ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ ເກົາຫລີ ໄດ້ໄຂຂຶ້ນຢ່າງເປັນທາງການ

00:54 | 14/05/2019

ຍສໝ - ກ່ອນຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ ເກົາຫລີ, ປະທານາທິບໍດີ Donald Trump ໄດ້ເນັ້ນຫນັກວ່າ, ອາເມລິກາມີຄວາມມຸ່ງຫວັງໃຫ້ຝ່າຍ ສປປ ເກົາຫລີ ຈະຢຸດການທົດສອບອາວຸດນິວເຫຼຍ ແລະ ລູກສອນໄຟ.

ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ -  ສປປ ເກົາຫລີ ໄດ້ໄຂຂຶ້ນຢ່າງເປັນທາງການ

ປະທານາທິບໍດີ Donald Trump ແລະ ປະທານ Kim Jong-un

ໃນຕອນເຊົ້າຂອງວັນທີ 28 ກຸມພາ ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ ເກົາຫລີ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ ນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນເຫດການທີ່ໄດ້ຮັບຄວາມເອົາໃຈໃສ່ຂອງທຸກປະເທດໃນໂລກໂດຍຫວັງວ່າຜ່ານກອງປະຊຸມຄັ້ງນີ້ສອງຝ່າຍຈະມີການປັບປຸງໃນການພົວພັນຂອງສອງປະເທດອາເມລິກາ - ສປປ ເກົາຫລີ ແລະ ມີຄວາມຈະເລີນຮຸ່ງເຮືອງໃນເຂດແຫຼມເກົາຫຼີເວົ້າລວມ.

ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ ເກົາຫລີ ຄາດວ່າຈະມີການອອກຖະແຫຼງຮ່ວມກ່ຽວກັບບັນຫາປອດນິວເຫຼຍຈາກ ສປປ ເກົາຫລີ ແລະ ການຫຼຸດຜ່ອນບັນດາມາດຕະການລົງໂທດຈາກອາເມລິກາ.

ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ -  ສປປ ເກົາຫລີ ໄດ້ໄຂຂຶ້ນຢ່າງເປັນທາງການ

ຄາດວ່າ ປະທານາທິບໍດີ Donald Trump ຈະສະເໜີໃຫ້ຝ່າຍ ສປປ ເກົາຫລີ ຕ້ອງຢັ້ງຢືນໃນຂະບວນການດໍາເນີນການປອດນິວເຫຼຍ ແລະ ສະໜອງລາຍຊື່ບັນດາສະຖານທີ່ນິວເຄຼຍເຊິ່ງຝ່າຍ ສປປ ເກົາຫລີ ທີ່ຈະມີການທໍາລາຍຕໍ່ໄປ, ປະທານາທິບໍດີ Donald Trump ຈະສະເໜີໃຫ້ຝ່າຍພຽງຢາງໃຫ້ເວລາທີ່ກໍານົດໄວ້ເພື່ອລົບລ້າງອາວຸດເຫຼົ່ານີ້.

ຄາດວ່າ ປະທານ Kim Jong-un ຈະນໍາໃຊ້ໂອກາດກອງປະຊຸມຄັ້ງນີ້ທີ່ນະຄອນຫຼວງຮ່າໂນ້ຍເພື່ອຍາດສິດຜົນປະໂຫຍດມາໃຫ້ແກ່ ສປປ ເກົາຫລີ. ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ຝ່າຍອາເມລິກາມີການລົບລ້າງການລົງໂທດດ້ານເສດຖະກິດໃຫ້ແກ່ ສປປ ເກົາຫລີ ແລະ ໄດ້ອອກຖະແຫຼງການສັນຕິພາບເພື່ອສິ້ນສຸດສົງຄາມ ສປປ ເກົາຫຼີ ຢ່າງເປັນທາງການ.

  

ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ -  ສປປ ເກົາຫລີ ໄດ້ໄຂຂຶ້ນຢ່າງເປັນທາງການ

ກ່ອນຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ ເກົາຫລີ, ປະທານາທິບໍດີ Donald Trump ໄດ້ເນັ້ນຫນັກວ່າ, ອາເມລິກາມີຄວາມມຸ່ງຫວັງໃຫ້ຝ່າຍ ສປປ ເກົາຫລີ ຈະຢຸດການທົດສອບອາວຸດນິວເຫຼຍ ແລະ ລູກສອນໄຟ.

(ໄຊພອນ)

ເຫດການ
302 Found

Found

The document has moved here.