ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງສະພາບໍລິຫານງານສູນການກະທຳລູກລະເບີດໜາກມິນມະນຸດສະທຳ Geneva | |
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ມີການພົບປະກັບບັນດາການນຳຂອງ ສປຊ ຢູ່ Geneva |
ງານວາງສະແດງ “ສັນຍາເຊີແນວ ກ່ຽວກັບການຢຸດຕິການປະທະກັນຢູ່ຫວຽດນາມ - ຂີດໝາຍປະຫວັດສາດຂອງພື້ນຖານການທູດການປະຕິວັດຫວຽດນາມ” (21/7/1954-21/7/2024) ຈະດໍາເນີນແຕ່ວັນທີ 15 ກໍລະກົດ ຫາວັນທີ 5 ກັນຍາ ຢູ່ຮ່າໂນ້ຍ.
ກອງປະຊຸມເຊີແນວ ແມ່ນກອງປະຊຸມສາກົນຫຼາຍຝ່າຍມີການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດໃນໂລກ. ພ້ອມດ້ວຍໄຊຊະນະດ້ຽນບຽນຝູ ໃນວັນທີ 7 ພຶດສະພາ 1954, ການເຊັນສັນຍາເຊີແນວ ໄດ້ສິ້ນສຸດການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງປະຊາຊົນຫວຽດນາມ, ສ້າງສະພາບການຍຸດທະສາດໃໝ່ຂອງການປະຕິວັດຫວຽດນາມ ແມ່ນການກໍ່ສ້າງສັງຄົມນິຍົມຢູ່ພາກເໜືອ, ພ້ອມທັງດຳເນີນການປະຕິວັດປົດປ່ອຍຊາດຢູ່ພາກໃຕ້ເພື່ອປະຕິບັດເປົ້າໝາຍສັນຕິພາບ, ເອກະລາດຂອງປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.
ວາລະປະຊຸມຄົບຄະນະປິດກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດຢູ່ເຊີແນວ ເດືອນກໍລະກົດ 1954. ສາງເກັບຮັກສາຮູບເງົາປະເທດລັດເຊຍ |
ຜ່ານນັ້ນ, ບໍ່ພຽງແຕ່ຢືນຢັນວ່າ ຫວຽດນາມ ແມ່ນປະເທດເອກະລາດ, ມີປະຊາທິປະໄຕ ແລະຮັກຫອມສັນຕິພາບເທົ່ານັ້ນ, ຫາກຍັງສະແດງສະຕິປັນຍາ, ຄຸນນະທາດ ແລະຈິດໃຈຮັກຊາດຂອງຊາດໜຶ່ງທີ່ມີຈິດໃຈກ້າຫານ, ວິລະຊົນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ.
ສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສັນຍາເຊີແນວ, ກະຊວງການຕ່າງປະເທດ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ຈັດຕັ້ງງານວາງສະແດງ “ສັນຍາເຊີແນວ ວ່າດ້ວຍການຢຸດຕິການປະທະກັນຢູ່ຫວຽດນາມ - ຂີດໝາຍປະຫວັດສາດຂອງພື້ນຖານການທູດການປະຕິວັດຫວຽດນາມ” (21/7/1954-21/7/2024).
ງານວາງສະແດງແນະນຳຮູບພາບ, ເອກະສານ, ວັດຖຸພັນກວ່າ 500 ຢ່າງເພື່ອຊ່ວຍໃຫ້ຜູ້ຊົມສາມາດຮູ້ກ່ຽວກັບວິວັດທະນາການເຈລະຈາ, ລົງນາມ ແລະປະຕິບັດສັນຍາເຊີແນວ 1954. ງານວາງສະແດງແບ່ງເປັນ 3 ພາກ:
ພາກທີ 1: ສະຖານະການກ່ອນກອງປະຊຸມເຊີແນວ:
ໃນໄລຍະ 1945-1954, ການຕໍ່ສູ້ກູ້ຊາດຂອງປະຊາຊົນຫວຽດນາມ ຍາດໄດ້ຫຼາຍວິລະກຳຢູ່ສະໜາມຮົບແຫ່ງຕ່າງໆໃນທົ່ວປະເທດ. ໃນວິວັດການຕໍ່ສູ້ທາງດ້ານການທູດກໍ່ຍາດໄດ້ຜົນງານຫຼາຍຢ່າງດ້ວຍສັນຍາສະບັບຕ່າງໆ, ເຊັ່ນ: ສັນຍາເບື້ອງຕົ້ນ ປີ 1946 ແລະສັນຍາເຊີແນວ ປີ 1954 ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ອິນດູຈີນ ຄືນໃໝ່ທີ່ໄດ້ລົງລາຍເຊັນ, ສິ້ນສຸດການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝລັ່ງ ຂອງປະຊາຊົນຫວຽດນາມ ຢ່າງມີໄຊ.
