ການາດາ ປາດຖະໜາຢາກຊຸກຍູ້ການພົວພັນກັບ ຫວຽດນາມ ໃນສະພາບການໃໝ່

09:44 | 26/01/2024

ຍສໝ - ຫຼາຍກວ່າຫນຶ່ງປີຫຼັງຈາກການຜັນຂະຫຍາຍຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ, ການາດາ ໄດ້ຮັບຮູ້ເຖິງຄວາມສໍາຄັນຂອງພາກພື້ນຕໍ່ກັບຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງຕົນ.

ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ ກົງສຸນໃຫຍ່ ການາດາ ປະຈຳນະຄອນ ໂຮ່ຈີມິນ ເຂົ້າຮ່ວມປູກຕົ້ນໄມ້ມິດຕະພາບຢູ່ ເກີນເທີ
ຈະສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມ ຢູ່ ການາດາ ຈະສ້າງຕັ້ງສູນວາງສະແດງສິນຄ້າຫວຽດນາມ ຢູ່ ການາດາ

ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດຜົນ​ຕົ້ນຕໍເພື່ອກະຊວງບັນດາບັນຫາທົ່ວໂລກ ສົມທົບ​ກັບ​ອົງການຈັດຕັ້ງ Cooperation ກາ​ນາ​ດາ​ ຜັນຂະຫຍາຍເວທີປຶກສາຫາລືນະ​ໂຍບາຍ​ ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ​ກ່ຽວ​ກັບ​ຍຸດ​ທະ​ສາດ​ໃໝ່, ຜ່ານນັ້ນ ກໍ່ຊຸກຍູ້​ໃຫ້​ຊາວ​ ກາ​ນາ​ດາ ​ເຂົ້າ​ຮ່ວມ​ຂະບວນວິວັດນີ້ຢ່າງ​ຕັ້ງໜ້າ​ກວ່າ​ອີກ.

ມະຫາສະໝຸດອິນເດຍ - ປາຊີຟິກ ໄດ້ຮັບຖືວ່າມີຄວາມສຳຄັນຫຼາຍຕໍ່ ການາດາ ຍ້ອນວ່າພາກພື້ນນີ້ກວມເອົາ 40% ຂອງ GDP ຂອງໂລກ ແລະ ເປັນບ່ອນດຳລົງຊີວິດຂອງກ່ວາ 2/3 ຈຳນວນພົນລະເມືອງໂລກ, ດ້ວຍພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະ ການເຕີບໂຕໄວທີ່ສຸດ. ໂດຍແມ່ນປະເທດມະຫາສະໝຸດປາຊີຟິກ, ນອກຈາກການມີຝັ່ງທະເລລວມຍາວ 25,000 ກິ​ໂລ​ແມັດແລ້ວ, ຊາວ​ ກາ​ນາ​ດາ ​ຍັງ​ມີສາຍພົວພັນທາງ​ດ້ານ​ເສດ​ຖະ​ກິດການ​ຄ້າ ​ແລະ ປະຫວັດສາດວັດທະນະທຳທີ່​ຍາວ​ນານ​ກັບ​ປະ​ຊາ​ຊົນ​ຂອງ​ພາກ​ພື້ນ​ມະຫາສະໝຸດອິນເດຍ - ປາຊີຟິກ ນຳອີກ.

ການາດາ ປາດຖະໜາຢາກຊຸກຍູ້ການພົວພັນກັບ ຫວຽດນາມ ໃນສະພາບການໃໝ່

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ MacLennan ກ່າວ​ຄຳປາໄສເປີດ​ກອງ​ປະ​ຊຸມ.

