ຫວຽດນາມ-ກູບາ ຮັດແໜ້ນນໍ້າໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ

12:52 | 10/01/2024

ຫວຽດນາມ-ກູບາ ຮັດແໜ້ນນໍ້າໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ

ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ
ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ

ວັນທີ 9 ມັງກອນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນເກິ່ນເທີ ສສ ຫວຽດນາມ ໄດ້ສົມທົບກັບສະຖານກົງສູນໃຫຍ່ ແຫ່ງ ສາທາລະນະລັດ ກູບາ ປະຈໍາ ນະຄອນໂຮ່ຈີມິນ ຈັດຕັ້ງເຫດການສະເຫຼີມສະຫຼອງ 65 ປີແຫ່ງວັນຊາດ ກູບາ (1-1-1959 /1-1-2024).

ຫວຽດນາມ-ກູບາ ຮັດແໜ້ນນໍ້າໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ

ການນໍາແຂວງເກິ່ນເທີ ມອບຂອງຂວັນທີ່ລະນຶກໃຫ້ຫົວໜ້າກົງສູນໃຫຍ່ກູບາ. ພາບ:TTXVN

ທີ່ພິທີ, ທ່ານ ຫງວຽນທຶກຫ້ຽນ ຮອງປະທານຄະນະກໍາມະການປະຊາຊົນນະຄອນເກິ່ນເທີ ເນັ້ນໜັກວ່າ ນະຄອນເກິ່ນເທີ ຍາມໃດກໍ່ຕັ້ງໜ້າຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມືລະອຽດ, ແທດຈິງເພື່ອປັບປຸງ ແລະເພີ່ມທະວີການພົວພັນກັບກູບາ ແລະທ້ອງຖິ່ນຂອງກູບາ ຢ່າງບໍ່ຢຸດຢັ້ງ. ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ, ສະມາຄົມມິດຕະພາບ ຫວຽດນາມ-ກູບາ ຍາມໃດກໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ໃນການປັບປຸງ, ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ກູບາ.

ຫວຽດນາມ-ກູບາ ຮັດແໜ້ນນໍ້າໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ

ທ່ານນາງ Ariadne Feo Labrda ຫົວໜ້າກົງສູນໃຫຍ່ ກູບາ ປະຈໍາ ນະຄອນໂຮ່ຈີມິນ ກ່າວຄໍາເຫັນທີ່ພິທີ. ພາບ: TTXVN

ສ່ວນທ່ານນາງ Ariadne Feo Labrda ຫົວໜ້າກົງສູນໃຫຍ່ ກູບາ ປະຈໍາ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນໍ້າໃຈມິດຕະພາບ ຫວຽດນາມ-ກູບາ ແມ່ນລໍ້າຄ່າ, ສູງສົ່ງ ແລະສັກສິດທີ່ສຸດ. ການນໍາຂັ້ນສູງຂອງສອງປະເທດຜ່ານສະໄໝຕ່າງໆຍາມໃດກໍ່ມານະພະຍາຍາມຮັດແໜ້ນ ແລະຍົກສູງການພົວພັນອັນດີງາມຢູ່ຂັ້ນທ້ອງຖິ່ນ ແລະສູນກາງ. ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ກູບາ ໂດຍປະທານໂຮ່ຈີມິນ ແລະປະທານ Fidel Castro ເປັນຜູ້ສ້າງຕັ້ງ, ການນໍາລຸ້ນຕ່າງໆ ແລະປະຊາຊົນສອງປະເທດໄດ້ເພີ່ມພູນຄູນສ້າງ.

ທ່ານນາງ Ariadne Feo Labrda ສະແດງຄວາມນັບຖືຕໍ່ການພັດທະນາທຸກດ້ານຂອງນະຄອນເກິ່ນເທີ. ທ່ານນາງ ໃຫ້ຄໍາໝັ້ນສັນຍາວ່າ ໃນຖານະຕຳແໜ່ງຂອງຕົນ ຈະເປັນຂົວຕໍ່ໃຫ້ແກ່ການເຄື່ອນໄຫວເຊື່ອມຕໍ່ລະຫວ່າງທ້ອງຖິ່ນຂອງສອງປະເທດ.

ທ່ານ ເລືອງວັນຈື່ ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ ນະຄອນເກິ່ນເທີ ໃຫ້ຮູ້ວ່າ ສະມາຄົມໄດ້ຜັນຂະຫຍາຍ, ປະຕິບັດບັນດາໜ້າທີ່ຈຸດສຸມກ່ຽວກັບການເຄື່ອນໄຫວການທູດປະຊາຊົນ, ການເຄື່ອນໄຫວພົບປະ, ແລກປ່ຽນກັບຄູ່ຮ່ວມມື, ປະຊາຊົນກູບາ ໄດ້ເປັນຢ່າງດີ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.