ້ສ້າງລາຍຮັບສູງ, ຫຼາຍຄອບຄົວພົ້ນຈາກຄວາມທຸກຍາກ, ມີຫຼາຍຄອບຄົວບືນຕົວຂຶ້ນຮັ່ງມີ. ທ່ານ ຮວ່າງດິ່ງຕິ໊ງ, ນາຍບ້ານລອງແທັ່ງ ເວົ້າວ່າ ປະຊາຊົນ ຢູ່ທີ່ນີ້ໄດ້ແຮກສ່ຽວນຳກັນຖືກັນຄືຄົນໃນຄອບຄົວດຽວ, ສາມັກຄີກັນ.

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ

ຕັ້ງທັບຢູ່ໃນບໍລິເວນ, ທະຫານຊາຍແດນຄ້າຍທະຫານຊາຍແດນ ທ້ວນ, ທະຫານຊາຍແດນແຂວງກວາງຈິ້ ແມ່ນຂົວຕໍ່ສຳຄັນຂອງນ້ຳໃຈມິດຕະພາບແບບພິເສດ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຂອງປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ, ທຸກໆມື້ໄດ້ຊ່ວຍປະຊາຊົນຢູ່ໃນບ້ານຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່. ນັບແຕ່ເມື່ອບ້ານລອງແທັ່ງ ແລະບ້ານມາຮາດ ຈັດຕັ້ງການແຮກສ່ຽວ, ທະຫານຊາຍແດນໄດ້ແນະນຳ, ຊ່ວຍເຫຼືອປະຊາຊົນຢູ່ສອງຟາກຊາຍແດນພ້ອມກັນພັດທະນາເສດຖະກິດ, ປົກປັກຮັກສາສິ່ງແວດລ້ອມ, ລະດົມກຳລັງໃຈກັນໃນການຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳຂອງແຕ່ລະເຜົ່າ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ເພື່ອຮັບປະກັນຄວາມສະຫງົບສຸກຢູ່ເຂດຊາຍແດນ, ວຽກງານລາດຕະເວນສອງຝ່າຍໄດ້ຈັດຕັ້ງປະຕິບັດຢ່າງປະຈຳດ້ວຍພາກສ່ວນແມ່ນຄ້າຍທະຫານຊາຍແດນທ້ວນ ແລະກອງຮ້ອຍ 320, 322, ກອງບັນຊາການທະຫານແຂວງສະຫວັນນະເຂດ. ທະຫານຊາຍແດນໄດ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບສະພາບດິນຟ້າອາກາດ ແລະພູມີປະເທດທຸລະກັນດານເພື່ອດຳເນີນການກວດກາສະພາບຫຼັກໝາຍຊາຍແດນ, ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາຊາຍແດນ.

ທ່ານ ບຸນລ້ອມ ສຸພາມີໄຊ, ຮອງເລຂາພັກເມືອງເຊໂປນ ໃຫ້ຮູ້ວ່າ "ພວກຂ້າພະເຈົ້າ ຮູ້ສຶກດີໃຈຍ້ອນວ່ານ້ຳໃຈລະຫວ່າງປະຊາຊົນ ແລະກຳລັງຕ່າງໆຂອງສອງປະເທດພັດທະນາອັນດີງາມ. ປະຊາຊົນ ແລະທະຫານຊາຍແດນຫວຽດນາມ ມາຊ່ວຍເຫຼືອ, ບາງເທື່ອນຳເອົາເບ້ຍໄມ້, ຕົ້ນກວ້ຍ, ແນວພັນງົວມອບໃຫ້ປະຊາຊົນລາວ. ທະຫານຍັງແນະນຳພໍ່ແມ່ປະຊາຊົນວິທີປູກພືດ ແລະລ້ຽງສັດ. ພໍ່ແມ່ປະຊາຊົນຍັງໄດ້ກວດ ແລະປິ່ນປົວພະຍາດໂດຍບໍ່ເກັບຄ່າ... ພວກຂ້າພະເຈົ້າຕີລາຄາສູງລາຍການນີ້, ຍ້ອນວ່ານີ້ແມ່ນກິດຈະກຳເພື່ອກໍ່ສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ ແລະລາວ, ລະຫວ່າງສອງແຂວງກວາງຈິ້-ສະຫວັນ ນະເຂດ...".

ແລະການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບນັ້ນ, ວັນທີ 2 ພຶດສະພາ 2024, ບັນດາທ້ອງຖິ່ນ ແລະກຳລັງປ້ອງກັນຊາຍແດນຂອງສອງປະເທດໄດ້ຈັດຕັ້ງການປະເມີນ 15 ປີແຫ່ງການແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນຢູ່ບ້ານລອງແທັ່ງ. ຜູ້ຕາງໜ້າການນຳຄະນະກຳມະການປະຊາຊົນເມືອງເຮື໊ອງຮ໊ວາ, ຄະນະກຳມະການປະຊາຊົນເມືອງເຊໂປນ, ກອງບັນຊາການທະຫານຊາຍແດນແຂວງ, ອຳນາດການປົກຄອງທ້ອງຖິ່ນ ແລະພໍ່ແມ່ປະຊາຊົນສອງຟາກຊາຍແດນເປັນຈຳນວນຫຼວງຫຼາຍໄດ້ພົບປະສະແດງຄວາມຕັດສິນໃຈສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງ.

ສົມເພັດ

ເຫດການ
302 Found

Found

The document has moved here.