ຫວຽດນາມ - ເປຣູ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂ້າມຜ່ານໄລຍະຫ່າງດ້ານພູມສັນຖານ

17:15 | 10/08/2024

ຍສໝ - ຫວຽດນາມ ແລະ ເປຣູ ສ້າງຕັ້ງການພົວພັນທາງດ້ານການທູດເມື່ອປີ 1994. ເຖິງແມ່ນວ່າທີ່ຕັ້ງພູມສັນຖານຢູ່ຫ່າງໄກກັນກໍ່ຕາມ ແຕ່ໃນຊຸມປີທີ່ຜ່ານມານີ້ 2 ປະເທດກໍ່ໄດ້ມີບາດກ້າວສໍາຄັນໃນການຊຸກຍູ້ສາຍພົວພັນດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ ແລະ ການລົງທຶນ.

ຫວຽດນາມ ເໝືອນດັ່ງສະຫະປະຊາຊາດດ້ວຍຄວາມສຸດຈິດສຸດໃຈ ຫວຽດນາມ ເໝືອນດັ່ງສະຫະປະຊາຊາດດ້ວຍຄວາມສຸດຈິດສຸດໃຈ
ເຊື່ອໝັ້ນວ່າ ສະຫາຍເລຂາທິການໃຫຍ່ ໂຕເລີມ ຈະສືບຕໍ່ນຳພາການພັດທະນາຂອງປະເທດຊາດ ແລະເສີມຂະຫຍາຍຈິດໃຈສາມັກຄີສາກົນ ເຊື່ອໝັ້ນວ່າ ສະຫາຍເລຂາທິການໃຫຍ່ ໂຕເລີມ ຈະສືບຕໍ່ນຳພາການພັດທະນາຂອງປະເທດຊາດ ແລະເສີມຂະຫຍາຍຈິດໃຈສາມັກຄີສາກົນ

ນີ້​ແມ່ນການປະກອບຄໍາເຫັນ​ຂອງ ​ທ່ານ ຮ່າກິມງັອກ ​ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ໃນ​ພິທີ​ສະ​ເຫຼີ​ມສະຫຼອງວັນ​ຊາດ​ສາທາລະນະ​ລັດ ເປຣູ ຄົບຮອບ 203 ປີ ​ແລະ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເປຣູ ​ເມື່ອ​ວັນ​ທີ 31 ກໍລະກົດ ຢູ່ຮ່າ​ໂນ້ຍ. ພິທີນີ້ຈັດຂຶ້ນໂດຍ​ສະຖານທູດ​ເປ​ຣູ ປະຈຳ ຫວຽດນາມ.

ທ່ານ ຮ່າກິມງັອກ ກ່າວ​ວ່າ: ​ເມື່ອ​ກ່າວ​ເຖິງ ​ເປຣູ, ປະຊາຊົນ​ຫວຽດນາມ ​ຄິດ​ເຖິງ​ປະ​ເທດ​ທີ່​ສວຍ​ງາມມີ​ທຳ​ມະ​ຊາດ​ທີ່ອຸດົມສົມບູນ, ຫຼາກ​ຫຼາຍ​ຢູ່ເຂດ​ອາ​ເມ​ລິ​ກາ​ໃຕ້ ກັບທົ່ງພຽງແຄມຝັ່ງມະຫາສະໝຸດປາຊີຟິກ,​ ເຂດພູ​ສູງ​ທີ່ຂຶ້ນກັບເທືອກເຂົາ Andes ​ແລະ ເຂດປ່າເຂດຮ້ອນ Amazon. ໂດຍເປັນໜຶ່ງປະເທດທີ່ມີຂີດໝາຍຂອງພື້ນຖານອະລະຍະທໍາ Inca ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ບັນດາມໍລະດົກທາງດ້ານວັດທະນະທໍາ, ສະຖາປັດຕະຍະກໍາທີ່ເປັນເອກະລັກເຊັ່ນ: ບູຮານສະຖານ Machu Picchu, ເມືອງສີຂາວຂອງ Arequipa ບ່ອນທີ່ຮັກສາຄຸນຄ່າປະຫວັດສາດ ແລະ ວັດທະນະທໍາຂອງເປຣູ, ເຊິ່ງກາຍ​ເປັນ​ຈຸດໝາຍ​ປາຍທາງ​ຂອງ​ນັກ​ທ່ອງ​ທ່ຽວ​ສາກົນຫຼາຍ​ລ້ານ​ຄົນໃນແຕ່ລະປີ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ທ່ານຢືນຢັນ​ວ່າ, ​ໃນ​ພາລະກິດແຫ່ງການສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ​ໃນ​ປະຈຸ​ບັນ, ຫວຽດນາມ ຍາມ​ໃດ​ກໍ່​​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ການແບ່ງປັນ, ຄວາມ​ສາມັກຄີ ແລະ ການສະໜັບສະໜູນ​ຂອງ​ປະຊາຊົນ​ທົ່ວໂລກ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ, ​ໃນ​ນັ້ນ​ມີ​ປະຊາຊົນ​ເປຣູ. ຫວຽດ​ນາມ ຍາມ​ໃດ​ກໍຈົດຈໍາ ແລະ ​ນັບຖື​ນ້ຳ​ໃຈ​ອັນ​ລ້ຳ​ຄ່າ​ນັ້ນເປັນຢ່າງສູງ.

