ລະດູບານໃໝ່ປີມະໂລງ 2024: ແບ່ງປັນຄວາມຮັກແພງໃນປະຊາຄົມຊາວຫວຽດນາມ ຢູ່ລາວ

20:31 | 09/02/2024

ວັນທີ 8 ກຸມພາ, ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບສະຖານທູດຫວຽດນາມ ແລະສູນວັດທະນະທຳຫວຽດນາມ ຢູ່ ລາວ ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດ - ແບ່ງປັນຄວາມຮັກແພງ”.

ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ
ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ

ກ່າວຄຳເຫັນທີ່ລາຍການ, ທ່ານ ເລວັນມຸ່ຍ, ປະທານສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ປີ 2023, ສະມາຄົມຈະສືບຕໍ່ເສີມຂະຫຍາຍບົດບາດເບິ່ງແຍງດູແລຊີວິດຂອງສະມາຊິກ, ຊາວຫວຽດນາມ ອາໄຊຢູ່ຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ; ປະສານສົມທົບກັບສະຖານທູດ ເພື່ອປົກປັກຮັກສາສິດ ແລະຜົນປະໂຫຍດອັນຊອບທຳຂອງຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ.

ທ່ານ ຟານມິນຈຽນ ທີ່ປຶກສາທູດ ຜູ້ທີ 2 ສະຖານທູດຫວຽດນາມ ປະຈຳ ລາວ ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານ ຟານມິນຈຽນ ທີ່ປຶກສາທູດ ຜູ້ທີ 2 ສະຖານທູດຫວຽດນາມ ປະຈຳ ລາວ ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ທ່ານ ເລວັນມຸ່ຍ ໄດ້ສົ່ງຄຳຂອບໃຈຢ່າງຈິງໃຈມາຍັງສະຖານທູດຫວຽດນາມ ປະຈຳ ລາວ, ບັນດາອົງການຂຶ້ນກັບສະຖານທູດ, ອົງການທີ່ກ່ຽວຂ້ອງຂອງລາວ, ບັນດາວິສາຫະກິດ, ຜູ້ອຸປະຖຳ ແລະບັນດາຜູ້ໃຈບຸນໃຈກຸສົນໄດ້ເອົາໃຈໃສ່ຊີ້ນຳ, ຊ່ວຍເຫຼືອ ແລະຍາມໃດກໍ່ຮ່ວມເດີ່ນທາງພ້ອມກັບສະມາຄົມໃນໄລຍະຜ່ານມາ.

ສົ່ງຄຳອວຍພອນປີໃໝ່ເຖິງຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ, ທ່ານ ຟານມິນຈຽນ ທີ່ປຶກສາທູດ ຜູ້ທີ 2 ສະຖານທູດຫວຽດນາມ ປະຈຳ ລາວ ຍິນດີແບ່ງປັນກັບຍາດຕິພີ່ນ້ອງກ່ຽວກັບບັນດາຜົນງານທີ່ມີຄວາມໝາຍທີ່ຫວຽດນາມ ແລະ ລາວ ບັນລຸໄດ້ໃນປີ 2023; ຢືນຢັນວ່າ ປະເທດຫວຽດນາມສວຍງາມ ພວມພັດທະນ, ບືນຂຶ້ນໃນທຸກດ້ານ.

ທ່ານ ຟານມິນຈຽນ ເຊື່ອໝັ້ນວ່າ, ໃນຊຸມປີຕໍ່ໜ້າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ເວົ້າລວມ ແລະຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເວົ້າສະເພາະຈະສືບຕໍ່ພ້ອມກັນສູ້ຊົນກໍ່ສ້າງປະຊາຄົມຊາວຫວຽດນາມ ຢູ່ລາວໃຫ້ສາມັກຄີ, ຮັກແພງເຊິ່ງກັນ ແລະກັນ, ເຂັ້ມແຂງ, ປະສົບຜົນສຳເລັດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຢູ່ປະເທດປະຈໍາຖິ່ນຢ່າງແທດຈິງ, ມີປະສິດທິຜົນ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່ ຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໂດຍ: ຈາງຫງວຽນ

https://la.qdnd.vn/cid-7638/7659/nid-531783.html

ຈາງຫງວຽນ/la.qdnd.vn

ເຫດການ
302 Found

Found

The document has moved here.