ບິ່ງດິ້ງ ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ອົງການ​ຈັດຕັ້ງທີ່ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ຢ່າງ​ມີ​ປະສິດທິ​ຜົນ

18:13 | 03/01/2024

ມາ​ຮອດ​ວັນ​ທີ 30 ພະຈິກ 2023, ທົ່ວ​ແຂວງ​ບິ່ງດິ້ງ ມີ 27 ​ໂຄງການ ​ແລະ ​ ບໍ່ເປັນໂຄງການ​ທີ່​ໄດ້​ຮັບ​ການ​ໜູນຊ່ວຍ​ຈາກ​ບັນດາ​ອົງການ ​ແລະ ບຸກຄົນ​ຕ່າງປະ​ເທດ ທີ່​ພວມຈັດຕັ້ງ​ປະຕິບັດດ້ວຍ​ຍອດ​ມູນ​ຄ່າ​ການ​ເບີກ​ຈ່າຍ​ເກືອບ 1,65 ລ້ານ USD.

ຫວຽດນາມ ຍາມ​ໃດ​ກໍ​ຢືນ​ຄຽງ​ຂ້າງ, ປະສານ​ສົມທົບ ​ແລະ ຊ່ວຍ​ເຫຼືອ​ລາວ ປະຕິບັດ​ໜ້າ​ທີ່​ທີ່​ສຳຄັນ​ຂອງ​ອາ​ຊຽນ
ກວາງ​ຈີ: ​ຈຸດ​​ເດັ່ນ​ໃນ​ການ​ດຶງ​ດູດ ​ແລະ ລະດົມ​ການ​ຊ່ວຍ​ເຫຼືອ​ ຈາກອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ​ ຕ່າງປະ​ເທດ

ບິ່ງດິ້ງ ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ອົງການ​ຈັດຕັ້ງທີ່ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ຢ່າງ​ມີ​ປະສິດທິ​ຜົນ

ມາ​ຮອດ​ວັນ​ທີ 30 ພະຈິກ 2023, ທົ່ວ​ແຂວງບິ່ງດິ້ງ ມີ 27 ​ໂຄງການ ​ແລະ ​ ບໍ່ເປັນໂຄງການ​ທີ່​ໄດ້​ຮັບ​ການ​ໜູນຊ່ວຍ​ຈາກ​ບັນດາ​ອົງການ ​ແລະ ບຸກຄົນ​ຕ່າງປະ​ເທດ ທີ່​ພວມຈັດຕັ້ງ​ປະຕິບັດດ້ວຍ​ຍອດ​ມູນ​ຄ່າ​ການ​ເບີກ​ຈ່າຍ​ເກືອບ 1,65 ລ້ານ USD.

ບັນດາ​ຂໍ້​ມູນ​ດັ່ງກ່າວ ​ໄດ້​ຍົກອອກໃນ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ທີ່ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດຂອງ​ແຂວງ ບິ່ງດິ້ງ ​ໃນ​ປີ 2023 ​ໂດຍ​ພະແນກການ​ຕ່າງປະ​ເທດ​ແຂວງ ​ໄດ້ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້.

​ລາຍ​ງານ​ທີ່​ກອງ​ປະຊຸມ ​ໄດ້​ຍົກໃຫ້ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ: ​ເຖິງ​ວ່າ​ໂຄງການ ​ແລະ ບໍ່ເປັນ​ໂຄງການ​ ມີ​ມູນ​ຄ່າບໍ່​ຫລາຍ​ກໍ​ຕາມ, ​ແຕ່​ກໍໄດ້​ປະກອບສ່ວນ​ຊ່ວຍ​ທ້ອງ​ຖິ່ນ ​ຄ້ຳປະກັນ​​ຊີວິດ​ສັງຄົມຢ່າງໝັ້ນຄົງ, ສ້າງ​ເງື່ອນ​ໄຂ​​ຊ່ວຍເຫຼືອ​ຄອບຄົວ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ກຸ່ມ​ຄົນ​ດ້ອຍ​ໂອກາດ​ໃນ​ສັງຄົມ ໄດ້​ມີ​ເງື່ອນ​ໄຂ​ປັບປຸງ​ວຽກ​ເຮັດ​ງານ​ທຳ, ລາຍຮັບ ແລະ ບືນຕົວຄືນໃນຊີວິດ. ຫຼາຍໂຄງການ ແລະ ບໍ່ເປັນໂຄງການໄດ້ປະຕິບັດສຳເລັດ ແລະ ນຳເຂົ້າເຄື່ອນໄຫວ ໄດ້ປະກອບສ່ວນຊຸກຍູ້ ແລະ ຍົກລະດັບຄຸນນະພາບການຮຽນ-ການສອນຂອງໂຮງຮຽນສາມັນຈຳນວນໜຶ່ງ; ຄຸນ​ນະພາ​ບການ​ກວດ ​ແລະ ປິ່ນປົວ​ພະຍາດ ​ແລະ ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ບາງ​ທ້ອງ​ຖິ່ນ.