ໂດຍແລກປ່ຽນກັບນັກຂ່າວສຳ​ນັກ​ຂ່າວສານ​ ຫວຽດນາມ ປະຈຳ ກາ​ນາ​ດາ, ທ່ານຮອງລັດຖະມົນຕີການພັດທະນາສາກົນ Christopher MacLennan ໃຫ້ຮູ້ວ່າ ຍຸດ​ທະ​ສາດ ມະຫາສະໝຸດອິນເດຍ - ປາຊີຟິກ ພວມມຸ່ງໄປເຖິງການ​ພົວພັນ​ໃໝ່​ກັບ​ພາກ​ພື້ນ​ນີ້. ນີ້​ແມ່ນ​ການ​ຮັບ​ຮູ້​ວ່າ ກາ​ນາ​ດາ​ ແມ່ນ​ປະ​ເທດມະຫາສະໝຸດ​ປາຊີ​ຟິກ ທີ່​ຕ້ອງມີບົດບາດໃນພາກພື້ນ​ມະຫາສະໝຸດອິນເດຍ - ປາຊີຟິກ, ເຊິ່ງຈະ​ເປັນບ່ອນສວມ​ບົດບາດ​ສຳຄັນ​ໃນ​ອະນາຄົດ. ຍຸດ​ທະ​ສາດ​ໃໝ່​ໄດ້​ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ກະຊວງ, ຂະແໜງການ ແລະ ອົງການຈັດຕັ້ງໃນສັງຄົມ ການາດາ, ດ້ວຍ​ຄວາມຫວັງຈະຫັນເປັນບົດບາດຂອງຕົນໃນພາກພື້ນໃຫ້ສູງສຸດ ແລະ ສາມາດປະກອບສ່ວນດີ​ທີ່​ສຸດ​ໃຫ້​ແກ່​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງໃຫ້ແກ່ພາກພື້ນ ກໍຄືໃຫ້ແກ່ ການາດາ ເພື່ອພ້ອມແກ້ໄຂບັນດາສິ່ງທ້າທາຍ. ການບູລິມະສິດຜັນຂະຫຍາຍຍຸດ​ທະ​ສາດ ​ມະຫາສະໝຸດອິນເດຍ - ປາຊີຟິກ ຈະ​ປະກອບສ່ວນ​ໃຫ້​ ກາ​ນາ​ດາ ​ມີ​ການ​ເຕີບ​ໂຕ ​ແລະ ວັດທະນາຖາວອນທີ່ຍາວນານ. ຍຸດ​ທະ​ສາດ​ດັ່ງກ່າວ ກໍ່ນຳມາເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ທັງ​ໝົດ​ໂດຍ​ຜ່ານ​ການຫັນເປັນຫຼາຍຮູບຫຼາຍແບບການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ທ່ານ Kate Higgins ຜູ້​ອຳ​ນວຍ​ການ​ຂອງອົງການ Cooperation Canada ໄດ້ໃຫ້ຄຳເຫັນວ່າ ຍຸດ​ທະ​ສາດ​ນີ້​ແມ່ນ​ກາ​ລະ​ໂອ​ກາດ​ຢ່າງ​ແທ້​ຈິງ​ເພື່ອ​ເພີ່ມ​ທະ​ວີ​ການ​ລົງ​ທຶນ, ການ​ຮ່ວມ​ມື, ພ້ອມກັນນັ້ນ ກໍ່ປັບປຸງການ​ພົວ​ພັນ​ເຊື່ອມ​ຕໍ່​ຊາວ​ກາ​ນາ​ດາ​ກັບ​ພາກ​ພື້ນ. ໃນ​ການ​ຮ່ວມ​ມື​ສາກົນ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ, ທ່ານຖື​ວ່າ ຈະ​ມີຫຼາຍ​ໂອກາດ​ເປີດ​ກວ້າງ​ການ​ຊຸກຍູ້​ການ​ຊ່ວຍ​ເຫຼືອ​ສາກົນ, ການຮັບມືໄພພິບັດ ແລະ ບັນດາວິກິດການ​ດ້ານ​ມະນຸດສະທຳ​ໂດຍ​ຜ່ານ​ຍຸດ​ທະ​ສາດ​ນີ້.

