ວິສາຫະກິດ ຫວຽດນາມ ໝັ້ນໃຈ ແກ້ໂຈດຫັນເປັນດີຈີຕອນຢູ່ທ່າກ່ຳປັ່ນທະເລ ຫວຽດນາມ | |
ຄະນະຜູ້ແທນວິສາຫະກິດຫວຽດນາມ ເຊື່ອມຕໍ່ການຄ້າຢູ່ ໂຄລົມບີ ແລະ ຈີເລ |
ທ່ານເອກອັກຄະລັດຖະທູດ ຈີເລ Sergio Narea ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງແກ່ມໍລະນະກໍາ. ສຳລັບປະຊາຊົນ ຈີເລ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ທັງເປັນນັກການເມືອງທີ່ສຳຄັນ, ທັງເປັນສະຫາຍທີ່ສະໜິດສະໜົມ.
![]() |
ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (ຂວາ) ໄດ້ຕ້ອນຮັບທ່ານ Sergio Narea, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ຈີເລ ປະຈຳ ຫວຽດນາມ ໃນວັນທີ 22 ກໍລະກົດ ຢູ່ ຮ່າໂນ້ຍ. (ພາບ: Dinh Hoa) |
ເນື່ອງໃນໂອກາດນີ້, ສະຖານທູດ ຈີເລ ໄດ້ແນະນຳທີ່ປຶກສາຝ່າຍກະສິກຳທີ່ໄດ້ຮັບການແຕ່ງຕັ້ງໃໝ່. ນີ້ແມ່ນຈຸດສຸມເພື່ອເຊື່ອມຕໍ່, ແລກປ່ຽນຂໍ້ມູນ, ຊຸຸກຍູ້ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ປະເທດໃນຂົງເຂດກະສິກຳ.
ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຟານແອງເຊີນ ໄດ້ສະແດງຄວາມຂອບໃຈການແບ່ງປັນຂອງສ່ວນຕົວທ່ານ ເອກອັກຄະລັດຖະທູດ ແລະ ສະຖານທູດ ຈີເລ ປະຈຳຫວຽດນາມ
ທ່ານ ຟານແອງເຊີນ ກ່າວວ່າ ຫວຽດນາມ - ຈີເລ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືເປີດປະຕູທ້ອງຕະຫຼາດ, ເຊື່ອມໂຍງວິສາຫະກິດ, ສົ່ງອອກສິນຄ້າອຸປະໂພກບໍລິໂພກ, ການຮ່ວມມືດ້ານການທ່ອງທ່ຽວ... ການທີ່ສະຖານທູດມີອີກໜຶ່ງທີ່ປຶກສາຝ່າຍກະສິກຳ ກໍ່ຈະສ້າງກາລະໂອກາດໃໝ່ໃນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ພິເສດແມ່ນຂົງເຂດກະສິກຳ.
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍສະຖານທູດ ຈີເລ ໃນການເຊື່ອມຕໍ່ກັບບັນດາຄູ່ຮ່ວມມື, ທ້ອງຖິ່ນຢູ່ ຫວຽດນາມ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວ ເພື່ອຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ຈີເລ ບົນຊ່ອງທາງປະຊາຊົນໃຫ້ຫຼາຍກ່ວາອີກ.
ມີງດຶກ