ພາກກາງ ຫວຽດນາມ ນອນໃນ top 10 ສະຖານທີ່ດູດດື່ມທີ່ສຸດຢູ່ ອາຊີ - ປາຊີຟິກ

15:46 | 16/07/2019

ວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງ ອົດສະຕາລີ Lonely Planet ຫາກໍ່ປະກາດບັນຊີລາຍຊື່ 10 ສະຖານທີ່ທີ່ດູດດື່ມທີ່ສຸດຢູ່ ອາຊີ - ປາຊີຟິກ ປີ 2019.

ພາກກາງ ຫວຽດນາມ ນອນໃນ top 10 ສະຖານທີ່ດູດດື່ມທີ່ສຸດຢູ່ ອາຊີ - ປາຊີຟິກ

ພະລາດຊະວັງເຫ້ວ.(ພາບ: vietpowertravel.com.vn)

Lonely Planet ໄດ້ເຈາະຈີ້ມບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ພາກກາງ ຫວຽດນາມ ຄື: ໂຮ້ຍອານ, ເຫວ້, ດ່າໜັງ. ບັນດາຜູ້ທີ່ນິຍົມຊົມຊອບການສ່ຽງໄພ, ພະຈົນໄພອາດຈະຄົ້ນຫາບັນດາຖ້ຳ, ແມ່ນ້ຳລຳເຊ ແລະ ປ່າດົງດິບຢູ່ປ່າສະຫງວນແຫ່ງຊາດ ຟອງຍາ-ແກ໋ບ່າງ ຂຶ້ນກັບ ແຂວງ ກວາງບີ່ງ. ໄປຄຽງຄູ່ກັນນັ້ນ, ແຂກທ່ອງທ່ຽວກໍ່ສາມາດຮັບປະທານບັນດາເຍື່ອງອາຫານທະເລຢູ່ ດ່າໜັງ ກໍ່ຄືບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຢູ່ ເຫວ້ ຫຼື ໂຮ້ຍອານ.

ພາກກາງ ຫວຽດນາມ ນອນໃນ top 10 ສະຖານທີ່ດູດດື່ມທີ່ສຸດຢູ່ ອາຊີ - ປາຊີຟິກ

ໂຮ້ຍອານ.(ພາບ:anninhthudo.vn)

ນອກຈາກນັ້ນ, ຂ້າມຜ່ານຫຼາຍນະຄອນທີ່ມີຊື່ສຽງອື່ນໆ, ຄຸມເມືອງໂຮ້ຍອານຂຶ້ນກັບແຂວງ ກ໋ວາງນາມ, ຫວຽດນາມ ໄດ້ຮັບການຄັດເລືອກແມ່ນຈຸດນັດພົບສຸດຍອດໃນໂລກຈາກ ວາລະສານການທ່ອງທ່ຽວທີ່ມີຊື່ສຽງແຖວໜ້າຂອງໂລກ Travel + Leisure. ຕາຕະລາງ ຈັດອັນດັບ “ບັນດານະຄອນສຸດຍອດໃນໂລກ” (Top 15 Cities in the World) ຂອງ Travel + Leisure ໄດ້ລວບລວມໝາກຜົນຂອງການຄັດເລືອກຈາກບັນດາຜູ້ອ່ານຂອງວາລະສານນີ້, ອີງຕາມບັນດາມາດຖານລວມມີ: ບັນດາ ທັດສະນີຍະພາບ, ວັດທະນະທຳ, ສະຖາບັດຕະຍະກຳ, ອາຫານການກິນ, ຄວາມສະໜິດສະໜົມ, ການຊື້ເຄື່ອງ ແລະ ມຸນຄ່າສັງລວມ.

ພາກກາງ ຫວຽດນາມ ນອນໃນ top 10 ສະຖານທີ່ດູດດື່ມທີ່ສຸດຢູ່ ອາຊີ - ປາຊີຟິກ

ດ່າໜັງ.(ພາບ:google.com.vn)

ປັດຈຸບັນ ຫວຽດນາມ ມີ 27 ມໍລະດົກວັດທະນະທຳຖືກອົງການ Unesco ຮັບຮອງ ແລະ ພວມກະກຽມສຳເນົາເອກະສານ ເພື່ອຮອດປີ 2025 ຈະມີມໍລະດົກໂລກແຫ່ງໃໝ່ຕື່ມອີກຢ່າງໜ້ອຍ 5 ມໍລະດົກ, ລວມທັງ 2 ມໍລະດົກເປັນວັດຖຸ ແລະ 3 ມໍລະດົກບໍ່ເປັນວັດຖຸ ແລະ ປະມານ 3.450 ປູຊະນີຍະສະຖານລະດັບຊາດ,ກວ່າ 100 ປູຊະນີຍະສະຖານລະດັບຊາດພິເສດ, ກວ່າ 160 ວັດຖຸປະເສີດລຳດັບຊາດ, ເກືອບ 290 ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ແລະ ປະມານ 8.000 ງານບຸນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.