ພິທີເຊັນສັນຍາເບື້ອງຕົ້ນ 6 ມີນາ 1946 ຢູ່ 36 ຫຼີ໊ຖ໊າຍໂຕ, ຮ່າໂນ້ຍ. ແຕ່ເບື້ອງຊ້າຍມາຂວາ: ປະທານໂຮ່ຈີມິນ, ທ່ານ ຮ່ວາງມິງຢາມ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ Jean Sainteny ສະມາຊິກພັກສາທາລະນະລັດ, ທ່ານ Leon Pignon ທີ່ປຶກສາການເມືອງ, ທ່ານ Luis Caput ຜູ້ຕາງໜ້າພັກສັງຄົມ ຝລັ່ງ. ພາບ: ຫງວຽນບ໊າຄວານ |
ເອກະສານ, ວັດຖຸພັນວາງສະແດງລວມມີ: ຮູບພາບປະທານໂຮ່ຈີມິນ ອ່ານບົດຖະແຫຼງປະກາດເອກະລາດຢູ່ສະໜາມຫຼວງບາດິ່ງ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ວັນທີ 2 ກັນຍາ 1945; ປະທານ ໂຮ່ຈີມິນ, ທ່ານ ຮ່ວາງມິງຢາມ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ Jean Sainteny ສະມາຊິກພັກສາທາລະນະລັດ, ທ່ານ Leon Pignon ທີ່ປຶກສາການເມືອງ, ທ່ານ Luis Caput ຜູ້ຕາງໜ້າພັກສັງຄົມ ຝລັ່ງ ທີ່ພິທີເຊັນສັນຍາເບື້ອງຕົ້ນ ຢູ່ 36 ຫຼີ໊ ຖາຍໂຕ, ຮ່າໂນ້ຍ ວັນທີ 6 ມີນາ 1946, ໃນນັ້ນປະທານໂຮ່ຈີມິນ ແລະສູນກາງພັກ ໄດ້ວາງອອກແຜນນະໂຍບາຍ “ໂຍະຍານເພື່ອກ້າວຂຶ້ນ”; ປະທານໂຮ່ຈິມິນ ແລະບັນດາສະຫາຍການນຳພັກ ປະຊຸມຢູ່ຫວຽດບັກ ຕັດສິນເປີດບັ້ນຮົບ ດ້ຽນບຽນຝູ, ເດືອນທັນວາ 1953; ທຸງ “ເດັດດ່ຽວຕໍ່ສູ້ - ເດັດຂາດມີໄຊ” ປິວສະບັດຢູ່ເທິງອຸມົງຂອງນາຍພົນ De Castries ຢູ່ດ້ຽນບຽນຝູ ວັນທີ 7 ພຶດສະພາ 1954...
ດ້ວຍໄຊຊະນະດ້ຽນບຽນຝູ ດັງກ້ອງກັງວານໄປທົ່ວ 5 ທະວີບ ສັ່ນສະເທືອນໄປທົ່ວໂລກ, ຫວຽດນາມ ກ້າວເຂົ້າການເຈລະຈາທີ່ກອງປະຊຸມເຊີແນວດ້ວຍຖານະ “ຜູ້ໄຊຊະນະ”.
ພາກທີ 2: ວິວັດທະນາການ, ໝາກຜົນຂອງກອງປະຊຸມ ແລະການຕໍ່ສູ້, ປະຕິບັດສັນຍາເຊີແນວ.
