ຫວຽດນາມ-ລາວ-ກໍາປູເຈຍ ຊຸກຍູ້ການພົວພັນຮ່ວມມື, ພົບປະແລກປ່ຽນລະຫວ່າງພຸດທະສາສະໜາ

10:06 | 24/01/2024

ຫວຽດນາມ-ລາວ-ກໍາປູເຈຍ ຊຸກຍູ້ການພົວພັນຮ່ວມມື, ພົບປະແລກປ່ຽນລະຫວ່າງສາສະໜາ

ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ ສົມກັບເປັນເສົາຄໍ້າທີ່ສໍາຄັນໃນການພົວພັນສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ
ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່ ສານກ່ຽວກັບນໍ້າໃຈສາມັກຄີມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ: ນໍາການຮ່ວມມືລະຫວ່າງກອງທັບ ຫວຽດນາມ-ລາວ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່

ຕອນເຊົ້າວັນທີ 25 ທັນວາ, ກອງປະຊຸມການນຳພຸດທະສາສະໜາ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໄດ້ຈັດຂຶ້ນຢູ່ສະຖາບັນພຸດທະສາສະໜາຫວຽດນາມ ທີ່ນະຄອນໂຮ່ຈີມິນ.

ທີ່ກອງປະຊຸມ, ບັນດາຜູ້ແທນ, ຄະນະພະສົງ, ນັກຮຽນຮູ້, ນັກບວດຂອງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ແລກປ່ຽນ, ປຶກສາຫາລື ແລະ ຍົກໃຫ້ເຫັນບົດບາດຂອງພຸດທະສາສະໜາໃນການຊຸກຍູ້ສັນຕິພາບ, ຄວາມຖືກຕ້ອງປອງດອງ ແລະການປົກປັກຮັກສາສິ່ງແວດລ້ອມໃນພາກພື້ນ; ໂດຍໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງສາມປະເທດໃນເລື່ອງພ້ອມກັນຊຸກຍູ້ການນຳໃຊ້ຫຼັກຄຳສອນທາງພຸດທະສາສະໜາ ເພື່ອການພັດທະນາຂອງສັງຄົມ ແລະ ໂລກ.

ຫວຽດນາມ-ລາວ-ກໍາປູເຈຍ ຊຸກຍູ້ການພົວພັນຮ່ວມມື, ພົບປະແລກປ່ຽນລະຫວ່າງພຸດທະສາສະໜາ
ບັນຍາກາດທີ່ກອງປະຊຸມ. ພາບ: hanoimoi.vn

ບັນດາຜູ້ແທນກໍ່ໄດ້ປຶກສາຫາລື ເພື່ອເສີມຂະຫຍາຍບັນດາຄຸນຄ່າລວມ; ພ້ອມກັນປະຕິບັດຂໍ້ລິເລີ່ມທີ່ສອດຄ່ອງກັບຫຼັກການທາງພຸດທະສາສະໜາ ເຊັ່ນ: ຄວາມເມດຕາ, ບໍ່ໃຊ້ຄວາມຮຸນແຮງ ແລະການຄຸ້ມຄອງສິ່ງແວດລ້ອມ, ບໍ່ຈໍາແນກການປະພຶດ, ຍົກອອກເສັ້ນທາງເພື່ອມຸ່ງໄປເຖິງການຮັດແຄບຊ່ອງຫວ່າງການແບ່ງແຍກ ແລະການຊຸກຍູ້ຄວາມຖືກຕ້ອງປອງດອງ, ສ່ອງແສງໃຫ້ເຫັນບັນດາຄຸນຄ່າທີ່ສໍາຄັນ ຕໍ່ກັບສັງຄົມທີ່ວັດທະນາຖາວອນ ແລະເຊື່ອມໂຍງ.

ກອງປະຊຸມດຳເນີນຮອດວັນທີ 27 ທັນວາ ຢູ່ນະຄອນ ໂຮ່ຈີມິນ ແລະນະຄອນ ດ່າລາດ (ແຂວງ ເລິມດົ່ງ) ແລະສິ້ນສຸດລົງດ້ວຍພິທີສວດມົນພາວະນາຂໍໃຫ້ໂລກມີສັນຕິພາບ.

ບູນມີ

ເຫດການ
302 Found

Found

The document has moved here.