ເພີ່ມພູນຄູນສ້າງການພົວພັນດ້ານການເມືອງອັນດີງາມລະຫວ່າງ ບຸນກາຣີ ແລະຫວຽດນາມ

00:00 | 03/12/2023

ເພີ່ມພູນຄູນສ້າງການພົວພັນດ້ານການເມືອງອັນດີງາມລະຫວ່າງບຸນກາຣີ ແລະຫວຽດນາມ

ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ເພີ່ມພູນຄູນສ້າງຄວາມສາມັກຄີທີ່ສະໜິດແໜ້ນ ຫວຽດນາມ-ລາວ ເພີ່ມພູນຄູນສ້າງຄວາມສາມັກຄີທີ່ສະໜິດແໜ້ນ ຫວຽດນາມ-ລາວ

ເນື່ອງໃນໂອກາດນີ້, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳ ເອີລົບກາງ ແລະເອີລົບຕາເວັນອອກ ໄດ້ສຳພາດທ່ານ ໂດ໋ຮວ່າງລອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຸນກາຣີ ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການຢ້ຽມຢາມສໍາລັບການພົວພັນສອງຝ່າຍ, ກໍ່ຄືແງ່ຫວັງການຮ່ວມມືລະຫວ່າງສອງປະເທດ.

ຕໍ່ໄປນີ້ແມ່ນເນື້ອໃນຂອງການສໍາພາດ:

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ທ່ານຈົ່ງໃຫ້ຮູ້ກ່ຽວກັບຈຸດປະສົງ, ຄວາມໝາຍຂອງການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Dimitrov Zhelyazkov ໃນຄັ້ງນີ້?

ທ່ານເອກອັກຄະລັດຖະທູດ ໂດ໋ຮວ່າງລອງ: ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງການນຳຂັ້ນສູງ ບຸນກາຣີ ພາຍຫຼັງກວ່າ 10 ປີນັບແຕ່ທ່ານປະທານາທິບໍດີ ບຸນກາຣີ Rosen Plevneliev ມາຢ້ຽມຢາມຫວຽດນາມ ໃນເດືອນຕຸລາ 2013 ແລະພິເສດໄປກວ່ານັ້ນ ກໍ່ສາມາດຖືໄດ້ວ່າແມ່ນການຢ້ຽມຢາມ “ຕອບແທນຄືນ” ຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ ພາຍຫຼັງທີ່ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການໃນເດືອນ ກັນຍາ 2023. ສິ່ງດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນ, ຄວາມຮັກແພງອັນດີງາມຂອງລັດ ແລະປະຊາຊົນບຸນກາຣີ ທີ່ຍາມໃດກໍ່ສະຫງວນໃຫ້ຫວຽດນາມ ໃນຖານະເປັນເພື່ອນມິດທີ່ເປັນມູນເຊື້ອ, ມີຄວາມໄວ້ເນື້ອເຊື່ອໃຈ, ສັດຊື່ບໍລິສຸດ ແລະແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມສຳຄັນທີ່ສຸດຂອງ ບຸນກາຣີ ຢູ່ອາຊີຕາເວັນອອກສ່ຽງໃຕ້...

ເພີ່ມພູນຄູນສ້າງການພົວພັນດ້ານການເມືອງອັນດີງາມລະຫວ່າງບຸນກາຣີ ແລະຫວຽດນາມ

ທ່ານ ໂດ໋ຮວ່າງລອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ບຸນກາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍຄວາມໝາຍດັ່ງກ່າວ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Dimitrov Zhelyazkov ດ້ານໜຶ່ງແມ່ນຈະສຸມໃສ່ການເພີ່ມທະວີປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດໃນຊ່ອງທາງພັກ, ລັດ, ລັດຖະບານ ແລະປະຊາຊົນ; ອີກດ້ານໜຶ່ງກໍ່ຈະແມ່ນໂອກາດເພື່ອໃຫ້ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການພົວພັນສອງຝ່າຍ ແລະຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ເປັນຕົ້ນແມ່ນໃນບາງຂົງເຂດທີ່ສອງຝ່າຍມີທ່າແຮງ, ຄື: ການຄ້າ-ການລົງທຶນ, ການສຶກສາ-ບຳລຸງສ້າງ, ສາທາລະນະສຸກ, ວັດທະນະທຳ, ການທ່ອງທ່ຽວ, ແຮງງານ ແລະການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ...