ກອງປະຊຸມເຊີແນວ ໄດ້ໄຂຂຶ້ນໃນວັນທີ 8 ພຶດສະພາ 1954 ຢູ່ເຊີແນວ (ສະວິດ) ແລະເລີ່ມແກ້ໄຂບັນຫາຢູ່ອິນດູຈີນ.
ເປີດສາກກອງປະຊຸມ: ບັນດາຝ່າຍເຂົ້າຮ່ວມລວມມີ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ຝລັ່ງ, ອາເມລິກາ, ໂຊຫວຽດ, ອັງກິດ ແລະຈີິນ. ປຶກສາຫາລືສະຖານະການອິນດູຈີນ ແລະສ້າງຕັ້ງກົນໄກເຈລະຈາ. ຢູ່ທີ່ນັ້ນ, ຄະນະຜູ້ແທນສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຍົກອອກຫຼັກໝັ້ນເພື່ອເອກະລາດຂອງຊາດ ແລະອະທິປະໄຕຜືນແຜ່ນອັນຄົບຖ້ວນຂອງຫວຽດນາມ.
ຄະນະຜູ້ແທນລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເຂົ້າຮ່ວມກອງປະຊຸມເຊີແນວ ກ່ຽວກັບອິນດູຈີນ ຖ່າຍຮູບລວມຢູ່ສຳນັກງານ Villa Cadre. ພາບເອກະສານ |
ປຶກສາຫາລື ແລະເຈລະຈາຢ່າງເປັນທາງການ: ເຈລະຈາກ່ຽວກັບການຢຸດຍິງ ແລະຂີດເສັ້ນຊາຍແດນຊົ່ວຄາວ; ຝລັ່ງ ຕົກລົງຖອນທັບ ແລະຂີດເສັ້ນຊາຍແດນຢູ່ເສັ້ນຂະໜານ 17; ຂໍ້ຕົກລົງກ່ຽວກັບການປ່ອນບັດເລືອກຕັ້ງໃນຮອບເວລາ 2 ປີ ເພື່ອທ້ອນໂຮມປະເທດຊາດເປັນເອກະພາບ.
ພິທີເຊັນສັນຍາເຊີແນວ: ບັນດາຝ່າຍເຊັນເອກະສານຕ່າງໆຂອງສັນຍາ; ກຳນົດເນື້ອໃນກ່ຽວກັບການຢຸດຍິງ, ມອບ-ຮັບສະເລີຍເສິກ ແລະຄຸ້ມຄອງ 2 ເຂດຂອງ 2 ຝ່າຍ.
ຜ່ານການເຈລະຈາເປັນເວລາ 75 ວັນ ແລະຄືນດ້ວຍ 31 ກອງປະຊຸມ, ວັນທີ 21 ກໍລະກົດ 1954, ກອງປະຊຸມເຊີແນວ ກ່ຽວກັບສັນຕິພາບຢູ່ ອິນດູຈີນ ສິ້ນສຸດດ້ວຍສັນຍາ 3 ສະບັບກ່ຽວກັບການຢຸດຕິການປະທະກັນຢູ່ຫວຽດນາມ, ລາວ, ກຳປູເຈຍ; ບົດຖະແຫຼງການສຸດທ້າຍຂອງກອງປະຊຸມ; 2 ບົດຖະແຫຼງການຂອງຄະນະ ອາເມລິກາ ແລະ ຝລັ່ງ ແລະພິທີມອບ-ຮັບສານຕາຕັ້ງລະຫວ່າງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະສາທາລະນະລັດ ຝລັ່ງ.
ເປັນຄັ້ງທຳອິດ, ເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ ໄດ້ບັນດາປະເທດຮັບຮອງ ແລະໃຫ້ຄຳໝັ້ນສັນຍາເຄົາລົບ.
