ປະຕິກິລິຍາຂອງ ຫວຽດນາມ ຕໍ່ສະພາບການປະທະກັນທີ່ເພີ່ມຂຶ້ນຢູ່ເຂດ Gaza

16:16 | 16/05/2018

ຫວຽດນາມຮຽກຮ້ອງໃຫ້ແຕ່​ລະຝ່າຍທີ່ກ່ຽວຂ້ອງຈົ່ງຢັບ​ຢັ້ງໃຈ, ແກ້ໄຂການປະທະກັນ ໂດຍສັນຕິວິທີ

ປະຕິກິລິຍາຂອງ ຫວຽດນາມ ຕໍ່ສະພາບການປະທະກັນທີ່ເພີ່ມຂຶ້ນຢູ່ເຂດ Gaza

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. (ພາບ: An Dang/TTXVN)

ວັນທີ 15 ພຶດສະພາ 2018, ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ສະພາບການປະທະກັນເພີ່ມຂຶ້ນຢູ່ເຂດ Gaza ລະຫວ່າງກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອນ ແລະ ຊາວປາແລັດສະຕິນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: “ຫວຽດນາມເອົາໃຈໃສ່ຕິດຕາມ ແລະ ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ພວມເພີ່ມຂຶ້ນຢູ່ເຂດ Gaza ໃນຊຸມມື້ຜ່ານມາ, ເຮັດໃຫ້ຊາວ ປາແລັດສະຕິນ ເສຍຊີວິດ ແລະ ຮັບບາດເຈັບເປັນຈຳນວນຫຼວງຫຼາຍ. ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງ​ຢັບ​ຢັ້ງໃຈ, ແກ້ໄຂການປະທະກັນ ໂດຍສັນຕິວິທີ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ບັນດາການເຈລະຈາ ກໍຄືບັນດາຄວາມມານະພະຍາຍາມຂອງສາກົນ ແນໃສ່ກ້າວໄປເຖິງມາດຕະການແກ້ໄຂຮອບດ້ານ, ຍຸຕິທຳ, ໝັ້ນຄົງ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍທີ່ກ່ຽວຂ້ອງ, ມີສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ”.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.