ຍຸດ​ທະ​ສາດ​ ມະຫາສະໝຸດອິນເດຍ - ປາຊີຟິກ ຄາດ​ວ່າ​ຈະ​ແກ່ຍາວ​ເວລາ 10 ປີ ​ແລະ ​ໃນ 5 ປີ​ທຳ​ອິດ, ກາ​ນາ​ດາ​ ຈະໃຊ້ຈ່າຍ 2,3 ຕື້ CAD ​ເພື່ອ​ຊຸກຍູ້​ການ​ປະຕິບັດ 5 ​ເປົ້າ​ໝາຍ​ຄື: ຊຸກຍູ້​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ; ເປີດກ້ວາງການຄ້າ ແລະ ການລົງທຶນ; ເຊື່ອມຕໍ່ ແລະ ລົງທຶນເຂົ້າໃນມະນຸດ; ສ້າງອະນາຄົດສີຂຽວ, ຍືນຍົງ; ປັບປຸງບັນດາສາຍພົວ​ພັນ​ຄູ່​ຮ່ວມ​ມື.

ຕາມ​ທ່ານ​ນາງ Higgins ແລ້ວ, ​ເປົ້າ​ໝາຍ​ການ​ລົງທຶນ ​ແລະ ​ເຊື່ອມ​ຕໍ່​ມະນຸດ​ແມ່ນ​ພາກສ່ວນ​ສຳຄັນ​ຂອງ​ຍຸດ​ທະ​ສາດມະຫາສະໝຸດອິນເດຍ - ປາຊີຟິກ ເພາະວ່າ​ສາມາດ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນຂົງເຂດການສຶກສາ ຄືລະຫວ່າງ ຫວຽດນາມ ແລະ ການາດາ ໃນປະຈຸບັນ. ຍຸດ​ທະ​ສາດ​ດັ່ງກ່າວ ກໍ່​ສາມາດ​ປະກອບສ່ວນປັບປຸງການ​ພົວພັນ​ລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ ​ກາ​ນາ​ດາ ​ແລະ ຫວຽດນາມ ຫຼື ກໍ່ອາດຈະຊຸກຍູ້​ການ​ຮ່ວມ​ມື​ດ້ານ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ເຖິງແມ່ນວ່າຍຸດທະສາດ ຈະມຸ່ງໄປເຖິງຫຼາຍເປົ້າຫມາຍ, ແຕ່ການເຊື່ອມຕໍ່ປະຊາຊົນອາດຖືວ່າເປັນຫຼັກແຫຼ່ງ.

​ໃນ​ຕົວ​ຈິງ, ​ເປົ້າ​ໝາຍ​ນີ້ ພວມສວມ​​ບົດບາດ​ແມ່ນຖານສົ່ງເພື່ອຜັນຂະຫຍາຍບັນດາຂໍ້​ລິ​ເລີ່​ມຂອງ​ ກາ​ນາ​ດາ​ ເຂົ້າ​ສູ່​ພາກ​ພື້ນ​ເຊັ່ນ ຂໍ້​ລິ​ເລີ່​ມປະຕູ​ທາງ​ການ​ຄ້າ​ຂອງ​ ກາ​ນາ​ດາ ​ຢູ່ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫຼື ຂໍ້​ລິ​ເລີ່ມໃຫ້ ​ກາ​ນາ​ດາ ​ເປັນ​ຄູ່​ຮ່ວມ​ມືຢ່າງຕັ້ງໜ້າ, ​ໃນ​ນັ້ນ ​ໄດ້​ຍອມຮັບ​ບົດບາດ​ໃຈກາງ​ຂອງ ​ອາ​ຊຽນ ຕໍ່ກັບພາກ​ພື້ນ​ນີ້.