ທ່ານ ຟ້າມວັນດົງ ຮອງນາຍົກລັດຖະມົຍຕີ ຕ້ອນຮັບນັກຂ່າວໃນສຳນັກງານເຮັດວຽກຂອງຄະນະ. ພາບ: ຫໍພິພິທະພັນໂຮ່ຈີມິນ |
ເອກະສານ, ວັດຖຸພັນລວມມີ: ທຸງແດງດາວເຫຼືອງເຄີຍຊັກທຸງຢູ່ສຳນັກງານຂອງຄະນະປະຕິບັດງານສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢູ່ເຊີແນວ (ສະວິດ) ປີ 1954; ບັນຍາກາດວາລະໄຂກອງປະຊຸມເຊີແນວ ກ່ຽວກັບອິນດູຈີນ ວັນທີ 8 ພຶດສະພາ 1954; ຄະນະຜູ້ແທນສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢູ່ກອງປະຊຸມເຊີແນວ; ທ່ານ ຟ້າມວັນດົງ ຮອງນາຍົກລັດຖະມົນຕີ ທີ່ກອງປະຊຸມທີ່ສຳນັກງານຂອງຄະນະປະຕິບັດງານສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢູ່ເຊີແນວ, ສະວິດເພື່ອແຈ້ງບັນຫາທ້ອນໂຮມປະເທດຫວຽດນາມ ເປັນເອກະພາບ ວັນທີ 19 ກໍລະກົດ 1954; ບັນຍາກາດກອງປະຊຸມຂອງກອງປະຊຸມເຊີແນວ ວັນທີ 20 ກໍລະກົດ 1954; ທ່ານ ຕ້າກວາງບຶວ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕາງໜ້າລັດຖະບານ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ເຊັນສັນຍາກ້ຽວກັບການຢຸດຕິການປະທະກັນຢູ່ຫວຽດນາມ ໃນວັນທີ 21 ກໍລະກົດ 1954; ທ່ານພົນຈັດຕະວາ Henri Denteil ຜູ້ຕາງໜ້າລັດຖະບານ ຝລັ່ງ ເຊັນສັນຍາກ່ຽວກັບຢຸດຕິການປະທະກັນຢູ່ຫວຽດນາມ ປີ 1954.
ພາກທີ 3: ເອກະພາບ, ປ່ຽນແປງໃໝ່ ແລະພັດທະນາປະເທດ
ພາບຫຼັງໄຊຊະນະ 30 ເມສາ 1975, ພາກໃຕ້ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ທົ່ວປະເທດກ້າວເຂົ້າສູ່ໄລຍະສ້າງຕັ້ງສັງຄົມນິຍົມ ແລະເຊື່ອມໂຍງສາກົນ.
ກອງປະຊຸມເຈລະຈາການເມືອງທ້ອນໂຮມປະເທດຊາດເປັນເອກະພາບຢູ່ໄຊງ່ອນ ແຕ່ວັນທີ 15-21 ພະຈິກ 1976. ພາບເອກະສານ |
ເອກະສານ, ວັດຖຸພັນລວມມີ: ກອງປະຊຸມເຈລະຈາການເມືອງທ້ອນໂຮມປະເທດຊາດເປັນເອກະພາບຢູ່ໄຊງ່ອນ ແຕ່ວັນທີ 15-21 ພະຈິກ 1976; ກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ (ເດືອນທັນວາ 1986) ວາງອອກແນວທາງ ປ່ຽນແປງໃໝ່ປະເທດ; ຫວຽດນາມ ເຊື່ອມໂຍງອົງການຈັດຕັ້ງຕ່າງໆ: ສະຫະປະຊາຊາດ ປີ 1977, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປີ 1995, ເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ປີ 1998, ອົງການຈັດຕັ້ງການຄ້າໂລກ (WTO) ປີ 2007; ກອງປະຊຸມການທູດທົ່ວປະເທດ ວັນທີ 14 ທັນວາ 2021.
ງານວາງສະແດງຊ່ວຍມະຫາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂອບຂະໜາດ, ຄວາມໝາຍປະຫວັດສາດຂອງສັນຍາເຊີແນວ ຕໍ່ກັບພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດເປັນເອກະພາບ. ຈາກນັ້ນ, ປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອການປະຕິວັດ, ຕັດສິນໃຈຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອສ້າງສາ ແລະປົກປັກຮັກສາປະເທດຊາດ, ຕໍ່ສູ້້ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າ.
ແສງເດືອນ