Các tập thể có thành tích xuất sắc trong công tác vận động viện trợ và triển khai các dự án, phi dự án phi chính phủ trên địa bàn tỉnh Bình Định giai đoạn 2021 - 2023 được trao Bằng khen của Chủ tịch UBND tỉnh. (Ảnh: Báo Bình Định)  ບັນດາ​ກົມກອງລວມໝູ່ ທີ່​ມີ​ຜົນງານ​ດີ​ເດັ່ນ ​ໃນ​ການ​ລະດົມ​ການ​ຊ່ວຍ​ເຫຼືອ ​ແລະ ປະຕິບັດ​ບັນດາ​ໂຄງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ບໍ່​ແມ່ນ​ໂຄງການ​ຢູ່​ແຂວງ ບິ່ງ​ດິກ ​ໄລຍະ 2021 – 2023 ​ແມ່ນ​ໄດ້​ຮັບ​ໃບ​ຍ້ອງຍໍ​ ຈາກ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ. (ພາບ: ໜັງສືພິມ ບິ່ງດິກ)

ບັນດາ​ກົມກອງລວມໝູ່ທີ່​ມີ​ຜົນງານ​ດີ​ເດັ່ນໃນ​ການ​ລະດົມ​ການ​ຊ່ວຍ​ເຫຼືອ ​ແລະ ປະຕິບັດ​ບັນດາ​ໂຄງການ ​ແລະ ບໍ່​ແມ່ນ​ໂຄງການທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ​ຢູ່​ແຂວງ ບິ່ງດິ້ງ ​ໄລຍະ 2021 – 2023 ​​ໄດ້​ຮັບ​ໃບ​ຍ້ອງຍໍ​ ຈາກ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ. (ພາບ: ໜັງສືພິມ ບິ່ງດິກ)

ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ບັນດາ​ອົງການ, ຫົວໜ່ວຍ, ທ້ອງ​ຖິ່ນຂອງ​ແຂວງ ບິ່ງດິ້ງ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ໄດ້​ແບ່ງປັນປະສົບ​ການ​ ພ້ອມ​ກັບ​ຫຼາຍ​ວິທີການ ​ແລະ ມາດຕະການ​ແກ້​ໄຂ​ສົມທົບກັນ ​ລະຫວ່າງ ​ບັນດາ​ອົງການ​ທີ່​ກ່ຽວຂ້ອງໃນ​ວິວັດການ​ໂຄສະນາ​ຂົນຂວາຍ, ຮັບເອົາ ​ແລະ ຜັນຂະຫຍາຍຂອງບັນດາໂຄງການ ແລະ ບໍ່ເປັນໂຄງການທີ່ນອນຢູ່ໃນແຫຼ່ງທຶນຊ່ວຍເຫຼືອທີ່ບໍ່ຂື້ນກັບລັດຖະບານຕ່າງປະເທດໃນບໍລິເວນແຂວງ.

ທ່ານ ຫງວຽນ​ໄທ​ບິ່ງ, ຫົວໜ້າ​ພະ​ແນ​ກການ​ຕ່າງປະ​ເທດ​ແຂວງ ບິ່ງດິ້ງ ​ໄດ້​ຮັບ​ຮູ້ການໜູນ​ຊ່ວຍດ້ານຄ່າໃຊ້ຈ່າຍ ​ແລະ ວັດຖຸອຸປະກອນ​ຂອງ​ບັນດາ​ອົງການທີ່​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ພ້ອມ​ກັນ​ນັ້ນ ກໍ່ຫວັງ​ວ່າ​ບັນດາ​ອົງການ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ​ຊ່ວຍເຫືອ​ບັນດາ​ໂຄງການ ​ແລະ ບໍ່ເປັນໂຄງການ ​ໃຫ້​ບັນດາ​ທ້ອງ​ຖິ່ນ, ຄອບຄົວ​ທີີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ຜູ້​ດ້ອຍ​ໂອກາດ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.

ທີ່​ກອງ​ປະຊຸມ, ມີ 5 ອົງການ ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ລວມມີ MCNV, PN, ACI, ISET, ສະມາຄົມ​ພົບ​ປະ ​ຫວຽດນາມ ​ມີ 5 ໝູ່ຄະນະ ​ແລະ 5 ບຸກຄົນ ​ທີ່ຂຶ້ນກັບ​ບັນດາ​ອົງການ, ຫົວໜ່ວຍ, ທ້ອງ​ຖິ່ນໃນ​ແຂວງ ບິ່ງດິ້ງ ​ໄດ້​ຮັບ​ການ​ມອບ​ໃບ​ຍ້ອງຍໍ​ຈາກ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ຍ້ອມມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ວຽກ​ງານທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ໄລຍະ 2021-2023.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.