ຫວຽດນາມ ເຂົ້າຮ່ວມວັນບຸນ ວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ

00:54 | 15/05/2019

“ວັນບຸນວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ” ມີການເຂົ້າຮ່ວມຂອງຜູ້ແທນຈາກ ສະຖານທູດຂອງ 20 ປະເທດສະມາຊິກ ທີ່ປະຈໍາ ຢູ່ນະຄອນຫຼວງ Jakarta, ອິນໂດເນເຊຍ

ຫວຽດນາມ ເຂົ້າຮ່ວມວັນບຸນ ວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ

ຮ້ານວາງສະແດງຂອງຫວຽດນາມ ທີ່ວັນບຸນວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ (ພາບ: TTXVN)

ວັນທີ 27 ມີນາ, ກະຊວງການຕ່າງປະເທດ ອິນໂດເນເຊຍ ໄດ້ຈັດຕັ້ງ “ວັນບຸນວັດທະນະທໍາບັນດາປະເທດ ASEM ຢູ່ ອິນໂດເນເຊຍ” ດ້ວຍການເຂົ້າຮ່ວມຂອງຜູ້ແທນຈາກ ສະຖານທູດຂອງ 20 ປະເທດສະມາຊິກ ທີ່ປະຈໍາ ຢູ່ນະຄອນຫຼວງ Jakarta, ອິນໂດເນເຊຍ.

ຕາງໜ້າໃຫ້ຄະນະຜູ້ແທນຫວຽດນາມເຂົ້າຮ່ວມວັນບຸນ, ທ່ານ ຫງວຽນໂດ໊ເງິນຢາງ ເລຂາຜູ້ທີ 3 ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ໄດ້ແບ່ງປັນວ່າ ເຂົ້າຮ່ວມເຫດການປະຈໍາປີນີ້, ສະຖານທູດຫວຽດນາມໄດ້ນໍາເອົາບັນດາເອກະສານກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມມາໂຄສະນາ, ພ້ອມທັງແນະນໍາກ່ຽວກັບເຍື່ອງອາຫານທີ່ເປັນມູນເຊື້ອຈໍານວນໜຶ່ງ ກໍຄືສະແດງບັນດາລາຍການສິລະປະວັນນະຄະດີ... ເພື່ອເພີ່ມທະວີການເຊື່ອມຕໍ່, ການພົບປະແລກປ່ຽນລະຫວ່າງບັນດາປະເທດ ASEM ໃຫ້ນັບມື້ນັບຄວາມສະໜິດຕິດພັນ ແລະ ສາມັກຄີກັນກວ່າ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.