ງານບຸນພົບປະແລກປ່ຽນ ຫວຽດນາມ Gunma 2024 - ພ້ອມກັນຕ້ອນຮັບບຸນເຕັດ

10:43 | 23/02/2024

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງຮ້ຽວ ໄດ້​ຕີ​ລາຄາ​ສູງ ​ແລະ ສະແດງຄວາມຂອບອົກຂອບໃຈຜູ້ວ່າການ, ອຳນາດ​ການ​ປົກຄອງ​ແຂວງ Gunma ທີ່ໄດ້​ຈັດ​ຕັ້ງ​​ເຫດການ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໃຫ້​ແກ່​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ທ້ອງ​ຖິ່ນ.

ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024 ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024
ຫວຽດນາມ ສະໜັບສະໜູນ ແລະໜູນຊ່ວຍ ລາວ ໃນວຽກງານຮັບປະກັນບົດບາດເປັນປະທານອາຊຽນ 2024 ຫວຽດນາມ ສະໜັບສະໜູນ ແລະໜູນຊ່ວຍ ລາວ ໃນວຽກງານຮັບປະກັນບົດບາດເປັນປະທານອາຊຽນ 2024

ໃນສອງວັນແຕ່ວັນທີ 17-18 ກຸມພາ, ອຳນາດການປົກຄອງແຂວງ Gunma, ຍີ່ປຸ່ນ ໄດ້ຈັດຕັ້ງງານບຸນພົບປະແລກປ່ຽນ ຫວຽດນາມ Gunma 2024 ດ້ວຍຫົວຂໍ້ “ພ້ອມກັນຕ້ອນຮັບບຸນເຕັດ” ເນື່ອງໃນໂອກາດບຸນເຕັດປະເພນີ ຫວຽດນາມ ໃຫ້ສໍາລັບປະຊາຄົມຊາວ ຫວຽດນາມ ຢູ່ປະເທດປະຈຳຖິ່ນ.

​ໂດຍເຂົ້າ​ຮ່ວມພິທີ​ເປີດງານບຸນພົບປະແລກປ່ຽນ ຫວຽດນາມ Gunma 2024 ມີທ່ານYamamoto Ichita ຜູ້ວ່າການແຂວງ Gunma, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮ້ຽວ, ບັນດາພະນັກງານສະຖານທູດ, ປະທານ​ສະມາຄົມຊາວ ຫວຽດນາມ ຢູ່ Gunma, ຜູ້ຕາງໜ້າ​ບັນດາຄະນະ, ຫ້ອງວ່າການຂອງອຳນາດການປົກຄອງແຂວງ Gunma, ພ້ອມ​ກັບຍາດຕິພີ່ນ້ອງຊາວ​ ​ຫວຽດ​ນາມ ຢູ່​ແຂວງ ແລະ ເຂດໃກ້ຄຽງເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

​ໃນໄລຍະຜ່ານ​ມາ, ການ​ພົວພັນ​ຮ່ວມ​ມືຢ່າງແໜ້ນແຟ້ນລະຫວ່າງ​ Gunma ກັບ ບັນດາ​ທ້ອງ​ຖິ່ນ ຫວຽດນາມ ​​ໄດ້​ຮັບ​ຖື​ວ່າ​ແມ່ນຕົວແບບຂອງການແລກປ່ຽນ​ປະຊາຊົນ, ​ເປັນ​ຫຼັກຖານພະຍານທີ່ຟົດຟື້ນ​ໃຫ້​ແກ່​ບັນດາ​ໝາກຜົນ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ​ຢູ່ ອາຊີ ​ແລະ ​ໃນໂລກລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ.

ທ່ານຜູ້ວ່າການ Yamamoto Ichita ໄດ້ຕີລາຄາສູງປະຊາຄົມຊາວ ຫວຽດນາມ ຢູ່ Gunma, ຂອບໃຈຢ່າງຈິງໃຈຕໍ່ແນວຄວາມຄິດຂອງທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ ທີ່ສະແດງຄວາມປາດສະໜາຈັດຕັ້ງງານບຸນຢູ່ Gunma ດ້ວຍຫົວຂໍ້ການຕ້ອນຮັບບຸນເຕັດ.

ງານບຸນພົບປະແລກປ່ຽນ ຫວຽດນາມ Gunma 2024 - ພ້ອມກັນຕ້ອນຮັບບຸນເຕັດ

ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າມກວາງຮ້ຽວ ​ແລະ ທ່ານຜູ້ວ່າການ Yamamoto Ichita ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ແລກປ່ຽນກັບບັນດາ​ນັກ​ສຶກສາ ສະຖາບັນພົວພັນຕ່າງປະເທດ ຢູ່ແຂວງ Gunma

ປະຈຸ​ບັນ ມີ​ຊາວ​ຫວຽດນາມ 12.000 ກວ່າ​ຄົນ​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ Gunma; ແມ່ນປະຊາຄົມຄົນຕ່າງປະເທດທີ່ໃຫຍ່ທີ່ສຸດໃນແຂວງ. ທ່ານຜູ້ວ່າການຫວັງ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທີ່ແທດ​ຈິງ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ວາ​ອີກ​ໃນ​ທຸກ​ຂົງ​ເຂດ.

ທ່ານ Ichita ການ​ນຳ​ຂອງ Gunma ໄດ້ມີ​ຄວາມຮັກແພງ​ຜູກພັນ​ຕໍ່​ປະຊາ​ຄົມ​ຊາວ​ ຫວຽດນາມ ຢູ່ແຂວງ​ ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ. ​ໃນ​ພິທີ​ເປີດ, ທ່ານຜູ້ວ່າການ ​ໄດ້ເສບ ແລະ ຮ້ອງ​ເພງ​ເປັນ​ພາສາ​ຫວຽດນາມ 2 ​ເພງ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຕ້ອນຮັບບຸນ​ເຕັດ ເຮັດ​ໃຫ້​ພິທີ​ມີ​ຄວາມ​ອົບອຸ່ນ ແລະ ຈິງ​ໃຈ​ກວ່າອີກ.