ການ​ນຳ​ຂັ້ນ​ສູງ​ຂອງ​ 2 ປະ​ເທດ​ມີ​ການ​ພົບ​ປະ​ ແລະ​ ການ​ຕິດ​ຕໍ່​ພົວ​ພັນ​ສອງ​ຝ່າຍ​ເປັນ​ປະ​ຈຳ. 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ການຮ່ວມ​ມືທີ່ຈໍາເປັນ ແລະ ແທດຈິງ​ຄື: ຄະນະ​ກຳມະການ​ລະຫວ່າງ​ລັດຖະບານຫວຽດນາມ - ​ເປຣູ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ເຕັກນິກ, ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ, ​ລົງ​ນາມ​ໃນ​ຫຼາຍ​ສັນຍາ ​ແລະ ບົດ​ບັນທຶກຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື.

“ຫວຽດນາມ ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງເປັນຮູບປະທໍາ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ​ກັບເປ​ຣູ, ຊຸກຍູ້​ການ​ຄ້າ, ການ​ລົງທຶນ ແລະ ​ການແລກປ່ຽນ​ປະຊາຊົນ ​ເປົ້າ​ໝາຍ​ລວມ​ຂອງ​ພວກ​ເຮົາ​ແມ່ນສ້າງສາ ​ແລະ ພັດທະນາ​ທັງ​ 2 ​ປະ​ເທດ, ພ້ອມ​ກັນ​ນັ້ນກໍ່ຮັກສາ​ສັນຕິພາບ ​ແລະ ຄວາມສະຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ”, ທ່ານ ຮ່າກິມງັອກ ​ຮອງ​ລັດຖະມົນຕີ ຢືນຢັນ.

Du khách tham quan triển lãm ảnh “Khám phá Peru: Chuyến du hành thị giác từ vùng biển tới núi cao và rừng rậm” do Đại sứ quán Peru tại Việt Nam tổ chức vào tháng 7/2024. (Ảnh: Báo Nhân Dân) ແຂກທ່ອງທ່ຽວໄປຢ້ຽມຢາມງານວາງສະແດງຮູບພາບ “ຄົ້ນພົບ ເປຣູ: ການທັດສະນະການສໍາຜັດດ້ວຍຕາຈາກທະເລໄປເຖິງພູສູງ ແລະ ປ່າຕຶບ” ໂດຍສະຖານທູດ ເປຣູ ປະຈຳຫວຽດນາມ ຈັດຕັ້ງໃນເດືອນ ກໍລະກົດ 2024. (ພາບ: ໜັງສືພິມປະຊາຊົນ)

ແຂກທ່ອງທ່ຽວໄປຢ້ຽມຢາມງານວາງສະແດງຮູບພາບ “ຄົ້ນຫາ ເປຣູ: ການທ່ອງທ່ຽວໂດຍການສໍາຜັດດ້ວຍຕາຈາກທະເລໄປເຖິງພູສູງ ແລະ ປ່າຕຶບ” ໂດຍສະຖານທູດເປຣູ ປະຈຳຫວຽດນາມ ຈັດຕັ້ງໃນເດືອນ ກໍລະກົດ 2024. (ພາບ: ໜັງສືພິມປະຊາຊົນ)

