ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ

15:39 | 30/11/2022

ຍ​ສ​ໝ - ໃນປີ 1996, ທ່ານ Federico Mayor, ຜູ້ອໍານວຍການໃຫຍ່ຂອງ UNESCO, ໄດ້ສະເຫນີການສ້າງລາງວັນເມື​ອງ​ແຫ່ງສັນຕິພາບ. 3 ປີ​ຕໍ່​ມາ, ນະຄອນ​ຮ່າ​ໂນ້ຍ ​ໄດ້​ເປັນ​ກຽດ​ຮັບ​ລາ​ງວັນ​ນີ້.

ຄວາມງາມດັ່ງໃນພາບແຕ້ມຂອງສວນດອກຕາເວັນປ່າ ທ່າມກາງໃຈກາງນະຄອນຮ່າໂນ້ຍ ຄວາມງາມດັ່ງໃນພາບແຕ້ມຂອງສວນດອກຕາເວັນປ່າ ທ່າມກາງໃຈກາງນະຄອນຮ່າໂນ້ຍ
ນາຍົກລັດຖະມົນຕີ ລາວ ຕີລາຄາສູງການຮ່ວມມືລະຫວ່າງນະຄອນຫຼວງ ວຽງຈັນ ແລະ ຮ່າໂນ້ຍ ນາຍົກລັດຖະມົນຕີ ລາວ ຕີລາຄາສູງການຮ່ວມມືລະຫວ່າງນະຄອນຫຼວງ ວຽງຈັນ ແລະ ຮ່າໂນ້ຍ
ພາບ​ປະ​ກອບ: ທູ​ຮ່າ
ພາບ​ປະ​ກອບ: ທູ​ຮ່າ

ກ່ອນ​ນີ້ 26 ປີ, ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 2 ກ່ຽວ​ກັບ​ການ​ຕັ້ງ​ຖິ່ນ​ຖານ​ໄດ້​ຈັດ​ຂຶ້ນ​ຢູ່ Istanbul (ຕວກ​ກີ) ແຕ່​ວັນ​ທີ 3-14 ມິ​ຖຸ​ນາ 1996. ກອງ​ປະ​ຊຸມ​ໄດ້​​ເອີ້ນ​ວ່າ "ກອງ​ປະ​ຊຸມ​ໃຫຍ່​ນະ​ຄອນ​"​. ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ລວມນ​ໃນ​ການ​ຮັບ​ປະ​ກັນ​ທີ່​ຢູ່​ອາ​ໄສ​ທີ່​ມີ​ເໝາະ​ສົມ​ໃຫ້​ແກ່​ທຸກ​ຄົນ ແລະ ບັນ​ດາ​ຕົວ​ເມືອງ​ປອດ​ໄພ, ກ່​ວາໂປງ​ໄສ ແລະ ເປັນ​ໜ້າ​ດຳ​ລົງ​ຊີ​ວິດ​ກ່​ວາ. ​​ກອງ​ປະຊຸມ​ມີ​ແຫຼ່​ງ​ບັນ​ດານ​ໃຈ​ຈາກ​ກົດ​ບັດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ​ໃນ​ເວລາ​ນັ້ນ, ທ່ານ Federico Mayor ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO ໄດ້​ສະ​ເໜີ​ໃຫ້​ສ້າງລາງວັນ​ເມືອງ​ເພື່ອ​ສັນຕິພາບ.