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ທົບທວນຄືນບັນດາຈຸດພົ້ນເດັ່ນໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ-ບຸນກາຣີ, ພິເສດແມ່ນບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມ ບຸນກາຣີ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເມື່ອເດືອນກັນຍາ 2023?

ທ່ານເອກອັກຄະລັດຖະທູດ ໂດ໋ຮວ່າງລອງ: ປີ 2023 ເປັນປີທີ່ສ້າງຂີດໝາຍບາດກ້າວໃໝ່ໃນການພົວພັນສອງປະເທດ, ພາຍຫຼັງ 8 ປີ, ຝ່າຍຫວຽດນາມ ໄດ້ມີການນຳຂັ້ນສູງ (ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ) ໄປຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ (ແຕ່ວັນທີ 24-26 ກັນຍາ 2023).

ການຢ້ຽມຢາມໄດ້ຮັບຜົນສຳເລັດ ແລະບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ, ໃນນັ້ນມີການເຄື່ອນໄຫວຂັ້ນສູງຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກັບປະທານາທິບໍດີ, ນາຍົກລັດຖະມົນຕີ ແລະປະທານສະພາແຫ່ງຊາດບຸນກາຣີ; ສອງຝ່າຍໄດ້ລົງນາມໃນເອກະສານການຮ່ວມມືທາງລັດຖະສະພາ, ວັດທະນະທຳ, ການທ່ອງທ່ຽວ ແລະທ້ອງຖິ່ນຈຳນວນໜຶ່ງ; ພິເສດ, ພວກເຮົາ ໄດ້ສຳເລັດການຂົນຂວາຍໃຫ້ສະພາແຫ່ງຊາດ ບຸນກາຣີ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ກ່ອນທີ່ຈະມີການຢ້ຽມຢາມ.

ພາຍຫຼັງການຢ້ຽມຢາມ, ຝ່າຍບຸນກາຣີ ໄດ້ສະແດງຄວາມສົນໃຈ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງ, ໃນນັ້ນມີການຢ້ຽມຢາມ “ຕອບແທນຄືນ” ໃນຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ Rosen Zhelyazkov ແລະຄຽງຂ້າງນັ້ນ, ທ່ານປະທານາທິບໍດີ Rumen Radev ກໍ່ຫວັງວ່າຈະໄດ້ມາຢ້ຽມຢາມຫວຽດນາມ ໃນປີ 2024 ນີ້.

ເພີ່ມພູນຄູນສ້າງການພົວພັນດ້ານການເມືອງອັນດີງາມລະຫວ່າງບຸນກາຣີ ແລະຫວຽດນາມ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ຈົ່ງໃຫ້ຮູ້ກ່ຽວກັບການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມຄັ້ງນີ້ມີຄືແນວໃດ?

ທ່ານເອກອັກຄະລັດຖະທູດ ໂດ໋ຮວ່າງລອງ: ໃນຂອບເຂດການຢ້ຽມຢາມ ບຸນກາຣີ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ (ເດືອນກັນຍາ 2023), ສອງຝ່າຍໄດ້ລົງນາມເອກະສານຮ່ວມມືສຳຄັນ 5 ສະບັບ, ລວມມີ: (i) ບົດບັນທຶກຊ່ວຍຈໍາລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ ບຸນກາຣີ; (ii) ບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ກັບຄະນະເລຂາທິການສະພາແຫ່ງຊາດ ບຸນກາຣີ; (iii) ແຜນການຮ່ວມມືໃນຂົງເຂດທ່ອງທ່ຽວລະຫວ່າງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ກັບກະຊວງທ່ອງທ່ຽວ ບຸນກາຣີ ໄລຍະ 2024-2026; (iv) ໂຄງການຮ່ວມມືໃນຂົງເຂດວັດທະນະທໍາລະຫວ່າງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ກັບກະຊວງວັດທະນະທໍາບຸນກາຣີ ໄລຍະ 2024-2026; (v) ບົດບັນທຶກຊ່ວຍຈໍາການສ້າງຕັ້ງການພົວພັນຮ່ວມມືມິດຕະພາບລະຫວ່າງຄະນະກຳມະການປະຊາຊົນແຂວງວີ໋ງຟຸກ ກັບອຳນາດການປົກຄອງແຂວງ Pernik.

ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ຈຸດສຸມການຮ່ວມມືແມ່ນສຸມໃສ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງການນຳສະພາແຫ່ງຊາດ, ຂັ້ນຄະນະກຳມາທິການ, ກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສອງຝ່າຍ; ລະຫວ່າງກຸ່ມສະມາຊິກລັດຖະສະພາໜຸ່ມ ບຸນກາຣີ ກັບກຸ່ມສະມາຊິກລັດຖະສະພາໜຸ່ມ ຫວຽດນາມ; ກຸ່ມສະມາຊິກລັດຖະສະພາຍິງ ຫວຽດນາມ ກັບກຸ່ມສະມາຊິກລັດຖະສະພາຍິງ ບຸນກາຣີ; ລະຫວ່າງຄະນະເລຂາສະພາແຫ່ງຊາດ ບຸນກາຣີ ກັບຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ.

ການຢ້ຽມຢາມຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Dimitrov Zhelyazkov ໄດ້ດຳເນີນໄປພາຍຫຼັງກວ່າ 3 ເດືອນທີ່ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຢາມ ບຸນກາຣີ, ເຊິ່ງແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນວ່າ ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນ ແລະແງ່ຫວັງໃນການຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ-ບຸນກາຣີ ໃນທຸກດ້ານ, ໃນນັ້ນມີການຮ່ວມມືທາງລັດຖະສະພາ?

ທ່ານເອກອັກຄະລັດຖະທູດ ໂດ໋ຮວ່າງລອງ: ສອງປະເທດມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ.

ຍ້ອນແນວນັ້ນ, ການຢ້ຽມຢາມ ບຸນກາຣີ ຜ່ານມາຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ດ້ານໜຶ່ງໄດ້ປະກອບສ່ວນປັບປຸງ, ຮັດແໜ້ນການພົວພັນ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ອີກດ້ານໜຶ່ງໄດ້ສ້າງພະລັງແຮງຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງໃນທຸກຊ່ອງທາງ ແລະໃນທຸກຂົງເຂດ.

ສິ່ງທີ່ເປັນໜ້າສົນໃຈ, ໃນຂອບເຂດການຢ້ຽມຢາມບຸນກາຣີ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດ ບຸນກາຣີ ໄດ້ລົງນາມໃນເອກະສານຮ່ວມມືສຳຄັນ 2 ສະບັບ, ຄື: ບົດບັນທຶກຊ່ວຍຈຳລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດ ບຸນກາຣີ ແລະບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ກັບຄະນະເລຂາທີການສະພາແຫ່ງຊາດ ບຸນກາຣີ. ສິ່ງດັ່ງກ່າວໄດ້ສ້າງພື້ນຖານນິຕິກຳທີ່ຈຳເປັນເພື່ອຊ່ວຍເພີ່ມທະວີການຮ່ວມມື, ແລກປ່ຽນລະຫວ່າງອົງການນິຕິບັນຍັດສອງປະເທດຢ່າງເປັນປະຈໍາ, ແທດຈິງ ແລະມີປະສິດທິຜົນ; ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງລັດຖະສະພາ; ຍົກສູງຄຸນນະພາບວຽກງານເສນາທິການເພື່ອຮັບໃຊ້ສະມາຊິກສະພາແຫ່ງຊາດ, ຄະນະກຳມາທິການ ແລະກຸ່ມສະມາຊິກລັດຖະສະພາ.

ຂ້າພະເຈົ້າ ຫວັງວ່າ ເລື່ອງສອງຝ່າຍສົມທົບກັນແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ຂັ້ນຕອນປະຕິບັດເອກະສານຮ່ວມມືດັ່ງກ່າວໃນການຢ້ຽມຢາມຄັ້ງນີ້ ຈະຊ່ວຍໃຫ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດນັບມື້ນັບພັດທະນາ ແລະມີປະສິດທິຜົນຂຶ້ນກວ່າເກົ່າ.

ນັກຂ່າວ: ຂໍຂອບໃຈທ່ານ!

ບູນມີ

ເຫດການ
302 Found

Found

The document has moved here.