ໂຄສະນາເຜີຍແຜ່ໃຫ້ບັນດາສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມກ່ຽວກັບອະທິປະໄຕຢູ່ທະເລ, ໝູ່ເກາະ

19:49 | 02/10/2023

ຍສໝ - ຄະນະ​ປະຈຳ​ຄະນະ​ຊາວ​ໜຸ່ມ ເທືອທຽນ - ​ເຫວ້ ສົມທົບ​ກັບ​ກອງ​ບັນຊາ​ການເຂດຕຳຫຼວດທະ​ເລ ເລກ 2 ຈັດ​ຕັ້ງ​ລາຍການ “​ໂຄສະນາ​ກ່ຽວກັບອະທິປະ​ໄຕ​ເຂດ​ທະ​ເລ ​ແລະ ໝູ່​ເກາະ” ປີ 2023 ​ໃຫ້​ພະນັກງານ, ສະມາຊິກ​​ຊາວໜຸ່ມ, ຊາວ​ໜຸ່ມ​ນະຄອນເຫວ້ ແລະ ເມືອງ ພູວາງ.

ຫວຽດນາມ ຮຽກຮ້ອງ ຈີນ ເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບ ໝູ່ເກາະ ຮວ່າງຊາ ຫວຽດນາມ ຮຽກຮ້ອງ ຈີນ ເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບ ໝູ່ເກາະ ຮວ່າງຊາ
ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຫ່ວງໃຍຊີວິດການເປັນຢູ່ຂອງປະຊາຊົນຢູ່ທະເລ, ໝູ່ເກາະ ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຫ່ວງໃຍຊີວິດການເປັນຢູ່ຂອງປະຊາຊົນຢູ່ທະເລ, ໝູ່ເກາະ

ທີ່​ລາຍການ, ມີ​ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ 100 ກວ່າ​ຄົນ ​ໄດ້​ຮັບ​ຟັງ​ຜູ້ຊ່ວຍຫ້ອງການ ການເມືອງ - ກອງ​ບັນຊາ​ການ​ເຂດຕຳຫຼວດທະ​ເລ ເລກ 2 ​ແນະນຳ​ບັນດາຄວາມ​ຮູ້​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ຫວຽດນາມ; ຢືນຢັນ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ອະທິປະ​ໄຕເຂດທະ​ເລ, ໝູ່​ເກາະ​ຂອງ​ຫວຽດນາມ; ໂຄສະນາເເຕ່ລະຜົນງານໃນການພັດທະນາເສດຖະກິດທາງທະເລ ແລະ ເກາະຂອງ ຫວຽດນາມ.

ຊາວໜຸ່ມກໍ່ຍັງມີກາລະໂອກາດຄົ້ນຄວ້າ, ຊອກຮູ້ກ່ຽວກັບບົດບາດ, ທີ່ຕັ້ງຍຸດທະສາດທະເລ, ໝູ່ເກາະຂອງຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ການເຄື່ອນໄຫວປົກປັກຮັກສາອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ...

ໂຄສະນາເຜີຍແຜ່ໃຫ້ບັນດາສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມກ່ຽວກັບອະທິປະໄຕຢູ່ທະເລ, ໝູ່ເກາະ
ຜູ້ຊ່ວຍຫ້ອງການ ການເມືອງ - ກອງ​ບັນຊາ​ການ​ເຂດຕຳຫຼວດທະ​ເລ ເລກ 2​​ ​ແນະນຳ​ຄວາມ​ຮູ້​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ຫວຽດນາມ. ພາບ ; TPO

ຕາມ​ການ​​ນຳ​ຂອງ​ຄະນະ​ຊາວ​ໜຸ່ມ​ ເທືອທຽນ – ​ເຫວ້ ​ແລ້ວ, ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ​ຍາມ​ໃດ​ກໍ່​ຖື​ວ່າ​ແມ່ນໜ້າທີ່​ສຳຄັນ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະກອບສ່ວນ​ເຂົ້າ​ໃນ​ການ​ສຶກສາຢ່າງ​ເລິກ​ເຊິ່ງກ່ຽວກັບສະຕິຄວາມຮັບຮູ້​, ຄວາມ​ຮັບ​ຜິດ​ຊອບ, ຈິດ​ໃຈ​ປະຈັນບານ, ອາສາ​ສະໝັກ​ຂອງ​ບັນດາ​ສະມາຊິກຊາວໜຸ່ມ​, ຊາວ​ໜຸ່ມ ເທືອທຽນ – ເຫວ້ ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ປະ​ເທດ​ຊາດ; ກໍ່ສ້າງ​ລຸ້ນຊາວໜຸ່ມ​ທີ່ເຕັມໄປ​ດ້ວຍ​ນ້ຳ​ໃຈ​ຮັກ​ຊາດ ​ແລະ ເອກອ້າງທະນົງໃຈຕໍ່ຊາດ; ໃຫ້ກຳລັງໃຈ, ລະດົມໃຫ້ຊາວໜຸ່ມເຂົ້າຮ່ວມການເຄື່ອນໄຫວອາສາສະໝັກເພື່ອຊີວິດຊຸມຊົນ; ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ຊັບພະຍາກອນ​ທາງ​ທະ​ເລ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ປະຈຳ​ຄະນະຊາວໜຸ່ມ ເທືອທຽນ - ​ເຫວ້ ຈະ​ສືບ​ຕໍ່​ຊີ້​ນຳບັນດາ​ຄະນະ​ຊາວ​ໜຸ່ມບັນດາ​ຂັ້ນ​ຢູ່​ທ້ອງ​ຖິ່ນ​ປະຕິບັດ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ​ໃຫ້ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມດ້ວຍຫຼາຍຮູບແບບ ແລະ ເນື້ອໃນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.