ຫວຽດນາມ ມີ 120 ຮ້ານຄ້າເຂົ້າຮ່ວມ VIETLAO EXPO 2024

08:34 | 29/07/2024

ຍສໝ - ງານຕະຫຼາດນັດເພື່ອແນໃສ່ໂຄສະນາຮູບພາບປະເທດ, ຮູບພາບວິສາຫະກິດ, ບັນດາເຄື່ອງໝາຍການຄ້າຂອງຫວຽດນາມ; ເພີ່ມທະວີການສົ່ງອອກຜະລິດຕະພັນຂອງຫວຽດນາມ ທີ່ມີທ່າແຮງ ແລະມີຄວາມສາມາດພັດທະນາຕະຫຼາດສົ່ງອອກຢູ່ລາວ ແລະເຂດຕາເວັນອອກສ່ຽງເໜືອຂອງໄທ; ຈັດຕັ້ງເຄືອຂ່າຍຈຳໜ່າຍສິນຄ້າຢູ່ຕະຫຼາດລາວ; ພັດທະນາບັນດາໂຄງການລົງທຶນຢູ່ລາວ...

5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024 5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024
ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ ມີ​ເກືອບ 1.000 ຄົນ​ເຂົ້າ​ຮ່ວມ​ວັນ Yoga ສາ​ກົນ 2024 ຢູ່ ເກີນເທີ

ໃນລະຫວ່າງວັນທີ 25-29 ກໍລະກົດ 2024, ທີ່ສູນປະຊຸມວາງສະແດງສາກົນລາວ, ນະຄອນຫຼວງວຽງຈັນ, ສປປ ລາວ, ງານຕະຫຼາດນັດການຄ້າ ຫວຽດນາມ-ລາວ 2024 (VIETLAO EXPO) ໄດ້ໄຂຂຶ້ນ. ນີ້ແມ່ນການເຄື່ອນໄຫວສົ່ງເສີມການຄ້າໃຫຍ່ທີ່ສຸດໂດຍກະຊວງອຸດສາຫະກຳ ແລະການຄ້າສອງປະເທດສົມທົບກັນຈັດຕັ້ງປະຈຳປີຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ແຕ່ປີ 2007 ມາຮອດປະຈຸບັນ.

ຫວຽດນາມ ມີ 120 ຮ້ານຄ້າເຂົ້າຮ່ວມ VIETLAO EXPO 2024
ງານຕະຫຼາດນັດການຄ້າ ຫວຽດນາມ-ລາວ 2024 (VIETLAO EXPO). ພາບ: thoidai.com.vn

ງານຕະຫຼາດນັດເພື່ອແນໃສ່ໂຄສະນາຮູບພາບປະເທດ, ຮູບພາບວິສາຫະກິດ, ບັນດາເຄື່ອງໝາຍການຄ້າຂອງຫວຽດນາມ; ເພີ່ມທະວີການສົ່ງອອກຜະລິດຕະພັນຂອງຫວຽດນາມ ທີ່ມີທ່າແຮງ ແລະມີຄວາມສາມາດພັດທະນາຕະຫຼາດສົ່ງອອກຢູ່ລາວ ແລະເຂດຕາເວັນອອກສ່ຽງເໜືອຂອງໄທ; ຈັດຕັ້ງເຄືອຂ່າຍຈຳໜ່າຍສິນຄ້າຢູ່ຕະຫຼາດລາວ; ພັດທະນາບັນດາໂຄງການລົງທຶນຢູ່ລາວ...

ປີນີ້, ງານຕະຫຼາດນັດມີ 250 ຮ້ານວາງສະແດງ ແລະແນະນຳສິນຄ້າ, ການບໍລິການ, ຄື: ຜະລິດຕະພັນກະເສດ, ສິນໃນນ້ຳ ແລະອາຫານປຸງແຕ່ງ, ເຄື່ອງຕັດຫຍິບ-ແຟຊັ່ນ, ເຄື່ອງໄຟຟ້າ-ເອເລັກໂຕນິກ ແລະເຄື່ອງໄຟຟ້າພາຍໃນຄອບຄົວ, ເຄື່ອງຈັກ ແລະອຸປະກອນອຸດສາຫະກຳ, ວັດສະດຸກໍ່ສ້າງ, ເຄື່ອງເຟີນີເຈີ ແລະເຄື່ອງຫັດຖະກໍາ, ເຄື່ອງອຸປະໂພກບໍລິໂພກ, ຢາ ແລະອຸປະກອນການແພດ, ການບໍລິການການຄ້າ, ການລົງທຶນ...

ເຂົ້າຮ່ວມງານຕະຫຼາດນັດ, ທ່ານ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ ຕີລາຄາວ່າ, ງານຕະຫຼາດນັດປີນີ້ຈັດຂື້ນດ້ວຍຂະໜາດໃຫຍ່, ສິນຄ້າທີ່ວາງສະແດງທີ່ງານຕະຫຼາດນັດແມ່ນຫຼາຍຮູບຫຼາຍແບບ ແລະອຸດົມສົມບູນດ້ວຍການອອກແບບທີ່ງາມຕາ ແລະມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກສອງປະເທດ. ສິ່ງນີ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມວິສາຫະກິດສອງປະເທດທີ່ມີຕໍ່ການພັດທະນາການພົວພັນດ້ານການຄ້າ ຫວຽດນາມ - ລາວ.

ໃນຊຸມປີຜ່ານມາ, ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ ໄດ້ກາຍເປັນເຫດການທີ່ມີອິດທິພົນຊື່ສຽງ, ແມ່ນແຫ່ງເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ແລະລາວ ໂຄສະນາ, ແນະນຳບັນດາຜະລິດຕະພັນ, ທັງແມ່ນແຫ່ງເປີດສາກການດໍາເນີນທຸລະກິດ ແລະການລົງທຶນລະຫວ່າງ 2 ປະເທດ.

ການຈັດຕັ້ງງານຕະຫຼາດນັດການຄ້າ ຫວຽດນາມ - ລາວ ນັບແຕ່ປີ 2007 ມາຮອດປະຈຸບັນບໍ່ພຽງແຕ່ມີບົດບາດເປັນຂົວເຊື່ອມຕໍ່ທີ່ມີປະສິດທິຜົນໃຫ້ບັນດາວິສາຫະກິດ, ນັກລົງທຶນຂອງຫວຽດນາມ ແລະລາວ ພົບປະ, ແລກປ່ຽນບົດຮຽນ, ຖ່າຍຖອດເຕັກໂນໂລຊີ, ຮ່ວມມືລົງທຶນ, ຮ່ວມດຳເນີນທຸລະກິດເທົ່ານັ້ນ, ຫາກງານຕະຫຼາດນັດຍັງແມ່ນເຫດການການເມືອງ, ເສດຖະກິດ - ສັງຄົມທີ່ມີຄວາມໝາຍ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງພັກ, ລັດຖະບານ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ ອີກດ້ວຍ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.