Vietnam Cultural Show London 2024: ໂຄສະນາວັດທະນະທຳ ຫວຽດນາມ ສູ່ເພື່ອນມິດສາກົນ

14:48 | 21/05/2024

ຍສໝ - ນີ້​ແມ່ນ​ລາຍການ​ສະ​ແດງ​ດົນຕີ ​ແລະ ແຟຊັນ ​ເພື່ອ​ໂຄສະນາ​ວັດທະນະທຳ​ຫວຽດນາມ, ​ເຊື່ອມ​ຕໍ່​ພາບ​ພົດ​ຂອງ​ປະ​ເທດ ​ແລະ ປະຊາຊົນຫວຽດນາມ ກັບ​ເພື່ອນ​ມິດ ​ແລະ ປະຊາຄົມສາກົນ. ​ລາຍການ​ຈະ​ພາ​ຜູ້​ຊົມ​ໄປ​ທ່ອງ​ທ່ຽວ​ຫວຽດນາມ ​ໂດຍ​ຜ່ານ 3 ​ເຂດ​ພາກ​ເໜືອ, ພາກ​ກາງ, ​ພາກ​ໃຕ້​ຜ່ານ​ບັນດາ​ບົດ​ເພງ, ​ເນື້ອ​ເພງ​ທີ່​ຮັກ​ແພງ.

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ) ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)
ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈັດ​ຕັ້ງການເຄື່ອນໄຫວວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ 500 ກວ່າ​ເຫດການ ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈັດ​ຕັ້ງການເຄື່ອນໄຫວວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ 500 ກວ່າ​ເຫດການ

ຕອນບ່າຍວັນທີ 19 ພຶດສະພາ, ຢູ່ໂຮງລະຄອນ Greenwood, ມະຫາວິທະຍາໄລ King's College London, ອັງກິດ, ລາຍການສະແດງ Vietnam Cultural Show London 2024 ໄດ້ໄຂຂຶ້ນດ້ວຍຫົວຂໍ້ທົ່ວຫວຽດນາມ ຈາກເໜືອເຖິງໃຕ້ “ນີ້ແມ່ນຫວຽດນາມ”.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ວັນ​ບຸນ​ໃຫຍ່​ຂອງ​ຫວຽດ​ນາມ ເຊັ່ນ: ວັນ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ (7 ພຶດສະພາ 1954 – 7 ພຶດສະພາ 2024) ແລະ ວັນ​ຄ້າຍ​ວັນ​ເກີດ 134 ປີ​ແຫ່ງ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມິນ (19 ພຶດສະພາ 1890 – 19 ພຶດສະພາ 2024). ​ໂຄງການ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນາງ​ງາມ​ເກືອບ 100 ຄົນ, ມີ​ພອນ​ສະ​ຫວັນ, ນາງ​ແບບ​ສາກົນ, ນັກ​ຮ້ອງ​ຫວຽດນາມ, ​ເດັກນ້ອຍ​ໃນ​ຊຸມ​ຊົນ ​ແລະ ນັກ​ສຶກສາ​ຫວຽດນາມ ທີ່​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ອັງກິດ.

Vietnam Cultural Show London 2024: ໂຄສະນາວັດທະນະທຳ ຫວຽດນາມ ສູ່ເພື່ອນມິດສາກົນ

Vietnam Cultural Show London 2024: ໂຄສະນາວັດທະນະທຳ ຫວຽດນາມ ສູ່ເພື່ອນມິດສາກົນ

ບັນດາລາຍການສະແດງດົນຕີ ແລະ ແຟຊັນທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ, ແນະນຳບັນດາປະເພດສິລະປະ ແລະ ວັດທະນະທຳທີ່ເປັນເອກະລັກ, ພົ້ນເດັ່ນຂອງທັງ 3 ພາກເໜືອ - ກາງ - ໃຕ້ ຂອງ ຫວຽດນາມ ໃນລາຍການ ອັນໄດ້ຮັບການຄວາມສົນໃຈ ແລະ ກຳລັງໃຈຢ່າງລົ້ນເຫຼືອຈາກຜູ້ຊົມກວ່າ 300 ຄົນ, ເຊິ່ງເປັນຊາວ ຫວຽດນາມ ດຳລົງຊີວິດຢູ່ ອັງກິດ ແລະ ເພື່ອນມິດສາກົນທີ່ຮັກສິລະປະ ແລະ ວັດທະນະທຳ ຫວຽດນາມ.

ລາຍການດັ່ງກ່າວ ແມ່ນຂໍ້ລິເລີ່ມຂອງສະຫະພັນແມ່ຍິງສາກົນ ຫວຽດນາມ ປະຈຳ ລາຊະອານາຈັກ ອັງກິດ, ບໍລິສັດ Park Pharmacy ແລະ ເຄື່ອງໝາຍການຄ້າ ຊຸດເສື້ອຍາວ Love Collection ເຊິ່ງໄດ້ຈັດຂຶ້ນປະຈຳປີ ເພື່ອແນໃສ່ເຊີດຊູ ແລະ ແຜ່ຂະຫຍາຍຄວາມງາມຂອງວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ ພ້ອມທັງຍົກສູງພາບພົດປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ.

ຄຳຮຸ່ງ

ເຫດການ