ໜູນຊ່ວຍລາວ ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນປີ 2024

14:09 | 10/01/2024

ໜູນຊ່ວຍລາວ ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນປີ 2024

ຫວຽດນາມ ໜູນຊ່ວຍລາວ ປັບປຸງສໍານວນເອກະສານເຂດອະນຸລັກຮັກສາທໍາມະຊາດຍື່ນສະເໜີຕໍ່ UNESCO ຫວຽດນາມ ໜູນຊ່ວຍລາວ ປັບປຸງສໍານວນເອກະສານເຂດອະນຸລັກຮັກສາທໍາມະຊາດຍື່ນສະເໜີຕໍ່ UNESCO
ໜູນຊ່ວຍລາວ ປັບປຸງສຳນວນເອກະສານຍືນສະເໜີ UNESCO ຮັບຮອງ ປ່າສະຫງວນຫີນໜາມໜໍ່ ໜູນຊ່ວຍລາວ ປັບປຸງສຳນວນເອກະສານຍືນສະເໜີ UNESCO ຮັບຮອງ ປ່າສະຫງວນຫີນໜາມໜໍ່

ຕອນບ່າຍວັນທີ 10 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ໃນຂອບເຂດສັບປະດາເຕັກນິກດີຈີຕອນ 2024 ຂອງລາວ ທີ່ດຳເນີນແຕ່ວັນທີ 10-14 ມັງກອນ, ຄະນະຜູ້ແທນກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ນໍາໂດຍທ່ານ ຫງວຽນຮຸຍຢຸງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ໄດ້ມີການເຮັດວຽກກັບຄະນະຜູ້ແທນກະຊວງເຕັກໂນໂລຢີ ແລະການສື່ສານລາວ ນໍາໂດຍທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ ເພື່ອແນໃສ່ແລກປ່ຽນ, ແບ່ງປັນບົດຮຽນ ແລະເພີ່ມທະວີການຮ່ວມມືໃນທຸກຂົງເຂດ.

ໜູນຊ່ວຍລາວ ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນປີ 2024

ພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການວັດແທກຄວາມໄວໃນການເຂົ້າອິນເຕີເນັດລະຫວ່າງສູນອິນເຕີເນັດຫວຽດນາມ (VNNIC) ກັບກົມໂທລະຄົມມະນາຄົມ ລາວ (LRTA). ພາບ: TTXVN

ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ຫງວຽນຮຸຍຢຸງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ກຽມພ້ອມທີ່ຈະໜູນຊ່ວຍລາວ ໃນການສ້າງແຜນການຍຸດທະສາດພັດທະນາຊື່ໂດເມນລະຫັດປະເທດ(ລະຫັດອິນເຕີເນັດ) .la (ຈໍ້າ la), ລວມມີນະໂຍບາຍຄຸ້ມຄອງ, ຮູບແບບຄຸ້ມຄອງ, ຮ່ວມມື Registry - Registry, ຂັ້ນຕອນ ແລະການເຄື່ອນໄຫວຊຸກຍູ້ການພັດທະນາແນໃສ່ປະກອບສ່ວນຊຸກຍູ້ການຄ້າເອເລັກໂຕນິກ, ລັດຖະບານເອເລັກໂຕນິກຢູ່ລາວ; ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການກໍ່ສ້າງລະບົບພື້ນຖານໂຄງລ່າງເພື່ອຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃຫ້ກອງປະຊຸມຂັ້ນສູງໃນປີທີ່ລາວ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2024.
ກໍ່ທີ່ການເຮັດວຽກ, ສອງຝ່າຍເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການລະອຽດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດບຸກຄະລາກອນເຄື່ອນໄຫວຮັບໃຊ້ໃຫ້ສູນຕິດຕາມກວດກາເຄືອຂ່າຍແຫ່ງຊາດລາວ ກໍ່ຄືໜູນຊ່ວຍລາວ ກໍ່ສ້າງຊັບພະຍາກອນມະນຸດຢູ່ມະຫາວິທະຍາໄລ ແລະລະດັບປະລິນຍາໂທ... ເນື່ອງໃນໂອກາດນີ້, ສູນອິນເຕີເນັດຫວຽດນາມ ກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບສູນອິນເຕີເນັດແຫ່ງຊາດລາວ ແລະກົມໂທລະຄົມມະນາຄົມລາວ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເສດຊັບພະຍາກອນອິນເຕີເນັດ ແລະວັດແທກຄວາມໄວໃນການເຂົ້າອິນເຕີເນັດຢູ່ລາວ.

ບູນມີ

ເຫດການ
302 Found

Found

The document has moved here.