ທີ່ເຫດການ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າມກວາງຮ້ຽວ ໄດ້​ໃຫ້​ຄວາມ​ເຄົາລົບ, ຕີ​ລາຄາ​ສູງ ​ແລະ ຂອບ​ໃຈ​ທ່ານຜູ້ວ່າການ, ອຳນາດການປົກຄອງ​ແຂວງທີ່​ໄດ້​ຈັດ​ຕັ້ງ​ລາຍການ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໃຫ້​ແກ່​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ແຂວງ Gunma. ບຸນເຕັດແມ່ນ​ບຸນ​ສຳຄັນ​ທີ່​ສຸດ​ໃນປີຂອງ​ຊາວ​ ຫວຽດນາມ, ​ແມ່ນ​ໂອກາດ​ເພື່ອຄອບຄົວເຕົ້າໂຮມກັນ; ຍາດຕິພີ່ນ້ອງຢູ່ໄກບ້ານກັບຄືນສູ່ກົກເຄົ້າເຫງົ້າກໍຂອງຊາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ ງານບຸນກັບລາຍການສິລະປະທີ່ເປັນເອກະລັກພິເສດ, ອາຫານ​ທີ່​ຫຼາກຫຼາຍຈະ​ນຳ​ມາ​ເຊິ່ງປະສົບ​ການ​ອັນ​ດີງາມ​ໃຫ້​ຊາວ​ຫວຽດນາມ ຢູ່ Gunma ເວົ້າລວມ​ ແລະ ບັນດາ​ຜູ້​ເຂົ້າ​ຮ່ວມ​ເວົ້າ​ສະ​ເພາະ, ປະກອບສ່ວນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ ​ແລະ ຫຼຸດຜ່ອນ​ຄວາມຄິດຮອດບ້ານເກີດເມືອງນອນຂອງຄົນທີ່ໄກບ້ານ.

ການຈັດ​ຕັ້ງ​ເຫດການ ຍັງ​ສະ​ແດງ​ໃຫ້​ເຫັນຄວາມຮັກແພງຈາກໃຈລະ​ຫວ່າງ​ປະ​ຊາ​ຄົມ​ຊາວ ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ ແລະ ປະ​ຊາ​ຊົນປະເທດຕາເວັນຂຶ້ນ; ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມເອົາໃຈໃສ່​ຂອງ​ອຳນາດການປົກຄອງສຳລັບປະຊາຄົມ, ປະກອບສ່ວນ​ຊ່ວຍ​ເຫຼືອ​ຍາດຕິພີ່ນ້ອງ​ອຸ່ນອຽນໃຈ​ໃນ​ການ​ດຳລົງ​ຊີວິດ, ເຮັດ​ວຽກ ​ແລະ ຮ່ຳຮຽນ.

ພາຍຫຼັງ​ພິທີ​ເປີດ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າມກວາງຮ້ຽວ ​ແລະ ທ່ານຜູ້ວ່າການ Yamamoto Ichita ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ພົບປະແລກປ່ຽນກັບ​ນັກ​ສຶກສາ 7 ຄົນ​ຂອງ​ສະຖາບັນພົວພັນຕ່າງປະເທດ ຫວຽດນາມ.

ນີ້​ແມ່ນ​ນັກ​ສຶກສາ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກໂດຍ​ຜ່ານ​ລາຍການ​ຮ່ວມ​ມື​ໃນ​ຂົງ​ເຂດບຳລຸງສ້າງ ​ແລະ ຄົ້ນ​ຄ້ວາ​ທີ່ສະຖາບັນພົວພັນຕ່າງປະເທດ ​ແລະ ອຳນາດການປົກຄອງ​ແຂວງ Gunma, ຍີ່ປຸ່ນ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ໃນ​ເດືອນ ສິງຫາ 2022 ​ເນື່ອງ​ໃນ​ໂອກາດທ່ານຜູ້ວ່າການມາ​ຢ້ຽມຢາມ, ເຮດວຽກຢູ່ ຫວຽດນາມ.

​ໃນ​ການແບ່ງປັນຢ່າງ​ເປີດ​ອົກ​ເປີດ​ໃຈທີ່ການພົບປະແລກປ່ຽນ, ທ່ານຜູ້ວ່າການ Yamamoto Ichit ​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ວ່າ ​ແຂວງ Gunma ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ ​ແລະ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ບັນດາ​ນັກ​ສຶກສາສະຖາບັນພົວພັນຕ່າງປະເທດ.

ທ່ານຜູ້ວ່າການ ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າມກວາງຮ້ຽວ ໃຫ້ອວຍພອນບັນດາ​ນັກ​ສຶກສາ ໝູນໃຊ້ໂອກາດ​ຮ່ຳຮຽນ​ຢູ່​ທີ່​ນີ້, ຮັບ​ຮູ້, ​ເຊື່ອມຕໍ່​ເພື່ອນ​ມິດ​ກັບ​ຊາວ​ຍີ່ປຸ່ນ, ຫວັງ​ວ່າ​ຈະ​ເປັນ “ຂົວ​ຕໍ່” ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ຢ່າງ​ຈິງ​ໃຈ, ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມີປະສິດທິ​ຜົນ​ລະຫວ່າງ Gunma ​ເວົ້າສະເພາະ ແລະ ​ຍີ່ປຸ່ນ ເວົ້າ​ລວມ ກັບ ຫວຽດນາມ.

ມິງດຶກ

ເຫດການ