ການປະກອບ​ຄຳ​ເຫັນໃນ​ພິທີ, ທ່ານ​ນາງ Patricia Yolanda Raez Portocarrrero ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ​ເປຣູ ປະຈຳ ຫວຽດນາມ ​ກ່າວ​ວ່າ: ໃນ 30 ປີທີ່ຜ່ານມາ, 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ບັນດາ​ກົນ​ໄກ​ສົນທະນາ​ລະຫວ່າງ 2 ຝ່າຍ, ນັບ​ແຕ່​ຂົງ​ເຂດ​ການ​ເມືອງ, ການ​ທູດຕະຫຼອດ​ເສດຖະກິດ ແລະ ການຄ້າ. ໃນຂົງເຂດການຄ້າ, Lima ແມ່ນຄູ່ຮ່ວມມືການຄ້າອັນດັບທີ 6 ຂອງຫວຽດນາມ ຢູ່ອາເມລິກາລາຕິນ ດ້ວຍວົງເງິນການຄ້າກວ່າ 700 ລ້ານ USD ໃນປີ 2023. ຫວຽດນາມ ແມ່ນນັກລົງທຶນອາຊີຕາເວັນອອກສ່ຽງໃຕ້ຕົ້ນຕໍຢູ່ເປຣູ ດ້ວຍວົງເງິນລົງທຶນບັນລຸ 1,3 ຕື້ USD ເຊິ່ງມາຈາກສອງບໍລິສັດ Viettel ແລະ Petrovietnam, ສຸມໃສ່ຂະແໜງໂທລະຄົມມະນາຄົມ ແລະ ພະລັງງານ.

ທັງ 2 ປະເທດລ້ວນແຕ່ແມ່ນສະມາຊິກຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມພາກພື້ນປາຊີຟິກ (CPTPP), ສະນັ້ນ ຍັງມີທ່າແຮງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການຮ່ວມມື, ໂດຍສະເພາະເມື່ອ​ມີ​ຜະ​ລິດ​ຕະ​ພັນຈໍານວນຫຼາຍທີ່ໄດ້ຮັບສິດທິພິເສດຍົກເວັ້ນການ​ເສຍ​ພາສີອາ​ກອນ​ລະ​ຫວ່າງ​ 2 ​ປະ​ເທດ. ຫນຶ່ງ​ໃນ​ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​ເປ​ຣູ ​ໃນ​ປະ​ຈຸ​ບັນ​ແມ່ນ​ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ໄປທີ່​ຫວຽດ​ນາມ ແນໃສ່ຄວາມ​ດຸ່ນ​ດ່ຽງ​ການ​ພົວ​ພັນ​ດ້ານ​ການ​ຄ້າ. ດ້ວຍການເປີດທ່າກໍ່າປັ່ນ Chancay ຂະຫນາດໃຫຍ່ຢູ່ປະເທດເປຣູ ໃນເດືອນພະຈິກ 2024, ໄລຍະເວລາການຂົນສົ່ງທາງທະເລລະຫວ່າງ2 ປະເທດຈະສັ້ນລົງຈາກ 40 ມື້ເປັນ 25 ມື້, ຊ່ວຍຍົກສູງປະສິດທິພາບຂອງການແລກປ່ຽນສິນຄ້າ ແລະ ເປີດກວ້າງໂອກາດຫຼາຍດ້ານໃນຂົງເຂດການຂົນສົ່ງ .

ທ່ານ ໂຕເລີມ ​ປະ​ທາ​ນປະເທດ ຫວຽດນາມ ໄດ້​ສົ່ງ​ສານອວຍພອນ​ເຖິງ ​ທ່ານ Dina Boluarte Zegarra​ ປະ​ທາ​ນາ​ທິ​ບໍ​ດີ

ເນື່ອງ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ ວັນ​ຊາດ​ສາທາລະນະ​ລັດ ເປຣູ ຄົບຮອບ 203 ປີ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ບຸ່ຍແທງເຊີນ ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ກໍ່ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສາທາລະນະລັດ ​ເປຣູ Javier González Olaechea.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.