![]() |
ແນມຈືນ.(ພາບ: ameovat.com)
ເຄື່ອງປະກອບ ຂອງ ແນມຈືນ ປະກອບມີ ຊີ້ນໝູບົດ, ເສັ້ນຫຼ້ອນ ແລະ ຜັກຊະນິດຕ່າງໆ ຊອຍ ເປັນເສັ້ນເຊັ່ນ: ຫົວກາຣົດ, ເຫັດຫູໜູ, ໃບຜັກບົ່ວ ແລະ ອື່ນໆ. ເຄື່ອງປະກອບທັງໝົດນີ້ ໄດ້ປະສົມເຂົ້າກັນ, ຕື່ມເກືອ, ພິກໄທໃຫ້ ພໍກິນ ແລ້ວ ຫໍ່ເຂົ້າໃນແຜ່ນຢໍ່. ແນມຢໍ່ ຫຼັງຈາກຈືນສຸກກອບສາມາດ ກິນລ້າໆ, ກິນກັບເຂົ້າຈ້າວ, ພິເສດແມ່ນກິນກັບເຂົ້າປຸ້ນ.
![]() |
ເຄື່ອງປະກອບ ຂອງ ແນມຈືນ ປະກອບມີ ຊີ້ນໝູບົດ, ເສັ້ນຫຼ້ອນ ແລະ ຜັກຊະນິດຕ່າງໆ ຊອຍ ເປັນເສັ້ນເຊັ່ນ: ຫົວກາຣົດ, ເຫັດຫູໜູ ແລະ ອື່ນໆ. (ພາບ: ameovat.com)
ຫໍ່ເຂົ້າໃນແຜ່ນຢໍ່.(ພາບ: ameovat.com)
![]() |
ຫຼັງຈາກຈືນສຸກກອບສາມາດ ກິນລ້າໆ, ກິນກັບເຂົ້າຈ້າວ...(ພາບ: ameovat.com)
ນອກຈາກການນຳໃຊ້ເຄື່ອງປະກອບຕາມສູດເດີມ, ແນມຈືນ ຍັງຖືກມີການປັບປ່ຽນດ້ານລົດຊາດຕື່ມອີກຫຼາຍຢ່າງ ທີ່ໜ້າດຶງດູດໃຈເຊັ່ນ ເຄື່ອງທະເລ, ໝາກໄມ້... ເນື່ອງຈາກຄວາມກອບ ແລະ ຫອມແຊບທີ່ຫຼາກຫຼາຍ ເພາະນັ້ນແນມຈືນ ຈິ່ງກາຍເປັນອາຫານນິຍົມຂອງຄົນຫວຽດນາມ.
![]() |
ໝີ່ກວ໊າງ.(ພາບ: linktravel.com.vn)
ເຄື່ອງປະກອບຕົ້ນຕໍກໍ່ມີເສັ້ນໝີ່ກວ໊າງ ທີ່ເຮັດຈາກເຂົ້າປະຈຳທ້ອງຖິ່ນ ທີ່ຫອມໜຽວ, ຜັກດິບເພື່ອກິນແກ້ມ ລວມມີ: ຜັກສະຫຼັດ, ຜັກອີ່ຕູ່, ປີກ້ວຍຊອຍເປັນເສັ້ນ, ງົ່ວງອກ, ຜັກກາດ ແລະ ໝາກຖົ່ວດິນຂົ້ວ.
![]() |
ເຄື່ອງປະກອບຕົ້ນຕໍກໍ່ມີເສັ້ນໝີ່ກວ໊າງ ທີ່ເຮັດຈາກເຂົ້າປະຈຳທ້ອງຖິ່ນ ທີ່ຫອມໜຽວ, ຜັກດິບເພື່ອກິນແກ້ມ ລວມມີ: ຜັກສະຫຼັດ, ຜັກອີ່ຕູ່...(ພາບ:bietthubien.com)
![]() |
ປຸງແຕ່ງຄົບທາດໂປຼຕິນ ເຊັ່ນ: ກຸ້ງ, ໄຂ່, ຊີ້ນໄກ່, ຊີ້ນເປັດ, ປາ ຫຼື ກົບ...(ພາບ:news.zing.vn)
ແລ້ວແຕ່ລົດຊາດຂອງແຕ່ລະຄົນ ຫຼື ສະພາບອາກາດ, ລາຍການອາຫານນີ້ຈຶ່ງໄດ້ປຸງແຕ່ງຄົບທາດໂປຼຕິນ ເຊັ່ນ: ກຸ້ງ, ໄຂ່, ຊີ້ນໄກ່, ຊີ້ນເປັດ, ປາ ຫຼື ກົບ... ອາດເປັນຍ້ອນເຫດຜົນແນວນັ້ນ ນັກທ່ອງທ່ຽວເມື່ອມາຍັງ ນະຄອນ ດ່າໜັງ ຫຼື ແຂວງ ກວ໊າງນາມ ກໍບໍ່ລືມແວ່ຊີມລົດຊາດຂອງ ໝີ່ກວ໊າງ ເພື່ອຊີມລົດຊາດທີ່ຖືກໃຈຂອງເຂດພາກກາງ ທີ່ເຕັມໄປດ້ວຍແສງແດດ ແລະ ລົມ.
![]() |
ວິທີກິນແໜມເນືອງ ເອົາແນມໃບໜຶ່ງວາງເທິງມື ໃສ່ຜັກຫອມ, ຜັກສະຫຼັດ, ໝາກເຟືອງ...(ພາບ:danviet.vn)
ວິທີກິນແໜມເນືອງ ເອົາແນມໃບໜຶ່ງວາງເທິງມື ໃສ່ຜັກຫອມ, ຜັກສະຫຼັດ, ໝາກເຟືອງ, ໝາກກ້ວຍຊະນິດ ລະປ່ຽງ ແລະ ສຸດທ້າຍແມ່ນຢໍ່ທີ່ປີ້ງສຸກລົງໃສ່ ແລ້ວພັນຫໍ້ແນມຈ້ຳແຈ່ວນ້ຳປາສົ້ມຫວານ.
![]() |
(ພາບ:news.zing.vn)
![]() |
(ພາບ:news.zing.vn)
![]() |
ທຸກອັນປະສົມເຂົ້າກັນເປັນເອກະລັກຂອງລົດຊາດໜຶ່ງທີ່ຈັບໃຈຊຶ່ງຍາກທີ່ຈະລືມໄດ້.(ພາບ:news.zing.vn)
ລົດຊາດຂອງອາຫານເຍື່ອງນີ້ມີຈຸດພິເສດຢູ່ທີ່ການສົມທົບລະຫວ່າງລົດຫວານ ມັນຂອງແນມ, ຂອງແຈ່ວນ້ຳປາສົ້ມຫວານ, ລົດຝາດຂອງກ້ວຍດິບ, ສົ້ມຂອງໝາກເຟືອງ, ເຜັດຂອງໝາກເຜັດ, ຫອມຂອງຜັກຫອມ…
(ໄຊພອນ)