ນັບ​ແຕ່​ນັ້ນ​ຮອດ​ທ້າຍ​ປີ 1997, ສະ​ມັດ​ຊາ​ໃຫຍ່ UNESCO ຄັ້ງ​ທີ 29 ໄດ້​ຮັບ​ຮອງ​ເອົາ​ລາງວັນ​ນີ້​ດ້ວຍ​ອັດ​ຕາ 2 ປີ/ຄັ້ງ ໝູນ​ໃຊ້​ໃຫ້​ແກ່ 5 ນະ​ຄອນ​ດີ​ເດັ່ນ​ຕາງ​ໜ້າ 5 ພາກ​ພື້ນ: ອາ​ຊີ - ປາ​ຊີ​ຟິກ, ອາບ​ຟ​ຼິກ​ກາ, ຕາ​ເວັນ​ອອກ​ກາງ - ອາ​ຣັບ, ອາ​ເມ​ລິ​ກາ​ລາ​ຕິນ - Caribbean ແລະ ເອີ​ຣົບ. ພາຍຫຼັງ​ການ​ຕັດ​ສິນ​ຂອງ​ສະ​ມັດ​ຊາ​ໃຫຍ່ UNESCO ຄັ້ງ​ທີ 29 ມາ​ເປັນ​ເວ​ລາ 2 ປີ, ວັນ​ທີ 16 ກໍ​ລະ​ກົດ 1999, UNESCO ໄດ້​ປະ​ກາດ​ບັນ​ຊີ​ລາຍ​ຊື່ 5 ນະ​ຄອນ​ດີ​ເດັ່ນ​ທຳ​ອິດ​ຂອງ​ບັນ​ດາ​ພາກ​ພື້ນ ໄດ້​ຮັບ​ລາງວັນ, ໃນ​ນັ້ນ​ມີ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ຂອງ ຫວຽດ​ນາມ - ນະ​ຄອນ​ທຳ​ອິດ​ຂອງ​ພາກ​ພືື້ນ ອາ​ຊີ ເປັນ​ກຽດ​ຮັບ​ລາງວັນ​ນີ້. ນັ້ນ​ແມ່ນ​ການ​ຢັ້ງ​ຢືນ​ຂອງ​ສາ​ກົນກ່ຽວ​ກັບ​ມູນ​ເຊື້ອ​ວິ​ລະ​ຊົນ ກ່ຽວ​ກັບ​ການ​ຍາດ​ເອ​ກະ​ລາດ ຊົນ​ຊາດ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ສັນ​ຕິ​ພາບ​ຂອງ​ຊາດ ຫວຽດ​ນາມ. ເຫດ​ການ​ນີ້ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ທີ່​ຕັ້ງ, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ, ຫວຽດ​ນາມ ເວົ້າ​ລວມ ບົນ​ເວ​ທີ​ສາ​ກົນ ແລະ ພາກ​ພື້ນ, ປະ​ກອບ​ສ່ວນ​ໂຄ​ສະ​ນາ, ແນະ​ນຳ​ກັບ​ໂລກ ກ່ຽວ​ກັບ​ຮ່າ​ໂນ້ຍ, ຜ່ານ​ນັ້ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຮ່ວມ​ມື​ສາ​ກົນ ລະ​ຫວ່າງ ຮ່າ​ໂນ້ຍ ກັບ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ເສດ​ຖະ​ກິດ, ເສດ​ຖະ​ກິດ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ, ການ​ບໍ​ລິ​ການ… ມັນ​ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ ແລະ ກໍ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຊົນ ຮ່າ​ໂນ້ຍ​ສູ້​ຊົນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ນະ​ຄອນ​ນັບ​ມື້​ນັບ​ຮັ່ງ​ມີ, ທັນ​ສະ​ໄໝ, ສີ​ວິ​ໄລ.

ພາຍຫຼັງ 20 ປີ​ນັບ​ແຕ່​ເວ​ລາ​ໄດ້​ຮັບ​ນາມ​ມະ​ຍົດ​ນະ​ຄອນ​ເພື່ອ​ສັນ​ຕິ​ພາບ, ຮ່າ​ໂນ້ຍ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ວາງ​ຜັນ​ກຳ​ນົດ​ລວມ ດ້ວຍ​ເປົ້າ​ໝາຍ​ກໍ່​ສ້າງ​ນະ​ຄອນ​ທັນ​ສະ​ໄໝ ເຊິ່ງ​ຍັງ​ຮັກ​ສາ​ໄດ້​ສີ​ສັນ​ຂອງ​ມູນ​ເຊື້ອ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.