ທ່ານຜູ້ອຳນວຍການ TB Nguyen ຂອງສະພາທຸລະກິດ ກາ​ນາ​ດາ - ອາ​ຊຽນ ​ໄດ້ແບ່ງປັນ​ກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ວ່າ ໃນ​ຍຸດ​ທະ​ສາດ ມະຫາສະໝຸດອິນເດຍ - ປາຊີຟິກ, ການ​ຄ້າ ​ແລະ ການ​ລົງທຶນເຂົ້າໃນພາກພື້ນ, ພິ​ເສດ​ແມ່ນ ​ອາ​ຊຽນ, ກໍ່​ແມ່ນເປົ້າໝາຍທີ່ສຳຄັນ. ​ແຕ່​ສິ່ງ​ທີ່​ສຳຄັນ​ກວ່າ​ສຳລັບ​ນັກທຸລະກິດ​ ກາ​ນາ​ດາ​ ​ແມ່ນ​ຕ້ອງ​ເຂົ້າ​ໃຈ​ວັດທະນະທຳ, ປະຫວັດສາດ ​ແລະ ການເຊື່ອມຕໍ່ລະຫວ່າງ​ປະຊາຊົນ​ໃນ​ພາກ​ພື້ນ​ນີ້ ​ເພື່ອຈາກນັ້ນກໍ່ສາມາດປັບຕົວໃຫ້ເຂົ້າກັບທ້ອງ​ຕະຫຼາດ ​ແລະ ການຮ່ວມ​ມື​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ​ ອາ​ຊຽນ. ສິ່ງ​ນີ້ ຈະນຳມາເຊິ່ງ​ຜົນປະໂຫຍດມາໃຫ້ບັນດາ​ວິ​ສາ​ຫະກິດ​ທັງ​ສອງ​ຝ່າຍ​ຂອງ ​ກາ​ນາ​ດາ ​ແລະ ອາ​ຊຽນ.

ປະຈຸ​ບັນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ແຖວ​ໜ້າ​ຂອງ​ ກາ​ນາ​ດາ​ ໃນ​ ອາ​ຊຽນ ແລະ ແຕ່ໃດໆມາ ຍາມໃດກໍ່ໄດ້ຮັບຖືວ່າເປັນປະຕູເພື່ອເຂົ້າສູ່ພາກພື້ນນີ້ ກ່ຽວກັບວິ​ສາ​ຫະກິດ ກາ​ນາ​ດາ. ສອງ​ປະ​ເທດ ​ໄດ້​ສິ້ນ​ສຸດ​ປີ​ທີ່ຟົດຟື້ນ ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວເພື່ອສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ.

ທ່ານ​ຮອງ​ລັດຖະມົນຕີ MacLennan ໃຫ້ຂໍ້ສັງເກດ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ສິ່ງ​ນີ້ ເຮັດ​ໃຫ້ ຫວຽດນາມ ກາຍເປັນຈຸດໝາຍປາຍທາງສຳຄັນ​ທີ່​ສຸດ​ຂອງ​ ກາ​ນາ​ດາ. 2 ປະ​ເທດ​ ກໍ່ໄດ້ມີສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ດົນ​ນານ, ​ໃນ​ນັ້ນ ຫວຽດນາມ ກໍ່ຍັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ. ແຕ່ແນວໃດກໍ່ຕາມ, ກາ​ນາ​ດາ ​ພວມ​ຢາກຊອກ​ຫາ​ວິທີ​ພັດທະນາ​ກາຍເປັນການ​ພົວພັນ​ທີ່ເຂັ້ມແຂງ ແລະ ທັນ​ສະ​ໄໝ​ກວ່າ​ອີກໃນບັນດາ​ຂົງ​ເຂດ​, ນັບ​ແຕ່​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ແລະສຳຄັນທີ່ສຸດແມ່ນຊຸກຍູ້​ການ​ຄ້າ​ທີ່ມີຄວາມເຂັ້ມແຂງແລ້ວນັ້ນ, ​ແຕ່​ມີ​ທ່າ​ແຮງ​ຫຼາຍ​ຢ່າງ​ໃນ​ອະນາຄົດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.